ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຣ່ານ ຕຽມສະຫຼອງ ບຸນປີໃໝ່ ຕາມປະເພນີ (ວີດີໂອ)


Iranians Prepare For Traditional New Year Celebrations
please wait

No media source currently available

0:00 0:02:05 0:00
ຊາວ​ອີຣ່ານຢູ່ໃນ​ທົ່ວ​ໂລກ ກຳລັງ​ພາກັນ​ຕຽມ​ການ​ສະຫລອງ
​ບຸນປີ​ໃໝ່ຕາມປະເພ ນີ​ຂອງ​ເຂົາ​ເຈົ້າ ຫລື Nowruz ຊຶ່ງຈະ​
ຕົກ​ຖືກ​ ວັນ​ພະຫັດ​ ມື້ອື່ນນີ້. ປະ​ເພນີທີ່ມີ ມາແຕ່​ໂບຮານນະ
ການດັ່ງກ່າວ ​ຍັງ​ໄດ້ມີການສະເຫລີມ​ສະຫລອງ ​ໂດຍພວກ
ຊາວ Kurds ​ແລະ​ເປັນ​ຂີດໝາຍ​ໃນ​ການ​ມາ​ເຖິງຂອງ​ລະດູ
ບານ​ໃໝ່.

ຊາວ​ອີຣ່ານ ພາກັນ​ຊື້ອາຫານ​ພື້ນເມືອງ ແລະ​ສິ່ງ​ຂອງ​ຕ່າ​ງໆ
ກ່ອນ​ວັນ​ບຸນ Nowruz ຫລື​ບຸນປີ​ໃໝ່​ເປີ​ເຊຍ. ການ​ສະຫລອງ​
ຈະ​ເລີ້ມ​ຂື້ນ​ໃນ​ຕອນແລງວັນ​ພະຫັດ​ມື້​ອື່ນ ດ້ວຍ​ດົນ​ຕີ ຟ້ອນ
​ແລະ​ອາຫານ​ອັນ​ໂອ​ຊາຣົດ. ຕາມທຳນຽມແລ້ວ ອາຫານ​ພື້ນ
ເມືອງ​ໃນວັນສະຫຼອງນີ້ ແມ່ນ​ປະກອບດ້ວຍ 7 ຢ່າງ ທີ່​ຮູ້​ກັນ​ວ່າ “haft-seen” ຫລື ​ເຈັດ S’s ເພາະຊື່​ຂອງອາຫານເຫຼົ່ານີ້ ເລີ້ມ​ດ້ວຍ​ໂຕ​ໜັງສື “S” ​ໃນ​ພາສາເປີ​ເຊຍ.

ບຸນ Nowruz ​ບໍ່ແມ່ນວັນ​ສະຫລອງທາງ​ສາສະໜາ ທີ່ປະຕິບັດກັນມາໂດຍ​ຜູ້​ຄົນ​ຈາກ​ປະຊາ​ຄົມ​ເຜົ່າ​ຕ່າງໆ ​ແລະມີ​ພື້ນຖານ​ທາງ​ສາສະໜາ ​ແລະ​ເຊື່ອ​ວ່າ ມີ​ຮາກ​ເຫງົ້າມາຈາກສາສະໜາ
Zoroastrian ຂອງຊາວ​ເປີ​ເຊຍໃນສະໄໝໂບຮານ. ປະ​ເພນີແມ່ນຮວມທັງ​ການ​ໄຕ້​ໄຟ​ ໃນ
ວັນ​ອັງຄານ​ສຸດ​ທ້າຍ ກ່ອນ​ວັນຂຶ້ນ​ປີ​ໃໝ່. ຊາວ Zoroastrians ​ຖື​ວ່າ ​ໄຟ ​ເປັນສິ່ງທີ່ເຮັດໃຫ້
ວິນຍານ ​ຂາວ​ສະອາດ​ບໍລິສຸດ.

ສຳລັບ​ຊາວອີຣ່ານສ່ວນໃຫຍ່ແລ້ວ ​ເປັນ​ເວລາ​ທີ່​ເຕົ້າໂຮມ​ກັນ ​ແລະ​ມ່ວນ​ຊື່ນ ດັ່ງ​ທີ່​ປະຊາ
ຊົນ ໃນກຸງ​ເຕຫະຣ່ານຄົນນຶ່ງ ກ່າວ​ວ່າ:

“ນີ້​ແມ່ນ​ບຸນປີ​ໃໝ່ ທີ່​ສືບ​ຕໍ່​ປະ​ເພນີ​ haft-seen ຂອງ​ພວກ​ເຮົາ. ​ແລະ​ຍັ​ງ​ເປັນ​ເວລາເພື່ອ
ໃຫ້ມິດຕະພາບເຕີບໂຕ ແລະຫຍັບ​ເຂົ້າ​ໃກ້​ແລະດີ​ຂຶ້ນຕາມການເວລາ. ພຽງ​ເທົ່າ​ນັ້ນແຫລະ
ແລະ​ຍັງ​ອວຍ​ພອນ​ກັນເພື່ອໃຫ້ມີ​ສຸຂະພາບ​ດີ.

ສະຫະ​ປະຊາ​ຊາດ ​ໃ​ນປີ 2010 ​ໄດ້​ຮັບ​ຮູ້​ເອົາ ວັນ​ບຸນ Nowruz ​ເປັນ​ວັນ​ສາກົນ ໂດຍກ່າວ​
ວ່າ ​ເປັນ​ວັນ​ບຸນ​ລະດູບານໃໝ່ ທີ່​ມີກຳເນີດດັ້ງເດີມມາແຕ່ຊາວເປີ​ເຊຍ ຊຶ່ງໄດ້​ສະຫລອງກັນ​
ມາ​ ເປັນ​ເວລາ​ຫລາຍ​ກວ່າ 3000 ປີ​ແລ້ວ.

XS
SM
MD
LG