ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

19 ຄົນ​ເສຍ​ຊີວິດ ໃນເຫດ ວາງລະ​ເບີດສະລະ​ຊີບ ​ໃກ້ແບກ​ແດດ ​


ພວກທະຫານອີຣັກ ໄປເຝົ້າຍາມຢູ່ບ່ອນເກີດເຫດລະເບີດແຕກຢູ່ທາງເຂົ້າຄຸກ ອາລ ຮຸດ (al-Hout) ໃນເມືອງຕາຈີ, ໃກ້ນະຄອນຫລວງແບກແດດ ໃນວັນເສົາ ທີ 26 ພະຈິກ, 2011 (AP Photo/Hadi Mizban)
ພວກທະຫານອີຣັກ ໄປເຝົ້າຍາມຢູ່ບ່ອນເກີດເຫດລະເບີດແຕກຢູ່ທາງເຂົ້າຄຸກ ອາລ ຮຸດ (al-Hout) ໃນເມືອງຕາຈີ, ໃກ້ນະຄອນຫລວງແບກແດດ ໃນວັນເສົາ ທີ 26 ພະຈິກ, 2011 (AP Photo/Hadi Mizban)

ພວກ​ເຈົ້າໜ້າທີ່ອີຣັກເວົ້າວ່າ ຜູ້​ວາງ​ລະ​ເບີດສະລະ​ຊີບຄົນ​ນຶ່ງ ​ໄດ້​ຈຸດລະ​ເບີ​ດ​ໃຫ້​ແຕກຂຶ້ນຢູ່​ໃນ​ລົດ​ຄັນ​ນຶ່ງ ທີ່​ຈອດ​ຢູ່​ນອກ​ຄຸກ​ ໃກ້​ນະຄອນຫລວງ​ແບກ​ແດດ ຊຶ່ງ​ໄດ້​ເຮັດ​ໃຫ້ 19 ຄົນ​ເສຍ​ຊີວິດ ​ແລະ​ຢ່າງໜ້ອຍ 22 ຄົນໄດ້ຮັບບາດ​ເຈັບ.

ເຫດລະ​ເບີດແຕກ​ດັ່ງກ່າວ ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ຈັນມື້ນີ້ ຢູ່​ທາງ​ເຂົ້າຄຸກ ອາລ ຮຸດ (al-Hout) ​ໃນ​ເມືອງ​ຕາ​ຈີ. ພວກ​ເຈົ້າໜ້າທີ່​ຍັງເວົ້າ​ອີກ​ວ່າ ມີພະນັກ ງານຮັກສາຄວາມ​ສະ​ຫງົບ ຢ່າງໜ້ອຍ 10 ຄົນ​ແລະພົນລະ​ເຮືອນທີ່​ເປັນ​ພະນັກ ງານຫລາຍ​ຄົນ ເສຍ​ຊີວິດ.

ການວາງ​ລະ​ເບີດ​ໃສ່​ລົດຄັ້ງນີ້ ແມ່ນ​ເປັນ​ການ​ໂຈມຕີ​ຄັ້ງ​ໃຫຍ່ບັ້ນທີ 3 ຢູ່​ໃນ​ອີຣັກ ​ໃນ​ໄລຍະ
ນຶ່ງ​ອາທິດ​ຜ່ານ​ມາ. ​ເຫດ​ລະ​ເບີດ​ແຕກແລະການ​ຍິງ​ກັນ​ ຢູ່​ໃນແລະ​ຢູ່​ອ້ອມ​ແອ້ມນະຄອນ​ແບກ
ແດດ ​ໄດ້​ສັງຫາ​ນຢ່າງໜ້ອຍ 15 ຄົນ ​ໃນ​ວັນ​ເສົາທີ່​ຜ່ານ​ມາ ​ໃນ​ຂະນະ​ທີ່​ເຫດ​ລະ​ເບີດ​ສາມ​
ຄັ້ງຊ້ອນ​ກັນ ຢູ່​ເມືອງ​ບັສຣາ ທາງ​ພາກ​ໃຕ້ ​ໄດ້​ເອົາ​ຊີວິດ​ຢ່າງໜ້ອຍ 19 ຄົນ​ໄປ.

ການກໍ່ຄວາມຮຸນ​ແຮງຢູ່ທົ່ວ​ອີຣັກໄດ້​ຫລຸດ​ລົງ ນັບ​ແຕ່​ການຂັດ​ແຍ້​ງລະຫວ່າງ​ກຸ່ມ​ສາສະໜາ ​ໄດ້​ຖີບ​ຕົວ​ຂຶ້ນສູງສຸດ​ໃນ​ປີ 2006 ​ແລະ 2007 ​ແຕ່​ວ່າການໂຈມຕີ​ ຮ້າຍ​ແຮງເຖິງ​ຂັ້ນ​ເອົາຊີວິດ​ ກໍຍັງ​ສືບຕໍ່ມີ​ຢູ່ທົ່ວ​ໄປ ​ໃນ​ຂະນະ​ທີ່ທະຫານ​ຂອງ​ສະຫະລັດ ກຽມຕົວ​ຖອນອອກ​ຈາກ​ອີຣັກ​ໃນ​ທ້າຍ​ປີນີ້.

ພວກ​ເຈົ້າໜ້າທີ່ອີຣັກຍັງເວົ້າ​ຕື່ມວ່າ ມີ 258 ຄົນເສຍ​ຊີວິດ ​ໃນ​ການກໍ່ຄວາມຮຸນ​ແຮງ​ໃນ​ເດືອນ​ຕຸລາ ຊຶ່ງ​ລວມທັງ ພົນລະ​ເຮືອນ ​ແລະ​ພວກ​ເຈົ້າໜ້າທີ່ຮັກສາ​ຄວາມ​ສະ​ຫງົບ. ບັນດາເຈົ້າໜ້າທີ່ສະຫະລັດ​ແລະອີຣັກໄດ້​ກ່າວວ່າ ພວກກະບົດ ອາດເພີ້ມ​ການ​ໂຈມ​ຕີຮຸນ​ແຮງຍິ່ງ​ຂຶ້ນ​ ໃນ​ຊ່ວງ​ສຸດ​ທ້າຍ​ຂອງ​ການ​ຖອນ​ທະ​ຫານ​ຂອງ​ສະຫະລັດ​ອອກ ​ເພື່ອ​ເປັນ​ສວຍ
ໂອ​ກາດໃນໄລຍະທີ່​ພວກ​ເຂົາ​ຄິດ​ວ່າ ມີຄວາ​ມເປົ່າ​ຫວ່າງ​ທາງ​ອໍານາດ​ຢູ່ນັ້. ​ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ​ ພວກ​ເຈົ້າໜ້າທີ່​ດັ່ງ ກ່າວ​ເວົ້າວ່າ ພໍ​ເຖິງ​ເວລາ​ນັ້ນ ກໍາລັງ​ທະຫານ​ຂອງ​ອີຣັກ ​ແມ່ນ​ຈະພ້ອມທີ່​ຈະ​ຈັດການ​ກັບບັນຫາ​ຄວາມ​ປອດ​ໄພ​ຂອງປະ​ເທດ​ເຂົາ​ເຈົ້າ ດ້ວຍ​ໂຕ​ເອງ​ໄດ້.

XS
SM
MD
LG