ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມ​ອາລຄາ​ອີ​ດາ ໃນ​ອິຣັກ ​ອ້າງ​ເອົາ​ ຄວາມ​ຮັບຜິດ​ຊອບ ​ຕໍ່ການໂຈມ​ຕີ​ທີ່ຮ້າຍແຮງທີ່ສຸດ


ສາຂາກຸ່ມອາລຄາອີດາ ອ້າງເອົາຄວາມຮັບຜິດຊອບຂອງການໂຈມຕີບັ້ນຕ່າງໆ
ສາຂາກຸ່ມອາລຄາອີດາ ອ້າງເອົາຄວາມຮັບຜິດຊອບຂອງການໂຈມຕີບັ້ນຕ່າງໆ

ສາຂາຂອງ​ກຸ່ມ​ອາລ ຄາ​ອີ​ດາ​ໃນ​ອິຣັກ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ຕໍ່ການ​ກໍ່​ຄວາມ​
ຮຸນ​ແຮງ ​ໃນ​ມື້​ທີ່​ນອງ​ເລືອດທີ່​ສຸດ​ໃນ​ອິຣັກ ໃນ​ຮອບດົນກວ່າ​ສອງ​ປີ.

ລັດ​ອີສລາມຂອງ​ອິຣັກ ຫຼື ISI ​ເວົ້າ​ໃນ​ຖະແຫຼງການ​ສະບັບນຶ່ງ ທີ່​ລົງ​ໃນ​ເວັ​ບ​ໄຊ້ຂອງ
​ພວກ​ສະໜັບສະໜຸນຈິ​ຮາດວ່າ ຕົນ​ຢູ່​ເບື້ອງຫຼັງຄື້ນຟອງ​ຂອງ​ການ​ໂຈມ​ຕີ​ບັ້ນ​ຕ່າງໆ
ທີ່​ປະທະ​ຢ່າງ​ໜ້ອຍ 15 ຫົວ​ເມືອງ ​ເມື່ອ​ວັນ​ຈັນ​ຜ່ານ​ມາ​ນີ້ ທີ່​ໄດ້​ສັງຫານຢ່າ​ງໜ້ອຍ
115 ຄົນ ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ ອີກຫລາຍ​ກວ່າ 200 ຄົນ.

ການວາງລະ​ເບີດ​ແລະ​ການ​ລະດົມ​ຍິງ ຢ່າງ​ມີ​ການ​ປະສານ​ງານ​ກັນ​ເປັນ​ຢ່າງ​ດີນັ້ນ ​
ແມ່ນ​ໄດ້ມີ​ຂຶ້ນບໍ່​ເທົ່າ​ໃດ​ມື້ຫຼັງຈາກ​ຊາຍ​ຄົນ​ນຶ່ງ​ທີ່​ລະບຸ​ວ່າ​ເປັນ​ຜູ້​ນໍາ​ຂອງ​ກຸ່ມດັ່ງກ່າວ
​ເວົ້າອັດ​ສຽງຜ່ານເວັ​ບ​ໄຊ້ວ່າ ພວກ​ຕົນ​ກໍາລັງ​ເລິ່ມຕົ້ນ ຂັ້ນ​ຕອນ​ບັ້ນ​ໃໝ່ ​ແລະມີ​ແຜນ
​ຈະ​ທໍາ​ການ​ໂຈມ​ຕີຫຼາຍໆ​ບັ້ນ.

​ຜ່ານ​ມາ​ ກຸ່ມ ISI ​ເຄີຍ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີ​ດ້ວຍ​ລົດ​ຕິດ​ລະ
​ເບີດຕິດ​ຕໍ່ຫລາຍໆ​ບັ້ນ​ ທີ່​ໄດ້​ສັງຫານ 72 ຄົນ​ໃນ​ເດືອນມິຖຸນາ.

XS
SM
MD
LG