ການເປີດເຜີຍ ເຮືອບິນລົບອາຍພົ່ນ ທີ່ຜະລິດພາຍໃນປະເທດ ຂອງອີຣ່ານ ໃນສັບປະ
ດານີ້ ແມ່ນເບິ່ງຄ້າຍໆຄືກັບເຮືອບິນລົບທີ່ລ້າສະໄໝໄປແລ້ວ ຂອງສະຫະລັດ ຈຶ່ງໄດ້ເກີດ
ມີການດູຖືກດູໝິ່ນໂດຍປະເທດຕາເວັນຕົກ ກ່ຽວກັບປະສິດທິພາບຂອງມັນ ໃນຖານະ
ເປັນອາວຸດ ແຕ່ກໍຍັງຊື່ນຊົມ ຄວາມອາດສາມາດ ໃນການເປັນເຮືອບິນຝຶກຊ້ອມ ຂອງ
ມັນຢູ່.
“ອັນນີ້ ເກືອບວ່າເປັນເຫດການທີ່ໜ້າຢາກຫົວ” ທ່ານ ໄມເກີລ ພຣີເຈັນ ນັກວິເຄາະ
ເຂດຕາເວັນອອກກາງ ຢູ່ສະຖາບັນ ຮັດສັນ ທີ່ມີຫ້ອງການຕັ້ງຢູ່ ໃນນະຄອນຫຼວງ
ວໍຊິງຕັນ ທີ່ໄດ້ກ່າວໄປ ໃນການໃຫ້ສຳພາດ ກັບພະແນກພາສາເປີເຊຍຂອງວີໂອເອ.
ທ່ານ ໄດ້ກ່າວອ້າງເຖິງລາຍງານ ໃນວັນອັງຄານຜ່ານມາ ຂອງໂທລະພາບ ທາງການ
ອີຣ່ານ ກ່ຽວກັບ ສິ່ງທີ່ຕົນເອີ້ນວ່າ ເຮືອບິນລົບ “ໂຄວຊາຣ” ລຸ້ນທີ 4 ທີ່ຜະລິດໂດຍ
ອີຣ່ານ ທີ່ມີ “ເຄື່ອງມືການບິນທີ່ທັນສະໄໝ.”
ໃນການຖ່າຍທອດດັ່ງກ່າວ ປະທານາທິບໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີ ໄດ້ນັ່ງຢູ່
ຫ້ອງຂັບເຮືອບິນ ໃນຂະນະທີ່ທ່ານກວດສອບເບິ່ງ ເຮືອບິນລົບອາຍພົ່ນ ຢູ່ນັ້ນ.
ໂທລະພາບຂອງທາງການອີຣ່ານ ໃນເວລາຕໍ່ມາ ໄດ້ສະແດງໃຫ້ເຫັນ ການບິນຂຶ້ນ ຂອງ
ເຮືອບິນລົບດັ່ງກ່າວ ແລະພາບວີດີໂອ ໃນຂະນະທີ່ບິນຢູ່ ທີ່ປາກົດວ່າ ໄດ້ຖືກຖ່າຍທຳ
ຢູ່ພາຍໃນຫ້ອງຂັບເຮືອບິນ. ບັນດານັກວິເຄາະດ້ານການບິນ ຈາກປະເທດຕາເວັນຕົກ
ແລະ ອິສຣາແອລ ບາງສ່ວນ ແມ່ນຊີ້ໃຫ້ເຫັນຢ່າງທັນທີ ວ່າ ຮູບຮ່າງຂອງເຮືອບິນລົບ
ໂຄວຊາຣ ເບິ່ງຄ້າຍຄືກັບ ເຮືອບິນລົບອາຍພົ່ນ ໄທເກີ້ ລຸ້ນ F-15 ຂອງ ສະຫະລັດ
ທີ່ກອງທັບສະຫະລັດ ໄດ້ເລີ້ມນຳໃຊ້ ໃນຊ່ວງປີ 1960. ອີຣ່ານ ໄດ້ຊື້ເຮືອບິນລົບ ໄທເກີ້
ລຸ້ນ F-15 ຢ່າງໜ້ອຍ 140 ລຳ ຈາກ ສະຫະລັດ ໃນຊ່ວງປີ 1970 ກ່ອນເກີດການ
ປະຕິວັດ ໃນປີ 1979 ທີ່ໄດ້ນຳມາຊຶ່ງການປ່ຽນອຳນາດ ມາເປັນ ຂອງ ຜູ້ນຳອິສລາມ
ຂອງລັດຖະບານເຕຫະຣ່ານ ທີ່ຕໍ່ຕ້ານອາເມຣິກາ.