ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ຢ້ຽມຢາມອີຣັກ


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Leon Panetta
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Leon Panetta

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Leon Panetta ກ່າວວ່າ ສະຫະລັດ​
ແມ່ນມີຄວາມເປັນຫ່ວງຫລາຍ ກ່ຽວກັບ​ເລື່ອງທີ່​ອີຣານ​ທີ່ໄດ້ສະໜອງອາວຸດໃຫ້ແກ່
ພວກ​ຫົວ​ຕໍ່ສູ້ໃນອີຣັກນັ້ນ ຊຶ່ງທ່ານ​ໄດ້​ສະ​ແດງ​ຄວາມ​ເຫັນ​ທີ່​ວ່າ​ນີ້ໃນຂະນະທີ່ທ່ານຕຽມ
ຕົວຈະພົບປະກັບພວກຜູ້ນໍາຂອງຂອງອີຣັກ ກ່ຽວກັບອານາຄົດຂອງກອງທະຫານສະຫະ
ລັດໃນປະເທດດັ່ງກ່າວນັ້ນ.

ທ່ານ Panetta ໄດ້ບອກກັບທະຫານສະຫະລັກກຸ່ມ​ນຶ່ງ ທີ່ກຸງ Baghdad ໃນວັນຈັນ
ມື້ນີ້ວ່າ​ ສະຫະລັດບໍ່ສາມາດ​ທີ່​ຈະ​ປ່ອຍໃຫ້ການ​ປະກອບ​ອາວຸດ​ໃຫ້​ພວກ​ກະບົດອີຣັກ
ນັ້ນດໍາ​ເນີນ​ສືບ​ຕໍ່​ໄປ​ໄດ້ແລະຈະຫາ​ທາງ​ແກ້ໄຂສະພາບການດັ່ງກ່າວ ນີ້​ໂດຍ​ກົງ.

ທາງການສະຫະລັດໄດ້ກ່າວຫາອີຣານວ່າ ເປັນຜູ້ສົ່ງອາວຸດໃຫ້ພວກກຸ່ມຫົວຮຸນແຮງ
ນິກາຍ ​Shi'ite ທີ່​ໄດ້​ນໍາໃຊ້​ອາວຸດ​ເຫລົ່າ​ນັ້ນໃນການສັງຫານພວກທະຫານອະເມຣິກັນ
ສ່ວນ​ໃຫຍ່​ໃນ​ຈໍານວນ 15 ຄົນ ທີ່ເສຍຊີວິດ ໃນເດືອນແລ້ວນີ້ ຊຶ່ງເປັນເດືອນທີ່ສູນເສຍ
ຊີວິດທະຫານອະເມຣິກັນຫຼາຍທີ່ສຸດໃນສົງຄາມທີ່ອີຣັກໃນ ຮອບ 2 ປີ.

ທ່ານ Panetta ໄດ້ມີໝາຍກໍານົດທີ່ຈະພົບປະກັບພວກຜູ້ນໍາຂອງຂອງອີຣັກ ອັນຮວມ
ທັງປະທານາທິບໍດີ​ Nouri al-Maliki ແລະຈະກົດດັນໃຫ້ທາງອີຣັກ ຕັດສິນໃຈວ່າ ພວກເຂົາເຈົ້າຕ້ອງການທີ່ຈະໃຫ້ກໍາລັງທະຫານສະຫະລັດມີໜ້າຢູ່ທີ່ນັ້ນຕໍ່ໄປກາຍກໍານົດ
ທີ່ວາງໄວ້ນັ້ນຄືທ້າຍປີນີ້ຫຼືບໍ່. ນອກ​ນີ້ທ່ານຍັງຈະຊຸກຍູ້ໃຫ້ພວກ​ຜູ້​ນໍາອີຣັກ ດໍາ​ເນີນການ
ຫລາຍ​ຂຶ້ນ​ເພື່ອຕໍ່ສູ້ກັບກຸ່ມຫົວຮຸນແຮງ Shi'ite ນັ້ນ.

ສະຫະລັດມີ​ກໍານົດ​ຈະຖອນກອງທະຫານຈໍານວນ 46 ພັນຄົນທີ່​ຍັງ​ເຫລືອ ຢູ່​ໃນອີຣັກນັ້ນ
ອອກ​ໄປພາຍໃນວັນທີ 31 ເດືອນທັນວາ​ປີ​ນີ້ ຕາມສັນຍາທີ່​ໄດ້ຕົກລົງກັນກັບທາງລັດຖະ
ບານອີຣັກໃນປີ 2008 ນັ້ນ. ແຕ່ທາງ​ເຈົ້າ​ໜ້າ​ທີ່​ຂອງທັງສອງຝ່າຍ​ໄດ້ສະແດງຄວາມ
ເປັນຫ່ວງກ່ຽວ​ກັບ​ຄວາມ​ສາມາດ​ຂອງລັດຖະບານອີຣັກ ໃນການທີ່​ຈະຮັກສາຄວາມ
ປອດໄພຂອງ​ຕົນ​ເອງ​ໄດ້​ຫລື​ບໍ່ ຫຼັງຈາກທີ່ກອງທະຫານສະຫະລັດຖອນອອກຈາກ​ໄປ
ອີຣັກແລ້ວນັ້ນ.

XS
SM
MD
LG