ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣັກ ອອກໝາຍຈັບ ຮອງປະທານາທິບໍດີ Tariq al-Hashemi


ຮອງປະທານາທິບໍດີອີຣັກ Tariq al-Hashemi ທີ່ຖືກລັດຖະບານ ໝາຍຈັບ
ຮອງປະທານາທິບໍດີອີຣັກ Tariq al-Hashemi ທີ່ຖືກລັດຖະບານ ໝາຍຈັບ

ລັດຖະບານ​ອີຣັກ ທີ່ນໍາ​ໂດຍ​ພວກ​ນັບຖື​ສາສະໜາ​ອິສລາມ​ນິກາຍ Shi’ite ​ໄດ້​ອອກ​ໝາຍ
ຈັບ ທ່ານ Tariq al-Hashemi ຮອງ​ປະທານາທິບໍດີທີ່​ນັບຖືນິກາຍ​ຊຸນ​ນີ ຊຶ່ງ​ການ​ເຄຶ່ອນ​
ໄຫວ​ໃນ​ຄັ້ງນີ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຫລັກ​ຖານ​ການເກີດ​ວິ​ກິດ​ການ​ທາງ​ການ​ເມືອງ ທີ່ໜັກ
ໜ່ວງລົງ​ໄປ​ອີກ ​ຫຼັງຈາກ​ການ​ຖອນທະຫານ​ສະຫະລັດ​ອອກ​ຈາກ​ອີຣັກນັ້ນ.

ທ່ານ Adil Daham ​ໂຄສົກ​ກະຊວງ​ພາຍ​ໃນ​ຂອງ​ອີຣັກ ກ່າ​ວວ່າ ທ່ານ Hashemi ຖືກ
ກ່າວ​ຫາ​ວ່າ​ເປັນ​ພວກ​ກໍ່ການ​ຮ້າຍ. ​ການ​ກ່າວ​ຫາ​ດັ່ງກ່າວ​ແມ່ນ​ອີງ​ຕາມ​ການ​ຍອມຮັບ​ຂອງ
ພວກອາຣັກຂາສາມ​ຄົນ​ຂອງ​ທ່ານທີ່​ເວົ້າວ່າ ພວກ​ເຂົາ​ເຈົ້າ​ໄປ​ຫ້າງ​ລະ​ເບີດ ທີ່​ແນ​ໃສ່​ລັດຖະ
ບານ​ອີຣັກ ​ແລະ​ພວກ​ເຈົ້າ ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ.

ຜູ້​ຊ່ວຍ​ຄົນ​ນຶ່ງ​ຂອງ​ທ່ານ Hashemi ໃນຂະນະທີ່​ຍອມຮັບ​ວ່າ​ ອາຣັກຂາ​ທັງ​ສາມຄົນ​ເຮັດ
ວຽກ​ໃຫ້​ຮອງ​ປະທານາທິບໍດີ ແຕ່ໄດ້ປະຕິ​ເສດ​ການ​ກ່າວ​ຫາ​ວ່າ​ເປັນ​ພວກ​ກໍ່ການ​ຮ້າຍ​ນັ້ນ.

ມີ​ລາຍ​ງານ​ວ່າ ທ່ານ Hashemi ຢູ່​ຂົງ​ເຂດ​ຂອງ​ Kurdistan ທາງ​ພາກ​ເໜືອ​ຂອງ​ອີຣັກ
ເພື່ອ​ເຈລະຈາ​ກັບ​ພວກ​ເຈົ້າໜ້າ​ທີ່​ເຄີ​ດ. ​ແຕ່​ຍັງບໍ່​ສາມາດ​ຕິດ​ຕໍ່ທ່ານ​ ເພື່ອ​ຂໍ​ຄວາມ​ເຫັນ​ຈາກ​
ທ່ານ​ໄດ້.

ລັດຖະບານ​ໂອ​ບາ​ມາສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ເຫດການ​ນີ້ ​ໂຄສົກທໍານຽບຂາວ
ກ່າວ​ວ່າ ສະຫະລັດ​ຮຽກຮ້ອງ​ໃຫ້​ໝົດ​ທຸກ​ຝ່າຍ​ຈົ່ງ​ປະຕິບັດ​ງານ​ເພື່ອ​ແກ້​ໄຂ​ຄວາມ​ເຫັນ​ແຕກ
ຕ່າງ​ກັນຢ່າງ​ສັນຕິໂດຍ​ຜ່ານ​ການ​ໂອ້ ລົມ ​ໃນ​ວິທີ​ທີ່ສອດ​ຄ່ອງ​ກັບ​ຕົວ​ບົດ​ກົດໝາຍ​ນັ້ນ.

ກ່ອນ​ໜ້າ​ນີ້ ທ່ານ Nouri al-Maliki ນາຍົກ​ລັດຖະມົນ​ຕີ​ອີຣັກ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ລົງ
ຄະ​ແນນ​ສຽງ​ບໍ່​ໄວ້​ວາງ​ໃຈ​ໃນ​ສະພາ​ແຫ່ງ​ຊາດ​ຕໍ່​ນັກ​ການ​ເມືອງ​ລະດັບ​ສູງອີກ​ຄົນ​ນຶ່ງຂອງ​
ພວກ​ຊຸນ​ນີ່ ຄືຮອງ​ນາຍົກລັດຖະມົນຕີ ທ່ານ Saleh al-Matlaq. ​ໃນ​ການ​ໃຫ້​ສໍາພາດ​ກັບ
ວີ​ໂອ​ເອ ພະ​ແນ​ກພາ ສາເຄີ​ດ ທ່ານ Mutlaq ​ເອີ້ນ​ທ່ານມາ​ລິ​ກີວ່າ ​ເປັນ​ຜູ້​ນໍາ​ຜ​ະ​ເດັດ​ການ
ແລະ​ຮຽກຮ້ອງ​ໃຫ້​ສະຫະລັດ​ທົບ​ທວນ​ນະ​ໂຍບາຍ​ກ່ຽວ​ກັບ​ອີຣັກຂອງ​ຕົນ​ນັ້ນ​ຄືນ ​ໃໝ່.

XS
SM
MD
LG