ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

26 ຄົນເສຍຊີວິດ ຍ້ອນລະເບີດລົດ ທີ່ອີຣັກ


ກໍາລັງຮັກສາຄວາມສະຫງົບອີຣັກ ພວມເບິ່ງສະຖານທີ່ໃນຄຸຸ້ມນຶ່ງ ທີ່ລະເບີດ
ໃນລົດແຕກຂຶ້ນ ໃນກຸງແບກແດ໊ດ.
ວັນທີ 17 ມິຖຸນາ 2012
ກໍາລັງຮັກສາຄວາມສະຫງົບອີຣັກ ພວມເບິ່ງສະຖານທີ່ໃນຄຸຸ້ມນຶ່ງ ທີ່ລະເບີດ ໃນລົດແຕກຂຶ້ນ ໃນກຸງແບກແດ໊ດ. ວັນທີ 17 ມິຖຸນາ 2012

ລະ​ເບີດລົດ 2 ຄັນ​ໃນ​ກຸງ​ແບັກ​ແດດ​ ໄດ້​ເຮັດ​ໃຫ້​ຊິ້ນ​ສ່ວນ​ຂອງ​ຮ່າງກາຍ​ຂອງ​ຜູ້​ຄົນ ຟົ້ງ​ກະ
ຈາຍ​ໄປ​ທົ່ວ ​ແລະລົດ​ລາ​ຫຼາຍ​ຄັນ​ຖືກ​ໄຟ​ໄໝ້. ​ມີປະຊາ​ຊົນ 26 ຄົ​ນເສຍ​ຊີວິດ​ໃນ​ຄັ້ງ​ຫຼ້າ​ສຸດ
​ແຫ່ງ​ຄື້ນຟອງ​ການ​ໂຈມ​ຕີ ​ທີ່ແນ​ໃສ່​ພວກສະ​ແຫວ​ງບຸນ​ມຸສລິ​ມນິກາຍ Shi’ite ນັ້ນ.

​ເຫດລະ​ເບີດ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ຄຸ້ມ Shula ​ແລະ​ຄຸ້ມ Kadimiya ໃນ​ແບັກ​ແດດ ​ໃນ
​ວັນ​ເສົາ​ວານ​ນີ້ ຊຶ່ງ​ຢູ່ຫ່າງ​ພຽງ​ບໍ່​ເທົ່າໃດ​ຫຼັກ​ກິ​ໂລ​ແມັດ​ຈາກ​ອາຣາມ Imam Moussa
al-Kadhim ຊຶ່ງ​ເປັນ​ມື້​ລາງ​ເຫຼັນຂອງ​ Muhammad ຜູ້​ເຜີຍ​ແຜ່​ສາ​ສະໝາ​ອິມລາມ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກ ກ່າວ​ວ່າ ຢ່າງ​ໜ້ອຍ​ມີ 60 ຄົນ​ໄດ້​ຮັບບາດ​ເຈັບ.

ວັນ​ເສົາ​ວານ​ນີ້ ​ເປັນ​ມື້​ສຸດ​ທ້າຍ​ຂອງ​ການສະ​ແຫວ​ງບຸນ​ປະ​ຈໍາປີຂອງ​ພວກມຸສລິ​ມນິກາຍ
Shi’ite ​ແລະ​ການວາງ​ລະ​ເບີດ​ຄັ້ງ​ນີ້​ເປັນ​ຄັ້ງ​ຫຼ້າສຸດໃນ​ການໂຈມ​ຕີ​ຫຼາຍ​ບັ້ນ​ຕິດ​ຕໍ່​ກັນ​ມາ
ທີ່​ພາ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດຢ່າງ​ຫລວງຫລາຍ ​ໃນ​ອີ​ຣັກ​ໃນ​ສັບປະດາ​ຜ່ານ​ມາ​ນີ້.

ການວາງ​ລະ​ເບີດ​ໃນ​ລົດ​ໃນ​ວັນ​ພຸດ​ສັບປະ​ດາ​ແລ້ວ​ນີ້ ຊຶ່ງ​ເປັນ​ວັນ​ລິ​ເລີ້ມ ການສະ​ແຫວ​ງ
ບຸນ​ຂອງ​ຊາວ​ມຸສລິ​ມນິກາຍ Shi’ite ​ໄດ້​ເຮັດໃຫ້​ປະຊາ​ຊົນ​ເສຍ​ຊີວິດ​ໄປ 72 ຄົນ ​ແລະ​
ໄດ້​ຮັບ​ບາດ​ເຈັບ​ ເກືອບ 260 ຄົນ.

XS
SM
MD
LG