ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຣ່ານ ປ່ອນບັດເລືອກຕັ້ງ ເປັນເທຶ່ອທຳອິດ ນັບແຕ່ ມີການຕົກລົງ ນິວເຄລຍ


ຜູ້ຍິງອີຣ່ານຄົນໜຶ່ງ ກຳລັງປ່ອນບັດເລືອກເອົາສະມາຊິກສະພາ
ແຫ່ງຊາດແລະສະພາຜູ້ຊ່ຽວຊານ.
ຜູ້ຍິງອີຣ່ານຄົນໜຶ່ງ ກຳລັງປ່ອນບັດເລືອກເອົາສະມາຊິກສະພາ ແຫ່ງຊາດແລະສະພາຜູ້ຊ່ຽວຊານ.

ປະຊາຊົນ​ຊາວ​ອີຣ່ານ​ເລີ້ມພາກັນ​ໄປປ່ອນ​ບັດ ​ໃນ​ການ​ເລືອກ​
ຕັ້ງສະພາ​ ຊຶ່​ງ​ເປັນ ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ເທື່ອ​ທຳ​ອິດ ນັບ​ແຕ່​
ໄດ້​ມີ​ການ​ຕົກລົງ ​ຄັ້ງປະຫວັດສາດ ກ່ຽວ​ກັບ​ເລື້ອງນິວ​ເຄລຍ​ໃນ
​ປີ​ກາຍ​ນີ້ ທີ່​ພາ​ໃຫ້​ມີ​ການ​ຍົກ​ເລີກ​ ການ​ລົງ​ໂທດຂອງນາໆ​ຊາດ​
ເປັນບາງ​ສ່ວນ ​ເພື່ອ​ແລກປ່ຽນ​ກັບ​ການ​ຫລຸດຜ່ອນ​ກິດຈະກຳ​ທາງ
​ດ້ານ ນິວ​ເຄລຍຂອງເຕຫະຣ່ານ.

ປະຊາຊົນ​ຊາວ​ອີຣ່ານປະມານ 55 ລ້ານ​ຄົນ ໄດ້​ຈົດ​ທະບຽນ​ ທີ່​ຈະ
​ໄປ​ປ່ອນ​ບັດ​ເລືອກ​ເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ທີ່​ມີ​ບ່ອນ​ນັ່ງ​ທັງ​
ໝົດ 290 ບ່ອນ ແລະ​ກໍ ຄອບ​ງຳ​ໂດຍ​ພວກ​ນິຍົມ​ແນວທາງ​ເດີມ
ພ້ອມ​ທັງ​ສະມາຊິກ​ສະພາ​ຜູ້​ຊ່ຽວຊານ ດ້ານສາສະໜາ​ທີ່​ປະກອບ
​ດ້ວຍ 88 ຄົນ. ສະພາ​ດັ່ງກ່າວ​ແມ່ນ​ຕິດຕາມ​ເບິ່ງ​ການ​ເຮັດວຽກ​ຂອງ​ຜູ້ນຳ​ສູງ​ສຸດ Ayatolla Ali Khamenei ຊຶ່ງ​ເປັນ​ຜູ້​ຕັດສິນ​ຊີ້ຂາດ​ກ່ຽວກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອີ​ຣ່າ​ນ.

ຊາວອີຣ່ານ ພາກັນຢືນລຽນແຖວຢູ່ໜ່ວຍປ່ອນບັດແຫ່ງນຶ່ງ
ຊາວອີຣ່ານ ພາກັນຢືນລຽນແຖວຢູ່ໜ່ວຍປ່ອນບັດແຫ່ງນຶ່ງ

ໃນ​ຂະນະ​ທີ່​ປະຊາຊົນ​ຊາວ​ອີຣ່ານພາກັນ​ໄປ​ປ່ອນ​ບັດ​ເລືອກ​ເອົາ​ສະມາຊິກ​ສະພາຢູ່​ນີ້ ຜົນ
ຂອງ​ການປ່ອນ​ບັດ​ດັ່ງກ່າວ ອາດ​ຕີ​ຄວາ​ມໝາຍໄດ້ ​ເຖິງລະດັບ​ໃນ​ການ​ໃຫ້​ຄວາມສະໜັບ
ສະໜູນ​ຕໍ່​ນະ​ໂຍບາຍ​ຂອງ​ປະທານາທິບໍດີ Hassan Rouhani ທີ່​ຈະ​ມີ​ການ​ເລືອກ​ຕັ້ງ​ເຂົ້າ
ຮັບ​ຕຳ​ແໜ່​ງຕື່ມ​ອີກໃນ​ປີໜ້າ​ນີ້. ທ່ານ Rouhani ຖື​ເອົາ​ຂໍ້​ຕົກລົງ ​ເລື້ອງນິວ​ເຄລຍ​ ເປັນ​ຈຸດ
ປະສົງ​ຫຼັກ​ສຳລັບ​ລັດຖະບານ​ຂອງ​ທ່ານ.

ບັນດາ​ຜູ້​ສະໝັກ​ຫົວ​ປະຕິ​ຮູບ​ສ່ວນ​ໃຫຍ່​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າຮ່ວມ​ໃນ​ການ​ແຂ່ງຂັນ​ເລືອກ
​ຕັ້ງ ​ໂດຍ​ອົງການ​ຈັດຕັ້ງຂອງ​ພວກ​ຫົວ​ແຂງ​ກະດ້າງ​.

Iran Politics
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG