ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 72 ຄົນ ເສຍຊີວິດ ຍ້ອນການວາງລະເບີດ ໃສ່ກຸ່ມ Shi'ite ທີ່ນະຄອນຫຼວງ ແບກແດດ


ເຫດການລະເບີດທາງຕອນໃຕ້ນະຄອນຫຼວງແບກແດດ
ເຫດການລະເບີດທາງຕອນໃຕ້ນະຄອນຫຼວງແບກແດດ

ເຈົ້າໜ້າທີ່ອີຣັກເວົ້າວ່າ ເຫດລະເບີດທີ່ແນເປົ້າໝາຍໃສ່ເຂດທີ່ພວກນັບຖືສາສະໜາອິສລາມ
ນິກາຍ Shi’ite ອາໃສຢູ່ໃນເຂດພາກໃຕ້ ແລະໃນນະຄອນຫລວງແບກແດດ ສົ່ງ​ຜົນໃຫ້
ຢ່າງໜ້ອຍ 72 ຄົນເສຍຊີວິດ ແລະອີກ 100 ກວ່າ ຄົນໄດ້ຮັບບາດເຈັບ.

ເຫດລະເບີດແຕກທີ່ນອງເລືອດໄດ້ເກີດຂຶ້ນໃນວັນພະຫັດວານນີ້ ຊຶ່ງຜູ້ວາງລະເບີດສະລະ
ຊີບ ໄດ້ໂຈມຕີພວກສະແຫວງບຸນນິກາຍ Shi’ite ກຸ່ມນຶ່ງ ຢູ່ໃກ້ກັບເມືອງ Nasiriyah ຢູ່
ທາງພາກໃຕ້ຂອງປະເທດ ສົ່ງ​ຜົນໃຫ້ 45 ຄົນເສຍຊີວິດ ແລະອີກປະມານ 70 ຄົນໄດ້ຮັບ
ບາດເຈັບ.

ຂະນະເກີດເຫດນັ້ນ ພວກສະແຫວງບຸນກໍາລັງຍ່າງໄປຫາເມືອງ Karbala ເພື່ອເຂົ້າຮ່ວມ
ພິທີ Arbaeen ຊຶ່ງເປັນວັນສໍາຄັນທາງສາດສະໜາທີ່ເປັນຂີດໝາຍ ຂອງມື້ສຸດທ້າຍໃນການ
ໄວ້ອາໄລ ທີ່ດໍາເນີນມາເປັນເວລາ 40 ມື້ ໃຫ້ແກ່ທ່ານ Imam Hussein, ບຸກຄົນສໍາຄັນ
ສໍາລັບພວກນັບຖືນິກາຍ Shi’ite.

ນອກນັ້ນ ເຫດລະເບີດຕ່າງໆ ຍັງໄດ້ແນເປົ້າໝາຍໃສ່ຄຸ້ມທີ່ພວກນັບຖືສາສະໜາອິສລາມນິ
ກາຍ Shi’ite ອາໃສຢູ່ ໃນນະຄອນແບກແດດອີກດ້ວຍ.

ລະເບີດໜ່ວຍນຶ່ງທີ່ຫ້າງໃສ່ລົດຈັກຄັນນຶ່ງ ແຕກຂຶ້ນໃກ້ກັບບ່ອນທີ່ກໍາມະກອນ ກຸ່ມນຶ່ງທີ່ໄປ
ໂຮມ ກັນຢູ່ເພື່ອຊອກຫາວຽກເຮັດຢູ່ເມືອງ Sadr. ຕິດຕາມໄປດ້ວຍລະເບີດ​ອີກ​ລູກ​ນຶ່ງແຕກ ຂຶ້ນຢູ່ໃນເມືອງດຽວກັນໃນເວລາບໍ່ພໍເທົ່າໃດຕໍ່​ມາ ຊຶ່ງເຫດ ລະເບີດສອງ​ຄັ້ງ​ນີ້ໄດ້ເຮັດໃຫ້ 12
ຄົນເສຍຊີວິດ.

ປະມານ 2 ຊົ່ວເມືອງຕໍ່ມາ ລະເບີດທີ່​ຫ້າ​ງ​ໄວ້​ໃນລົດສອງຄັນໄດ້ແຕກຂຶ້ນໃນເວລາເກືອບຕິດ
ຕໍ່ກັນເລີຍ ຢູ່ໃນເມືອງ Kazimiyah ຢູ່ທາງພາກເໜືອຂອງແບກແດດ ໄດ້ເຮັດໃຫ້ 15 ຄົນ
ເສຍຊີວິດ. ເຫດລະເບີດ ແຕກໃນແບກແດດທັງສອງຄັ້ງນີ້ ສົ່ງຜົນໃຫ້ຢ່າງໜ້ອຍ 30 ຄົນໄດ້
ຮັບບາດເຈັບ.

ບໍ່ໄດ້ມີການອ້າງເອົາຄວາມຮັບຜິດຊອບແຕ່ຢ່າງໃດ. ໂຄສົກທະຫານປະຈໍານະ ຄອນແບກ
ແດດນາຍພົນເອກ Qassim al-Moussawi ເວົ້າວ່າ ມັນຍັງໄວເກີນໄປທີ່ຈະບົ່ງຕົວຜູ້ຕ້ອງ
ສົງໄສໄດ້ ເພາະການສືບສວນ ສອບສວນໃນການ ໂຈມຕີເຫລົ່ານີ້ຫາກໍ່ເລີ້ມຕົ້ນຂຶ້ນ.

ຈໍານວນຄົນເສຍຊີວິດໃນວັນພະຫັດວານນີ້ ເປັນຈໍານວນທີ່ຫລາຍທີ່ສຸດ ໃນອີຣັກນັບຕັ້ງ
ແຕ່ ມີການຖອນທະຫານຂອງສະຫະລັດອອກ​ໄປໃນວັນທີ 18 ທັນວາ ທີ່ຜ່ານມາ ຊຶ່ງໄດ້
ເຮັດ ໃຫ້ການເຂົ້າໄປກ່ຽວພັນຂອງສະຫະລັດໃນສົງຄາມ ທີ່ດໍາເນີນມາເປັນເວລາ 8 ປີນັ້ນ
ສິ້ນສຸດລົງ. ກະແສຟອງຂອງລະເບີດແຕກ ຫລາຍງວດຕິດຕໍ່ກັນ ຊຶ່ງສ່ວນຫລາຍແມ່ນເກີດ ຂຶ້ນຢູ່ໃນເຂດທີ່ພວກນັບຖືນິກາຍ Shi’ite ອາໃສຢູ່ໃນນະຄອນແບກແດດ ໄດ້ເຮັດໃຫ້ຢ່າງ
ນ້ອຍ 69 ຄົນເສຍຊີວິດ ໃນວັນທີ 22 ທັນວາທີ່ຜ່ານມາ.

ນັກຊ່ຽວຊານດ້ານປະເທດອີຣັກ ທ່ານ Anthony Cordesman ຂອງສູນການສຶກສາ
ດ້ານຍຸດທະສາດ ແລະສາກົນ ໃນນະຄອນຫວງວໍຊິງຕັນດີຊີ ໄດ້ກ່າວຕໍ່ວີໂອເອວ່າການ
ດໍາເນີນ ຄວາມພະຍາຍາມຂອງລັດຖະບານອີຣັກ ໃນການຢຸດຕິບໍ່ໃຫ້ມີເຫດລະເບີດແຕກ
ນັ້ນ ບໍ່ຄ່ອຍມີສະມັດຕະພາບຍ້ອນມີການກິນສິນບົນ ຫລືສໍ້ໍລາດ​ບັງ​ຫຼວງ ຢູ່ໃນກໍາລັງ
ປ້ອງກັນຄວາມປອດໄພ.

XS
SM
MD
LG