ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

30 ກວ່າຄົນເສຍຊີວິດ ໃນເຫດລະ​ເບີດ ຫລາຍໆບັ້ນ​ ຢູ່ອີຣັກ (ເບິ່ງສະໄລດ໌)


ເຫດລະເບີດທີ່ເມືອງ Kirkuk ທີ່ພາໃຫ້ມີ 9 ຄົນເສຍຊີວິດ
ເຫດລະເບີດທີ່ເມືອງ Kirkuk ທີ່ພາໃຫ້ມີ 9 ຄົນເສຍຊີວິດ

ເຈົ້າໜ້າ​ທີ່​ອິຣັກຖະ​ແຫຼ​ງວ່າ ການໂຈມ​ຕີ​ດ້ວຍລະ​ເບີດ​ ທີ່​ຕິດ​ຕໍ່ກັນຫຼາຍໆ​ບັ້ນຊຶ່ງໄດ້ມີ​ຂຶ້ນ
ໃນ​ນະຄອນຫຼວງ​ແລະ​ຫົວ​ເມືອງອື່ນໆໃນ​ພາກ​ເໜືອ​ຂອງ​ປະ​ເທດ​ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ
35 ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍ​ກວ່າ 100 ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ຫຼາຍໆ​ບັ້ນ​ໃນ​ວັນ​ພະຫັດ​ມື້​ນີ້​ ແມ່ນ​ມີ​ທັງ​ລະ​ເບີດ​ລົດ​
ແລະ​ລະ​ເບີດ​ຂ້າງ​ທາງ ປະສົມ​ກັນ ທີ່ປາກົດ​ວ່າ​ແນ​ເປົ້າ​ໝາຍໃສ່ກອງ​ກໍາ​ລັງ​ຮັກສາ​ຄວາມ​
ປອດ​ໄພຂອງ​ອີຣັກ.

ທີ່​ນະຄອນຫຼວງແບັກ​ແດັດ ລະ​ເບີດ​ຫຼາຍ​ຄັ້ງໄດ້ສັງຫານຢ່າງ​ນ້ອຍ 15 ຄົນ ຊຶ່ງ​ສ່ວນ​ໃຫຍ່
ຢູ່​ໃນ​ເຂດທີ່​ຊາວ Shi’ite ອາໄສ​ຢູ່. ລະ​ເບີດ​ລູກ​ນຶ່ງ​ ​ໄດ້ແຕກ​ໃສ່​ຂະບວນລົດຂອງລັດ​ຖະ
ມົນຕີກະຊວງສາ​ທາ​ລະນະ​ສຸກ ​ແຕ່​ທ່ານ​ບໍ່​ໄດ້​ຮັບ​ບາດ​ເຈັບ.

ສ່ວນເຫດລະ​ເບີດ​ທີ່​ເມືອງ Kirkuk ​ໄດ້​ສັງຫານ 9 ຄົນ ໃນ​ຂະນະ​ທີ່​ໄດ້​ເກີດ​ເຫດລະ​ເບີດ
ຮ້າຍ​ແຮງ​ອີກ​ຈຳນວນ​ນຶ່ງ ທີ່ເມືອງ Samarra, Taji ​ແລະ Ramadi.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອອກ​ມາອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ໃນ​ການ​ໂຈມ​ຕີ​ດ້ວຍລະ​ເບີດ​
ເຫຼົ່າ​ນີ້​ເທື່ອ ຊຶ່ງ​ໄດ້​ທຳລາຍ​ສະພາບ​ການທີ່​ຂ້ອນ​ຂ້າງງຽບ​ສະຫງົບຢູ່​ໃນ​ອິຣັກ.

ຜ່ານ​ມາ ​ແມ່ນໄດ້​ມີ​ການຖິ້ມ​ໂທດ​ໃສ່ພວກທີ່​ນັບຖື​ສາສະໜາ​ອິສລາມ​ນິກາຍ​ Sunni
ຫົວຮຸນແຮງ ກ່ຽວ​ກັບ​ການ​ໂຈມ​ຕີ​ສ່ວນ​ໃຫຍ່ ໃສ່ພວກທີ່ຖື​ນິກາຍ Shi’ite ຊຶ່ງເປັນ
ຊົນກຸ່ມໃຫຍ່ໃນອີຣັກ.

ການໂຈມຕີສະລະ​ຊີບ​ແລະ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ​ທີ່​ມີ​ຂຶ້ນ​ເກືອບ​ພ້ອມໆກັນ ຢູ່​ໃນ
8 ເມືອງໃນເດືອນແລ້ວນີ້ ໄດ້ເຮັດໃຫ້ຢ່າງນ້ອຍ 46 ຄົນເສຍຊີວິດ ແລະ ບາດເຈັບອີກ
ຫຼາຍກວ່າ 200 ຄົນ. ການໂຈມຕີດັ່ງກ່າວນັ້ນໄດ້ເກີດຂຶ້ນບໍ່​ເທົ່າ​ໃດ ມື້ ກ່ອນອີຣັກເປັນ
ເຈົ້າພາບຈັດກອງປະຊຸມສຸດ​ຍອດຂອງກຸ່ມສັນນິບາດອາຣັບ.

XS
SM
MD
LG