ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດລົດສັງຫານ 29 ຄົນໃນກຸງແບກແດ໊ດ


ບັນດາ​ເຈົ້າ​ໜ້າ​ທີ່​ອິຣັກກ່າວ​ວ່າ ການວາງ​ລະ​ເບີດ​ລົດ​ໂຈມ​ຕີ 2 ບັ້ນໃນ​ກຸງ​ແບກ​ແດ໊ດ ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 29 ຄົນ​ແລະບາດ​ເຈັບ​ຕື່ມ​ອີກ​ຫລາຍ​ສິບ​ຄົນ.

ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ມື້​ນີ້ເກີດ​ຂຶ້ນ​ໃນ​ເຂດ​ Aden​ໃນ​ພາກ​ເໜືອ​ຂອງ​ແບກ​ແດ໊ດ ​ແລະ​ໃນ​ເມືອງ Mansur ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງແບກ​ແດ໊ດ.

ທາງ​ການ​ອິຣັກກ່າວ​ວ່າ ຜູ່​ທີ່ໄດ້​ຮັບ​ບາດ​ເຈັບຈໍານວນ 80 ຄົນ​ໃນ​ການ​ໂຈມ​ຕີ​ໃນ​ວັນ​ອາທິດ​ມື້​ນີ້ສ່ວນ​ຫລາຍ ​ແມ່ນໄດ້​ຮັບ​ບາດ​ເຈັບ​ຈາກ​ການລະ​ເບີດ​ທີ່​ເຂດ Aden .ຕໍາຫລວດ​ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວອາດ​ໄດ້​ແນເປົ້າ​ໝາຍ​ໃສ່​ຫ້ອງການຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ກໍ​ເປັນ​ໄດ້.

ສ່ວນລົດ​ອີກຄັນນຶ່ງ​ໄດ້​ລະ​ເບີດ​ຂຶ້ນຢູ່​ຂ້າງ​ນອກ​ຂອງ​ບໍລິສັດ​ໂທລະ​ສັບ​ມື​ຖືແຫ່ງ​ນຶ່ງ ຊຶ່ງ​ໄດ້​ທໍາລາຍ​ອາຄານ​ທີ່ຢູ່​ໃກ້​ກັນ​ນັ້ນ​ຫລາຍຫລັງ.

ບໍ່​ມີ​ຜູ້​ໃດ​ຫລື​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ທັງສອງ​ບັ້ນ​ນີ້​ເທື່ອ.

ໃນ​ຄວາມ​ຮຸນ​ແຮງ​ອີກ​ບັ້ນນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້ ຕໍາຫລວດ​ອິຣັກກ່າວ​ວ່າ ລະ​ເບີດແຄມ​ທາງ​ ລູກ​ນຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ 2 ຄົນ​ໃນ​ລົດ​ຄັນນຶ່ງ​ ໃນ​ພາກ​ເໜືອ​ກຸງ​ແບກ​ແດ໊ດ.

XS
SM
MD
LG