ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນອີຣັກ 23 ຄົນເສຍຊີວິດ ໃນເຫດລະເບີດແຕກ ໃນກຸງແບກແດ໊ດ


ການວາງລະເບີດໂຈມຕີໃນກຸງແບກແດ໊ດ, ອີຣັກ.
ວັນທີ 12 ຕຸລາ 2011.
ການວາງລະເບີດໂຈມຕີໃນກຸງແບກແດ໊ດ, ອີຣັກ. ວັນທີ 12 ຕຸລາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກກ່າວ​ວ່າ ການວາງ​ລະ​ເບີດ​ໂຈມ​ຕີ​ຫລາຍ​ບັ້ນ​ຕິດ​ຕໍ່ກັນ​ໃນ​ທົ່ວ​ນະຄອນ
ຫລວງ​ແບກ​ແດ໊ດ ​ໄດ້​ເຮັດໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 23 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ
ຕື່ມ​ອີກ​ຫລາຍ​ສິບ​ຄົນ. ທາງ​ການ​ອີຣັກກ່າວ​ວ່າ ການ​ໂຈມ​ຕີ​ທີ່ມີ​ຜູ້​ຄົນ​ຕາຍ​ຫລາຍ​ທີ່​ສຸດ​ໃນ​ວັນ
ພຸດມື້​ນີ້​ເປັນ​ການ​ໂຈມ​ຕີ​ສະລະ​ຊີບ​ທີ່​ໄດ້​ເຮັດ​ໃຫ້​ຜູ້​ ຄົນ​ເສຍ​ຊີວິດ​ໄປ 17 ຄົນ​ຢູ່​ນອກສະຖານີ
ຕໍາຫລວດ​ແຫ່ງ​ນຶ່ງ​ໃນ​ໃຈກາງ​ກຸງ​ແບກ​ແດ໊ດ ​ແລະ​ການ​ໂຈມ​ຕີ​ອີກ​ບັ້ນ​ນຶ່ງ​ໃນ​ເມືອງ Hurriyah
ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

ເຫດລະ​ເບີດໃນອີກບ່ອນ​ນຶ່ງຕ່າງຫາກ​ໃນ​ເມືອງ Hurriyah ​ໄດ້​ສັງ​ຫານ​ ​ນຶ່ງຄົນ​ແລະເຮັດ​
ໃຫ້ບາດ​ເຈັບ​ຕື່ມ​ອີກ 12 ຄົນ ຊຶ່ງ​ສ່ວນຫລາຍ​ເປັນພວກ​ທະຫານ.

ໃນ​ພາກ​ໃຕ້​ກຸງ​ແບກ​ແດ໊ດ ລະ​ເບີດລົດ​ຄັນ​ນຶ່ງ​ໄດ້​ສັງຫານ​ປະຊາຊົນ 3 ຄົນ ​ໃນ​ຂະນະ​ດຽວ
ກັນ​ໃນເມືອງ​ນຶ່ງ​ໃນພາກ​ຕາ​ເວັນ​ຕົກ ລະ​ເບີດ​ທີ່ຫ້າງ​ໄວ້​ແຄມ​ທາງ​ໄດ້​ສັງຫານ​ 2 ຄົນ​ແລະ
ເຮັດ​ໃຫ້ບາດ​ເຈັບ​ຕື່ມ​ອີກ 5 ຄົນ.

ການ​ໂຈມ​ຕີ​ເຫລົ່າ​ນີ້​ມີ​ຂຶ້ນຫລັງ​ຈາກ​ມີລະ​ເບີດ​ແຕກ​ຂຶ້ນ​ຫລາຍ​ບັ້ນ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ໃນ
ເມືອງຫລວງ​ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ຕາຍ​ໄປ 10 ຄົນ​ແລະ​ຮັບ​ບາດ​ເຈັບ​ຕື່ມ​ອີກ 19 ຄົນ.

ຄວາມ​ວຸ້ນວາຍ​ໃນ​ອີຣັກ​ໄດ້​ລົດ​ລົງ​ຢ່າງ​ຫລວງຫລາຍ​ນັບ​ແຕ່​ການ​ສູ້​ລົບ​ກັນ​ດ້ານ​ສາ​ສະໜາ​
ເພີ່ມ​ທະວີ​ຂຶ້ນ​ລະດັບ​ສູງ​ສຸດ​ໃນ​ປີ 2006 ​ແລະ 2007 ​ແຕ່​ການວາງ​ລະ​ເບີດ​ໂຈມ​ຕີ​ແລະ
ການ​ຍິງ​ຕໍ່ສູ້​ກັນ​ຍັງ​ດໍາ​ເນີນຢ່າງ​ສະໝໍ່າສະ​ເໝີ​ຢູ່​ຕໍ່​ມາ.

XS
SM
MD
LG