ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາຜູ້ເຈລະຈາ ເລື່ອງນິວເຄລຍ ຂອງອີຣ່ານ ຍັງມີ 'ບັນຫາຫຍຸ້ງຍາກ​' ທີ່ຈະຕ້ອງແກ້ໄຂ


ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຊ້າຍ), ລັດຖະມົນຕີ​​ຕ່າງປະ​ເທດອີ​ຣ່ານ ທ່ານ Mohammad Javad Zarif (ຂວາມື ຄົນທີສອງ), ປະຊຸມກັນ ຢູ່ທີ່ໂຮງແຮມ ແຫ່ງໜຶ່ງ ໃນນະຄອນຫຼວງ Vienna, ວັນທີ 27 ມິຖຸນາ 2015.
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຊ້າຍ), ລັດຖະມົນຕີ​​ຕ່າງປະ​ເທດອີ​ຣ່ານ ທ່ານ Mohammad Javad Zarif (ຂວາມື ຄົນທີສອງ), ປະຊຸມກັນ ຢູ່ທີ່ໂຮງແຮມ ແຫ່ງໜຶ່ງ ໃນນະຄອນຫຼວງ Vienna, ວັນທີ 27 ມິຖຸນາ 2015.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ກ່າວ​ວ່າ ບັນດາ​ຜູ້​ເຈລະຈາ​ ເລື່ອງນິວ​ເຄລຍຂອງອີຣ່ານ
​ແມ່ນ​ມີ​ຄວາມ​ຫວັງ​ວ່າ ພວກ​ເຂົາ​ເຈົ້າຈະ​ສາມາດ ບັນ​ລຸ​ຂໍ້​
ຕົກລົງ ພາຍ​ໃນ​ທ້າຍ​ເດືອນ​ນີ້ ​ແຕ່​ຍັງ​ມີ​ຄວາມ​ຈຳ​ເປັນ​ທີ່​
ຈະ​ຕ້ອງທຳ​ງານ ​ເພື່ອແກ້​ໄຂ “ບັນຫາທີ່​ຫຍຸ້ງຍາກ ຫຼາຍ
ຈຳນວນ​ໜຶ່ງ​ຢູ່.”

ທ່ານ Kerry ​ໄດ້​ມີ​ຄວາມ​ເຫັນ​ດັ່ງກ່າວ ​ ຢູ່ນະຄອນຫຼວງ
Vienna ຂອງ​ປະ​ເທດ​ອອສ​ເຕຣຍ​ ໃນ​ວັນ​ເສົາ​ວານ​ນີ້
ໃນຂະນະ​ທີ່​ທ່ານ​ເປີດການ​ເຈລະຈາ ແບບ​ປິດ​ລັບ ຫຼາຍໆ
ບັ້ນ ກັບ​ລັດຖະມົນຕີຕ່າງປະ​ເທດອີ​ຣ່ານ ທ່ານ Mohammad Javad Zarif.

ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius ກ່າວຖະແຫລງ ຕໍ່ສື່ຂ່າວ ໃນຂະນະທີ່ ເດີນທາງໄປຮອດ Palais Coburg ບ່ອນທີ່ ການເຈລະຈາປິດລັບ ກັບອີຣ່ານ ຈະມີຂຶ້ນ ໃນນະຄອນຫຼວງ Vienna ປະເທດ Austria, ວັນທີ 27 ມິຖຸນາ 2015.
ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius ກ່າວຖະແຫລງ ຕໍ່ສື່ຂ່າວ ໃນຂະນະທີ່ ເດີນທາງໄປຮອດ Palais Coburg ບ່ອນທີ່ ການເຈລະຈາປິດລັບ ກັບອີຣ່ານ ຈະມີຂຶ້ນ ໃນນະຄອນຫຼວງ Vienna ປະເທດ Austria, ວັນທີ 27 ມິຖຸນາ 2015.

Vienna, Austria, June 27, 2015.ທ່ານ Zarif ​ເວົ້າ​ວ່າ ທັງ​ສອງ​ຝ່າຍຈຳ​ເປັນ​ຕ້ອງ​ໄດ້ເຮັດ​ວຽກຢ່າງ​ໜັກ ​ເພື່ອ​ທຳ​ຄວາມ​ຄືບ​ໜ້າ ​ແລະ​ກ້າ​ວໄປ​ຂ້າງ​ໜ້າ​ ​ແລະຖ້າ​ຫາກ​ວ່າ ອີກ​ຝ່າຍໜຶ່ງ “​ເອົາ​ບາດ​ກ້າວ​ໃນ​ທາງ​ບວກ ​ແລະ ບໍ່ຮຽກຮ້ອງ​ຫຼາຍ​ເກີນ​ໄປ ແນ່ນອນ ພວກ​ເຮົາກໍ​ແມ່ນ​ຈະ​ບັນລຸ​ຂໍ້​ຕົກລົງ ​ທີ່​ຈະ​ເປັນ​ປະ​ໂຫຍ​ດ​ແກ່ໝົດ​ທຸກ​ຝ່າຍ.”

ລັດຖະມົນຕີ​ຕ່າງ​ປະດເທດຝຣັ່ງ ທ່ານ Laurent Fabius ກ່າວ​ວ່າ ​ມີ 3 ເງື່ອນ​ໄ​ຂ ​ທີ່​ຍັງ​ຈະຕ້ອງໄດ້​ແກ້​ໄຂ ​ເພື່ອ​ຄ້ຳປະກັນ​ໃຫ້ໄດ້​ຂໍ້​ຕົກລົງ​ທີ່​ສຳ​ເລັດ​ຜົນ.

US Iran Nuclear
please wait
Embed

No media source currently available

0:00 0:00:39 0:00

ທ່ານ Fabius ກ່າວ​ວ່າ ​ພວກ​ເງື່ອນ​ໄຂ​ເຫຼົ່ານັ້ນ ​ແມ່ນຮວມທັງ​ການ ຍອມຮັບຂອງອີຣ່ານ ​ຕໍ່​ການກວດ​ສອບຢ່າງ​ເຂັ້ມງວດ ​ສະຖານ​ທີ່ຕ່າງ​ໆ ທີ່​ສົງ​ໄສວ່າ​ຈະ​ເປັນ​ບ່ອນ​ຜະລິດ​ນິວ​ເຄລຍ, ການ​ຈຳກັດ​ແບບ​ຖາວອນ ​ຕໍ່ຄວາມ​ສາມາດ​ໃນການຄົ້ນຄວ້າ ​ແລະ ການ​ພັດທະນາຂອງ​ອີຣ່ານ ​ແລະ ​ໃຫ້​ມີກົນ​ໄກອັນ​ນຶ່ງ ​ເພື່ອ​ທີ່​ຈະ​ວາງ​ມາດ​ຕະການ​ລົງ​ໂທດ ຕໍ່​ອີຣ່ານ ຄືນ​ໄດ້​ຢ່າງ​ວ່ອງ​ໄວ ຖ້າ​ມີ​ການລະ​ເມີດ​ຂໍ້​ກຳນົດ​ຕ່າງໆ ຂອງ​ຂໍ້​ຕົກລົງ​.

ທ່ານ Fabius ກ່າວ​ຖະ​ແຫລ​ງຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ເສົາ​ວານ​ນີ້ ​ເມື່ອ​ບໍ່​ດົນ ຫຼັງຈາກ​ທີ່ເດີນທາງ​ໄປ​ເຖິງ​ສະຖານ​ທີ່​ເຈລະຈາ.

ຕໍ່​ມາໃນ​ວັນ​ເສົາ​ວານ​ນີ້ ທ່ານ Kerry ​ໄດ້​ພົບ​ປະ​ກັບ ທ່ານ Fabius ຫຼັງຈາກທີ່ ​ທັງ​ສອງທ່ານ ​ໄດ້​ທຳ​ການ​ເຈລະຈາ​ຄົນ​ລະ​ເທື່ອ ​ກັບ​ທ່ານ Zarif ​ແລ້ວ.

ຊົມວີດີໂອ ລາຍງານ ໃນ Vienna ໂດຍຜູ້ສື່ຂ່າວ Heather Murdock

Iran Nuclear Talks Ramp Up as Deadline Approaches
please wait

No media source currently available

0:00 0:02:34 0:00

XS
SM
MD
LG