ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງໃນອິຣັກ


ບັນດາ​ເຈົ້າ​ໜ້າ​ທ່ີ​ອິຣັກ ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ 8 ຄົນ

ຮວມທັງ​ເຈົ້າ​ໜ້າ ທ່ີ​ຕຳຫລວດ 6 ຄົນ.ການ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ບໍ່​ຮອດ 24 ຊົ່ວ​ໂມງ ຫລັງ​ຈາກ​ການ​ໂຈມ​ຕີ​ດ້ວຍ
ລະ​ເບີດ​ລົດ​ສອງ​ບັ້ນ ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 26 ຄົນ​ ໃນ​ນະຄອນຫລວງແບກ​ແດ໊ດນັ້ນ.

ການ​ໂຈມ​ຕີຄັ້ງ​ຫລ້າ​ສຸດ​ນີ້ ແມ່ນ​ເກີດ​ຂຶ້ນ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ​ໃນ​ເມືອງ Shirqat. ລາຍ​ງານ​ເວົ້າ​ວ່າ ມີ​ລະ​ເບີດ 2 ລູກ
ແຕກ​ຂຶ້ນແລະ​ ວ່າ​ລະ​ເບີດ​ລູກ​ທີ​ສອງ ​ແຕກ​ຂຶ້ນ​ໃນ​ຂະນະ​ທ່ີ​ປະຊາຊົນ​ພາກັນ​ໄປ​ຫຸ້ມ​ເບິ່ງ​ບ່ອນ​ທີ່ລະ​ເບີດ​ລູກ​ທຳ​ອິດ​ແຕກ​ຂຶ້ນ​ນັ້ນ.

ມີ​ລາຍ​ງານ​ຂ່າວ​ທ່ີ​ຂັດ​ແຍ່ງ​ກັນ ກ່ຽວ​ກັບ​ວ່າ​ລະ​ເບີດ​ລູກ​ທີ​ສອງ​ແມ່ນການ ​ໂຈມ​ຕີ​ດ້ວຍລະ​ເບີດ​ສະລະ​ຊີບຫລື​ບໍ ຫລືວ່າເປັນ
ລະ​ເບີດ​ແຄມ​ທາງ​.

ອິຣັກ​ໄດ້​ປະ​ທະ​ກັບ​ຄື້ນຟອງ​ແຫ່ງ​ຄວາມ​ຮຸນ​ແຮງ ​ມາຕັ້ງ​ແຕ່​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃນ​ເດືອນ​ມີນາທີ່ບໍ່​ມີ​ຜູ້​ໃດ​ຫລື​ພັກໃດ
ໄດ້​ຮັບໄຊ ຊະນະ ຢ່າງ​ຂາດ​ຮອຍ​ນັ້ນ.

XS
SM
MD
LG