ທາງການອີຣັກກ່າວວ່າ ຄື້ນຟອງຂອງການວາງລະເບີດແລະການຍິງກັນໄດ້ສັງຫານ
ຢ່າງນ້ອຍ 91 ຄົນ ແລະເຮັດໃຫ້ບາດເຈັບ 172 ຄົນ ໃນວັນທີ່ນອງເລືອດທີ່ສຸດໃນອີຣັກ
ໃນປີນີ້.
ບັນດາເຈົ້າໜ້າທີ່ກ່າວວ່າ ການໂຈມຕີໃນວັນຈັນມື້ນີ້ ແມ່ນຮວມທັງພວກມືປືນທີ່ ໄດ້
ສັງຫານທະຫານອີຣັກ ຢ່າງນ້ອຍ 7 ຄົນ ໃນຄ້າຍທະຫານແຫ່ງນຶ່ງທາງພາກຕາເວັນ
ອອກສຽງເໜືອຂອງອີຣັກ ພ້ອມທັງການໂຈມຕີດ້ວຍລະເບີດຢ່າງຕໍ່ເນື່ອງກັນໃນເມືອງ
Kirkuk ທາງພາກເໜືອ. ນອກນັ້ນແລ້ວ ກໍຍັງມີການວາງລະເບີດລົດໃນນະຄອນຫລວງ
Baghdad ໃນຂະນະທີ່ ການໂຈມຕີເຖິງຂັ້ນມີຄົນເສຍຊີວິດຫລາຍໆບັ້ນ ໄດ້ແນເປົ້າ
ໝາຍໃສ່ເມືອງ Taji ຢູ່ກໍ້າເໜືອຂອງແບກແດດນັ້ນ.
ຍັງບໍ່ທັນມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບເທື່ອ.
ຄວາມຮຸນແຮງດັ່ງກ່າວມີຂຶ້ນ ຫຼັງຈາກທີ່ website ຂອງພວກຕໍ່ສູ້ເພື່ອສົງຄາມສັກສິດ
ຫລື jihad ໄດ້ລົງຂໍ້ຄວາມໃນວັນເສົາຜ່ານມານີ້ ທີ່ກ່າວວ່າມາຈາກຜູ້ນໍາຂອງເຄືອຂ່າຍກຸ່ມ
al-Qaida ໃນອີຣັກ ຊຶ່ງມີເນື້ອໃນວ່າ ກຸ່ມຂອງຕົນກໍາລັງເລີ່ມ ຕົ້ນ “ຂັ້ນຕອນໃໝ່.”ຂໍ້
ຄວາມທີ່ບັນທຶກເປັນສຽງ ຈາກຜູ້ທີ່ບົ່ງຊື່ວ່າ ນາຍ Abu Bakr al-Baghdi ນັ້ນ ກ່າວວ່າ
ລັດອີສລາມອີຣັກ ກໍາລັງວາງແຜນການທີ່ຈະໂຈມຕີບັນດາເຈົ້າໜ້າທີ່ສານ ແລະປ່ອຍ
ພວກນັກໂທດທັງຫຼາຍ.
ໃນເດືອນມີຖຸນາຜ່ານມານີ້ ກຸ່ມດັ່ງກ່າວໄດ້ອ້າງເອົາຄວາມຮັບຜິດຊອບໃນການວາງລະ
ເບີດລົດຕິດຕໍ່ກັນຫລາຍບັ້ນ ທີ່ໄດ້ສັງຫານ 72 ຄົນ ແລະເຮັດໃຫ້ບາດເຈັບເກືອບ 260 ຄົນ.