ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາສູງສຸດຂອງ ອີຣ່ານ ຮັບຮອງເອົາຜູ້ທີ່ຢູ່ໃນອຸປະຖໍາຂອງຕົນເອງ ເຂົ້າເປັນປະທານາທິບໍດີ


ຜູ້ນໍາສູງສຸດທ່ານ ອະຢາໂຕລລະ ອາລີ ຄາເມເນອີ, ທາງຊ້າຍ, ມອບກາຮັບຮອງຢ່າງເປັນທາງການໃຫ້ກັບປະທານາທິບໍດີ ອິບຣາຮິມ ໄຣຊີ ທີ່ໄດ້ຮັບເລືອກຕັ້ງໃໝ່ໃນນພຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ເມື່ອວັນທີ 3 ສິງຫາ, ປີ 2021. ໃນພາຍນີ້ທີ່ໄດ້ເຜີຍແຜ່ໂດຍເວັບໄຊຢ່າງເປັນທາງການຂອງສໍານັກງານຜູ້ນໍາສູງສຸດອີຣ່ານ.
ຜູ້ນໍາສູງສຸດທ່ານ ອະຢາໂຕລລະ ອາລີ ຄາເມເນອີ, ທາງຊ້າຍ, ມອບກາຮັບຮອງຢ່າງເປັນທາງການໃຫ້ກັບປະທານາທິບໍດີ ອິບຣາຮິມ ໄຣຊີ ທີ່ໄດ້ຮັບເລືອກຕັ້ງໃໝ່ໃນນພຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ເມື່ອວັນທີ 3 ສິງຫາ, ປີ 2021. ໃນພາຍນີ້ທີ່ໄດ້ເຜີຍແຜ່ໂດຍເວັບໄຊຢ່າງເປັນທາງການຂອງສໍານັກງານຜູ້ນໍາສູງສຸດອີຣ່ານ.

ອີງຕາມລາຍງານຈາກອົງການຂ່າວ AP, ທີ່ນະຄອນຫຼວງ ເຕຫະຣ່ານ, ປະເທດ ອີຣ່ານ. ເຈົ້າໜ້າທີ່ຂັ້ນສູງຂອງອີຣ່ານ ໄດ້ອະນຸມັດໃຫ້ຜູ້ທີ່ຢູ່ໃນອຸປະຖໍາຂອງລາວນັ້ນ ເປັນປະທານາທິບໍດີຂອງປະເທດຄົນຕໍ່ໄປໃນວັນອັງຄານວານນີ້, ພຽງສອງວັນກ່ອນພິທີສາບານຕົນຂອງທ່ານ ອິບຣາຮິມ ໄຣຊີ (Ebrahim Raisi) ເຊິ່ງເປັນຊ່ວງເວລາອັນອ່ອນໄຫວສໍາລັບປະເທດອີຣ່ານ ແລະໃນວົງກວ້າງຂອງເຂດຕາເວັນອອກກາງ.


ປະເທດກໍາລັງສັ່ນໄຫວຈາກການຖືກລົງໂທດຂອງສະຫະລັດທີ່ທໍາລາຍເສດຖະກິດຂອງປະເທດ, ອັນນໍາໄປສູ່ການຕົກຄ່າຢ່າງແຮງຂອງເງິນຕາ ຣິອອລ ຂອງອີຣ່ານ ແລະກະທົບຕໍ່ຊາວອີຣ່ານທໍາມະດາທົ່ວໄປຢ່າງໜັກ. ດ້ວຍຄວາມໝົດຫວັງຂອງຊາວອີຣ່ານທີ່ທະວີຄວາມຮຸນແຮງຂຶ້ນ, ໄວຣັສໂຄໂຣນາບໍ່ສາມາດຄວບຄຸມໄດ້ ໂດຍທາງການລາຍງານຜູ້ປ່ວຍລາຍໃໝ່ 39,000 ຄົນໃນວັນອັງຄານວານນີ້, ເຊິ່ງຫຼາຍກວ່າບໍ່ເທົ່າໃດມື້ກ່ອນໜ້ານັ້ນເກືອບ 2,000 ຄົນ.

ໃນການກ່າວຖະແຫລງການ, ອະຢາໂຕລະ ອາລີ ຄາເມເນອີ (Ayatollah Ali Khamenei) ໄດ້ແນະນໍາທ່ານ ໄຣຊີ ເຊິ່ງເປັນອະດີດຫົວໜ້າຝ່າຍໄອຍະການ ວ່າ “ໃຫ້ອໍານາດແກ່ຄົນທຸກຍາກຂອງປະເທດ ແລະ ປັບປຸງສະກຸນເງິນຕາຂອງປະເທດ.”

ຂໍ້ສົງໄສກ່ຽວກັັບການຫວນຄືນສູ່ຂໍ້ຕົກລົງນິວເຄຣຍປີ 2015 ຂອງ ເຕຫະຣ່ານທີ່ໃກ້ຈະກັບຄືນມາອີກຄັ້ງ, ເຊິ່ງໄດ້ຮັບການຜ່ອນຄາຍການລົງໂທດຂອງອີຣ່ານເພື່ອແລກກັບຂໍ້ຈໍາກັດຂອງໂຄງການນິວເຄຣຍນັ້ນ, ໄດ້ກາຍມາເປັນຄວາມມືດມົນສໍາລັບຝ່າຍບໍລິຫານທີ່ກໍາລັງເຂົ້າມາບໍລິຫານປະເທດ.

ການຫຼົ້ມສະຫຼາຍຂອງຂໍ້ຕົກລົງນິວເຄຣຍຫຼັງຈາກອະດີດປະທານາທິບໍດີສະຫະລັດທ່ານ ດາໂນລ ທຣໍາ ໄດ້ຖອນສະຫະລັດອອກຈາກຂໍ້ຕົກລົງເມື່ອສາມປີຜ່ານມາ ໄດ້ທຳລາຍລັດຖະບານທີ່ມີນະໂຍບາຍຂ້ອນຂ້າງຈະບໍ່ຮຸນແຮງຂອງ ປະທານາທິບໍດີທີ່ກໍາລັງພົ້ນອອກຈາກຕໍາແໜ່ງທ່ານ ຫັສຊານ ຣູຮານີ (Hassan Rouhani), ຜູ້ທີ່ຖືກພິຈາລະນາວ່າຄວາມນິຍົມຈາກປະຊາຊົນໃນໂຕຂອງລາວນັ້ນໄດ້ຫຼຸດລົງ. ເຊິ່ງທ່ານ ຣູຮານີ ໄດ້ນັ່ງແບບມີສີໜ້າແຂງກະດ້າງຢູ່ໃນພິທີຮັບຮອງດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG