ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄົນຕາຍ 18 ຄົນ ຍ້ອນເຫດລະເບີດໃນອິຣັກ


ບັນດາ​ເຈົ້າ​ໜ້າ​ທີ່​ອິຣັກກ່າວ​ວ່າການ​ວາງ​ລະ​ເບີດ​ໃນ​ລົດ 2 ຄັນ ໄດ້​ເຮັດ​ໃຫ້​ຜູ້​ຄົນຕາຍ​ໄປ ຢ່າງ​ນ້ອຍ 18 ຄົນ​ແລະ​ບາ​ດເຈັບ
ຫລາຍ​ກວ່າ 40 ຄົນ​ໃນ​ນະຄອນ​ຫລວງແບກ​ແດ໊ດຂອງ​ອິຣັກ. ຕຳຫລວດ​ແລະ​ເຈົ້າ​ໜ້າ​ທີ່​ໃນ​ໂຮງໝໍ​ອິຣັກກ່າວ​ວ່າ ​ລະ​ເບີດ
ທ່ີ​ຫ້າງໄວ້​ໃນ​ ລົດ​ສອງ​ຄັນນັ້ນ ໄດ້​ແຕກ​ຂຶ້ນ​ໃນ​ເວລາ​ໄລ​ເລ່ຍ ຫ່າງ​ກັນບໍ່​ເທົ່າ​ໃດ​ນາທີ​ໃນ​ວັນ​ອາທິດ​ມື້​ນີ້ ​ຢູ່​ໃກ້ໆ​ກັບ​ສຳນັກງານ​
ໃຫຍ່​ຂອງ​ທະນາຄານ​ພານິດ​ຂອງ​ອິຣັກ ​ແລະໂຮງການ​ລັດຖະບານ​ແຫ່ງ​ນຶ່ງ​ທີ່ອອກ​ບັດປະຈຳຕົວ​ໃຫ້​ປະຊາຊົນ​.

ໃນ​ການ​ເຄື່ອນ​ໄຫວ​ຢູ່​ບ່ອນ​ນຶ່ງ​ອີ​ກ ພວກ​ເຈົ້າ​ໜ້າ​ທີ່ຕຳຫລວດ​ອິຣັກ​ໄດ້ ພົບ​ເຫັນ​ສົບ​ທີ່​ເນົ່າ​ເປື້ອຍ​ແລ້ວ​ຂອງ​ພວກ​ແມ່ຍິງ​
ຈຳນວນ​ຫລາຍ​ຄົນ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ຄຸ້ມ Zayouna ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ກຸງ​ແບກ​ແດ໊ດ.

ເຫດການເຫລົ່າ​ນີ້ແມ່ນ​ຕິດຕາມ​ມາ ຫລັງ​ຈາກ​ເກີດ​ຄວາມ​ຮຸນ​ແຮງ​ຫລາຍ​ຄັ້ງ​ໃນ​ທົ່ວ​ປະ​ເທດ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້​
ທີ່ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ນ້ອຍ 20 ຄົນ​ເສຍ​ຊີວິດ​ໄປ.

XS
SM
MD
LG