ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຕັດສິນໂທດ ຈໍາ​ຄຸກ ຊາວ​ອີຣ່ານ 2 ຄົນ ທີ່ມີລະເບີດ ໃນຄອບຄອງ


ແຜນທີ່ ປະເທດໄທ
ແຜນທີ່ ປະເທດໄທ
ໄທໄດ້ຕັດສິນໂທດຈໍາ​ຄຸກ ຊາຍຊາວ​ອິຣ່ານ 2 ຄົນ ​ໃນຖານ
​ມີ​ສ່ວນ​ພົວພັນ​ກັບຄະດີ​ວາງ​ແຜນ​ຈະວາງ​ລະ​ເບີດ ທີ່​ຖືກ
​ຂັດຂວາງ.

ສານ​ຂອງ​ໄທ​ໃນ​ບາງກອກ ​ໄດ້ລົງ​ໂທດ​ຈໍາ​ຄຸກຕະຫຼອດ​ຊີວິດ
​ຕໍ່ທ້າວ Saeid Moradi ​ໄວ 29 ປີ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ຄະດີ
ພະຍາຍາມ​ສັງຫານ​ແລະມີລະ​ເບີດ​ຢູ່​ໃນ​ຄວາມ​ຄອບ​ຄອງທີ່
​ສ້າງ​ຄວາມ​ເສຍຫາຍໃຫ້​ແກ່​ຊັບ​ສິນ. ສ່ວນຈໍາ​ເລີຍ​ອີກຄົນ​ນຶ່ງ
ກໍ​ຄື​ທ້າວ Mohammad Kharzei ​ໄວ 43 ປີ ນັ້ນ ​ໄດ້​ຖືກ​ຈໍາ​ຄຸກ
15 ປີ ​ໃນ​ຖານ​ມີລະ​ເບີດ​ຢູ່​ໃນ​ຄວາມ​ຄອບ​ຄອງ.

ຜູ້​ຕ້ອງ​ສົງ​ໄສ​ທັງ​ສອງ​ຄົນ​ ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ.

ຊາຍທັງສອງ​ໄດ້​ຖືກ​ຈັບ​ກຸມ ​ໃນ​ເດືອນ​ກຸມພາ 2012 ຫຼັງ​ຈາກ​ທີ່​ໄດ້​ລະ​ເບີດ​ໃນ​ບ້ານ​ພັກ​ທີ່​
ພວກ​ເຂົາ​ເຈົ້າອາ​ໄສ​ຢູ່​ນັ້ນ​ໄດ້​ລະ​ເບີດຂຶ້ນ ເຮັດ​ໃຫ້​ຕຶກ​ພັງແລະເຂົາ​ເຈົ້າ​ຕ້ອງ​ແລ່ນ​ໜີ​ອອກ​ໄປ
​ສູ່​ຖະໜົນ.

ທ້າວ Moradi ​ໄດ້​ຖືກ​ກ່າວ​ຫາ​ວ່າ ຫອບ​ເອົາລະ​ເບີດ​ແລ່ນ​ອອກ​ໄປຖະໜົນນໍາ ບ່ອນ​ທີ່​ລາວ
​ພະຍາຍາມຈະ​ແກ່ວ​ງ​ໃສ່​ຕໍາຫຼວດ ​ແຕ່ວ່າລະ​ເບີດໄດ້​ແຕກ​ໃສ່ໂຕລາວ​ເອງ ​ເຮັດ​ໃຫ້​ຂາ​ລາວ
ຂາດ​ອອກທັງ​ສອງ​ເບື້ອງ.

ຍັງມີຜູ້​ຕ້ອງ​ສົງ​ໄສ​ອີກ​ຄົນ​ນຶ່ງໃນ​ຄະດີ​ນີ້ ​ທີ່​ຖືກ​ຕໍາຫລວດ​ຄວບ​ຄຸມ​ໂຕ​ໄວ້​ທີ່ມາ​ເລ​ເຊຍ ບອ່ນທີ່​
ລາວ​ໄດ້​ໜີ​ໄປ​ຫລົບ​ລີ້​ຢູ່ ຫຼັງ​ຈາກເກີດ​ເຫດ​ລະ​ເບີດຢູ່​ບາງກອກແລ້ວ​ນັ້ນ.

​ເຈົ້າ​ໜ້າ​ທີ່ອິສຣາ​ແອ​ລ​ແລະ​ໄທ ກ່າວ​ວ່າ ພວກ​ຕ້ອງ​ສົງໄສ​ຕັ້ງ​ໃຈ​ຈະ​ນໍາ​ໃຊ້​ວັດຖຸ​ລະ​ເບີດ​ເຫລົ່າ​ນັ້ນ
​ທໍາ​ການ​ໂຈມ​ຕີ​ພວກ​ນັກ​ການ​ທູດ​ອິສຣາ​ແອ​ລ​ໃນໄທ ​ແຕ່​ຂໍ້​ກ່າວ​ຫາ​ບໍ່​ໄດ້​ເວົ້າ​ເຖິງ​ເລື້ອງ​ນີ້.
XS
SM
MD
LG