ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກລັດຖະມົນຕີອີຣັກ ຢືນຢັນວ່າ ການວາງລະເບີດ ໃນອາທິດແລ້ວນີ້ ເປັນການລອບສັງຫານທ່ານ


ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ກ່າວຢືນຢັນວ່າ ເຫດການລະເບີດແມ່ນເພື່ອການ ລອບສັງຫານທ່ານ.
ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ກ່າວຢືນຢັນວ່າ ເຫດການລະເບີດແມ່ນເພື່ອການ ລອບສັງຫານທ່ານ.

ທ່ານ Nouri al-Maliki ນາຍົກລັດຖະມົນຕີອີຣັກ ​ໄດ້​ຢືນຢັນ​ວ່າ​ເຫດການ​ວາງລະ​ເບີດ​ລົດ​
ຄັນ​ນຶ່ງຢູ່​ພາຍ​ໃນ​ບໍລິ​ເວນ​ເຂດສີຂຽວ ຫລື Green Zone ​ທີ່​ວາງ​ແນວປ້ອງ​ກັນ​ໄວ້​ຢ່າງ​ໜາ​
ແໜ້ນ ​ເມື່ອ​ວັນ​ຈັນ​ຜ່ານ​ມາ​ນັ້ນ ​ແມ່ນ​ເປັນ ການ​ພະຍາຍາມ​ລອບ​ສັງຫານ​ທ່ານ.

ໃນ​ການ​ໃຫ້​ສໍາພາດ​ກັບ​ອົງການຂ່າວ ​ເອພີ ​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ ມາ​ລິ​ກີ​ ກ່າວ​ວ່າ ຂໍ້
ມູນ​ໃນ​ເບື້ອ​ງຕົ້ນ​ຊີ້​ແນະ​ວ່າ ລະ​ເບີ​ດ​ລົດໄດ້​ຖືກກະ​ເວລາ​ໃຫ້ ແຕກ​ຂຶ້ນ ​ຕອນ​ທີ່​ທ່ານ​ຢ່າງ​ເຂົ້າ
ໄປ​ໃນ​ຕຶກ​ສະພາພໍດີ.

ພວກ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ກ່າວ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ຄົນ​ຮ້າຍ​ໄດ້​ຕັ້ງ​ໃຈ​ທີ່​ຈະ
ຂັບ​ລົດ​ທີ່​ບັນທຸກ​ລະ​ເບີດ​ເຕັມ​ນັ້ນ ​ໄປ​ຍັງ​ລານ​ຈອດ​ລົດໃກ້​ຕຶກ​ສະພາ ​ແລະ​ຈະ​ບີ​ບຂະ​ນວນ
ໃຫ້​ລະ​ເບີດຂຶ້ນ ​ໃນ​ເວລາທີ່ທ່ານມາ​ລິ​ກີ ​ໄປເຖິງ​.

ແຕ່ພວກ​ເຈົ້າໜ້າ​ທີ່​ຢູ່​ດ່ານ​ກວດ ບໍ່​ຍອມ​ໃຫ້​ຄົນ​ຂັບ​ລົດ​ລະ​ເບີດເຂົ້າ​ໄປ ເພາະວ່າ​ບໍ່​ມີ​ຫລັກ​ຖານ
ສະ​ແດງ​ຕົນ​ຄົບ​ຖ້ວນ ​ຜູ້ກ່ຽວ​ກໍ​ເລີຍ​ບີບຂະ​ນວນ​ລະ​ເບີດ ທີ່​ຍັງ​ຜົນ​ໃຫ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ຄົນ
ນຶ່ງ ​ແລະ​ບາດ​ເຈັບອີກ​ຫລາຍ​ຄົນ.

ເຫດ​ລະ​ເບີດໄດ້​ເກີດ​ຂຶ້ນ ​ໃນ​ເວລາ​ທີ່​ມີ​ຄວາມ​ເປັນ​ຫ່ວງເພີ່ມ​ທະວີຂຶ້ນກ່ຽວ​ກັບ​ຄວາມ​ສາມາດ
ຂອງ​ແບກແດດ ໃນ​ການ​ດູ​ແລ​ຄວາມ​ປອດ​ໄພຂອງ​ຕົນ​ເອງ ຫລັງ​ຈາກ​ການຖອນ​ທະຫານ​ຂອງ
ສະຫະລັດ​ໃນ​ທ້າຍ​ເດືອນ​ນີ້. ​ໃນ​ຂະນະ​ດຽວ​ກັນ ທະຫານ​ຈໍານວນ​ນຶ່ງ​ໃນ​ຈຸ​ສຸດ​ທ້າຍໆ​ທີ່​ຈະ
ຖອນອອກ​ຈາກ​ອີຣັກນັ້ນ ​ໄດ້​ໄປ​ເຖິງ​ແຜ່ນດິນ​ສະຫະລັດ​ແລ້ວ. ​ເມື່ອ​ວັນ​ເສົາ​ວານ​ນີ້ ພວກ​ລູກ
ເມຍ​ອັນ​ເປັນ​ທີ່​ຮັກ​ແພງ​ ​ໄດ້​ໄປ​ຕ້ອນຮັບພວກ​ທະຫານ ທີ່​ເດີນທາງ​ກັບ​ຄືນ​ບ້ານ​ຢູ່ເມືອງ Fort
Hood ລັດ​ເທັກຊັສ​ ດ້ວຍ​ຄວາມ​ດີ​ອົກ​ດີ​ໃຈ​ຢ່າງ ​ທີ່​ສຸດ.

XS
SM
MD
LG