ຊາວອີຣ່ານ ພາກັນລົງໄປຄະແນນສຽງ ໃນວັນສຸກມື້ນີ້ ເພື່ອ
ເລືອກເອົາປະທາ ນາທິບໍດີຄົນໃໝ່ໃນຂັ້ນຕອນການເລືອກ
ຕັ້ງທີ່ມີການຄວບຄຸມຢ່າງເຄັ່ງຄັດໂດຍ ລັດຖະບານ.
ປະຊາຊົນສາມາດເລືອກເອົາຜູ້ນຶ່ງ ໃນຈໍານວນຜູ້ສະໝັກ 6
ຄົນ ທີ່ຍັງເຫລືອຢູ່ນັ້ນ ຊຶ່ງໄດ້ຮັບການອະນຸມັດຈາກຄະນະ
ກໍາມະການພວກນັກບວດສາສະໜາ ອິສລາມທີ່ປົກຄອງ
ອີຣ່ານຢູ່ໃນເວລານີ້. ບັນດາຜູ້ສະໝັກສ່ວນໃຫຍ່ຖືວ່າ ເປັນ
ຫົວແຂງກະດ້າງ ທີ່ໃຫ້ການສະໜັບສະໜຸນຕໍ່ໂຄງຮ່າງຂອງ
ລັດຖະບານ ແລະຈົງຮັກພັກດີຕໍ່ຜູ້ນໍາສູງສຸດຂອງປະເທດ.
ຜູ້ນໍາສູງສຸດຂອງອີຣ່ານ Ayatollah Ali Khamenei ໄດ້
ປ່ອນບັດທີ່ນະຄອນເຕຫະຣ່ານໃນວັນສຸກມື້ນີ້. ຫລັງຈາກ
ນັ້ນຕໍ່ມາ ທ່ານໄດ້ປະຕິເສດ ບໍ່ຮັບເອົາ ການຕິຕຽນຂອງ
ສະຫະລັດ ກ່ຽວກັບການເລືອກຕັ້ງ ໂດຍກ່າວວ່າ ອີຣ່ານ
ຈະເປັນ “ຜູ້ພ່າຍແພ້” ທີ່ຈະລໍຖ້າເບິ່ງວ່າແມ່ນຫຍັງຄືສິ່ງ
ທີ່ອາເມຣິກັນຮັບເອົາໄດ້.
ອີຣ່ານ ໄດ້ປິດຊາຍແດນຂອງຕົນທັງໝົດ ຈັບກຸມຄຸມຂັງພວກຄັດຄ້ານລັດຖະ ບານແລະ
ນັກຂ່າວຈໍານວນນຶ່ງ. ບັນດາອົງການຂ່າວນາໆຊາດກ່າວວ່າ ລັດຖະ ບານອີຣ່ານ ບໍ່ໄດ້ໃຫ້
ຄວາມສົນໃຈໃນການພະຍາຍາມຂໍວີຊ່າຂອງພວກເຂົາເຈົ້າເພື່ອເຂົ້າໄປເກັບກຳຂ່າວ ກ່ຽວ
ກັບການເລືອກຕັ້ງ.
ຊາວອີຣ່ານ ປະມານ 55 ລ້ານຄົນ ແມ່ນມີສິດໃນການໄປປ່ອນບັດຄັ້ງນີ້.
ຜູ້ຊະນະເລີດ ຈະເຂົ້າຮັບໜ້າທີ່ແທນປະທານາທິບໍດີສອງສະໄໝ ທ່ານ Mahmoud Ahmadinejad ທີ່ໄດ້ຖືກຫ້າມໂດຍລັດຖະທໍາມະນູນ ບໍ່ໃຫ້ເຂົ້າຮັບຕຳ ແໜ່ງຕິດຕໍ່ກັນເປັນສະໄໝທີສາມ.