ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຊາວ​ອີ​ຣ່ານ ຫຼາຍ​ພັນ​ຄົນ ໄວ້​ອາ​ໄລ ແກ່ ທ່ານ​ກາ​ສ​ເຊມ ຊູ​ເລ​ມາ​ນີ ​ໃນ​ພິ​ທີ​ສົ່ງ​ສະ​ການ ຢູ່​ທີ່ ບ້ານ​ເກີດ​ຂອງ​ທ່ານ


ແມ່​ຍິງ​ຄົນ​ນຶ່ງ​ຖື​ຮູບ​ຂອງ ນາ​ຍພົນ​ຕີ​ຂອງ​ອີ​ຣ່ານ ທ່ານກາ​ສ​ເຊມ ຊູ​ເລ​ມາ​ນີ ຜູ້​ທີ່​ຖືກ​ສັງ​ຫານ​ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ໃກ້ໆ ​ນະ​ຄອນຫຼວງ​ແບັກ​ແດດ, ​ໃນ​ລ​ະ​ຫວ່າງການ​ເດີນ​ຂະ​ບວນ​ປະນາມ ສະ​ຫະ​ລັດ ຢູ່​ສະ​ຖານ​ທູດ​ອີ​ຣ່ານ ໃນ​​ມາ​ເລ​ເຊຍ, ​ວັນ​ທີ 7 ມັງ​ກອນ 2020.
ແມ່​ຍິງ​ຄົນ​ນຶ່ງ​ຖື​ຮູບ​ຂອງ ນາ​ຍພົນ​ຕີ​ຂອງ​ອີ​ຣ່ານ ທ່ານກາ​ສ​ເຊມ ຊູ​ເລ​ມາ​ນີ ຜູ້​ທີ່​ຖືກ​ສັງ​ຫານ​ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ໃກ້ໆ ​ນະ​ຄອນຫຼວງ​ແບັກ​ແດດ, ​ໃນ​ລ​ະ​ຫວ່າງການ​ເດີນ​ຂະ​ບວນ​ປະນາມ ສະ​ຫະ​ລັດ ຢູ່​ສະ​ຖານ​ທູດ​ອີ​ຣ່ານ ໃນ​​ມາ​ເລ​ເຊຍ, ​ວັນ​ທີ 7 ມັງ​ກອນ 2020.

ສື່ມວນ​ຊົນ​ຂອງ​ອີ​ຣ່ານ​ລາຍ​ງານ​ໃນ​ວັນ​ອັງ​ຄາ​ນມື້ນີ້​ວ່າ ມີ​ການ​ຢຽບ​ກັນ​ຕາຍ​ຢ່າງ​ໜ້ອຍ 32 ຄົນ ແລະ​ບາດ​ເຈັບ 190 ຄົນຢູ່​ທີ່​ພິ​ທີ​ສົ່ງ​ສະ​ການ​ຜູ້​ບັນ​ຊາການກອງ​ ທັບ​ລະ​ດັບ​ສູງ ທ່ານ​ກາ​ສ​ເຊມ ຊູເລ​ມາ​ນີ.

ຊາວ​ອີ​ຣ່ານຫຼາຍສິບ​ພັນ​ຄົນ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ເມືອງ​ເຄີ​ມານ ເພື່ອ​ເຂົ້າ​ຮ່ວມ​ພິ​ທີຝັງ​ສົບ​ຂອງ​ທ່ານຊູ​ເລ​ມາ​ນີຫຼັງ​ຈາກ​ໄດ້​ມີ​ພິ​ທີ​ແບບ​ດຽວ​ກັນ​ນີ້ຢູ່​ໃນ​ນະ​ຄອນຫຼວງ ​ເຕ​ຫະ​ຣ່ານ ໃນ​ເມືອງ​ໂກມ ແລະ​ເມືອງ​ອາ​ວາ​ສ.

ທ່ານ​ຊູ​ເລ​ມາ​ນີ​ໄດ້​ຖືກ​ສັງ​ຫານ​ໃນ​ອາ​ທິດ​ແລ້ວ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງສ​ະ​ຫະ​ລັດ ທີ່​ພາ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ວ່າ ຈະ​ເກີດ​ບັນ​ຫາ​ຂັດ​ແຍ້ງ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ ແລະ​ອີ​ຣ່ານ​ຂົ່ມ​ຂູ່​ວ່າ ຈະ​ຕອບ​ໂຕ້​ຄືນ​ຢ່າງ​ຮຸນ​ແຮງ ​ຕໍ່ການ​ໂຈມ​ຕີ​ຂອງ​ກັນ​ແລະ​ກັນ.

ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານມື້ນີ້ຜູ້​ບັນ​ຊາ​ການ​ກຳ​ລັງພິ​ທັກ​ປະ​ຕິ​ວັດຂອງອີຣ່ານ ທ່ານ ​ໂຮ​ເຊນ ຊາ​ລາ​ມີ ໂດຍ​ກ່າວຂົ່ມ​ຂູ່​ເພີ້ມຄັ້ງ​ຫລ້າ​ສຸດ​ວ່າ​ຈະລ້າງ​ແຄ້ນ​ຄືນ​ແບບ​ດຽວ​ກັນ ຕໍ່​ສະ​ຫະ​ລັດ​ສຳ​ລັບ​ການ​ໂຈມ​ຕີ​ທາງ​ອາ​ກາດນັ້ນ ຊຶ່ງ​ໄດ້​ເກີດ​ຂຶ້ນ​ຢູ່​ດ້ານນອກ ​ສະ​ໜາມ​ບິນ​ຂອງນະ​ຄອນຫຼວງ​ແບັກ​ແດດ ເມື່ອ​ວັນ​ສຸກ​ຜ່ານ​ມາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ໄດ້​ຖິ້ມ​ໂທດ​ໃສ່ ທ່ານ​ຊູ​ເລ​ມາ​ນີ ທີ່​ໄດ້​ເຂັ່ນ​ຂ້າພວກ ທະ​ຫານ​ອາ​ເມ​ຣິ​ກັນ ​ຢູ່​ໃນ​ອີ​ຣັກ ດ້ວຍ​ກອງ​ກຳ​ລັງ​ທີ່​ສະ​ໜັບ​ສະ​ໜຸນ​ໂດຍ​ອີ​ຣ່ານ ແລະ​ໄດ້​ກ່າວ​ຫາທ່ານ ​ໃນ​ການ​ວາງ​ແຜນ​ການ​ໂຈມ​ຕີ​ໃໝ່​ຕ່າງໆທີ່ “ໃກ້​ຈະ​ເກີດ​ຂຶ້ນ” ຕໍ່​ເຈົ້າ​ໜ້າ​ທີ່​ຂອງ​ສະ​ຫະ​ລັດ ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ ໃນ​ຂະ​ນະ​ດຽວ​ກັນ ກໍ​ບໍ່​ໄດ້​ເປີດ​ເຜີຍ​ເຖິງ​ລັກ​ສະ​ນະ​ຂອງ​ການ​ຂົ່ມ​ຂູ່​ແຕ່​ຢ່າງ​ໃດ​ເລີຍ.

ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ ໄດ້​ເພີ້ມ​ຂຶ້ນ​ເລື້ອຍໆ ລະ​ຫວ່າງ ສະ​ຫະ​ລັດ ແລະ​ອີ​ຣ່ານ ຢູ່ນັ້ນ ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ່ທີ່​ຈະ​ອອກວີ​ຊາ​ໃຫ້​ແກ່ທ່ານ​ໂມ​ຮຳ​ມັດ ຈາ​ວາດ ຊາ​ຣີ​ຟ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຣ່ານ ເພື່ອ​ເດີນ​ທາງ​ໄປ​ຍັງ​ນະ​ຄອນ​ນິວຢອກ ສຳ​ລັບ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມຂອງສະ​ຫະ​ປະ​ຊາ​ຊາດ ທີ່​ຈະມາ​ເຖິງນີ້.

ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ ອີ​ຣ່ານ ຍັງ​ໄດ້​ປະ​ກາດ​ວ່າ ຕົນ​ໄດ້​ສືບ​ຕໍ່​ຍົກ​ເລີກ​ການ​ປະ​ຕິ​ບັດ​ຕາມ​ສັນ​ຍ​າ​ປີ 2015 ທີ່​ຍັບ​ຍັ້ງ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ຕົນ. ອັນ​ນັ້ນ ໄດ້​ກະ​ຕຸ້ນ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຜູ້​ທີ່​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກລົງດັ່ງ​ກ່າວ ແລະ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕ່າງໆ ຕໍ່​ອີ​ຣ່ານນັ້ນ ​ໄປຂຽນ​ລົງ​ໃນ​ທວີດ​ເຕີ້ ເມື່ອ​ວັນ​ຈັນ​ວານນີ້ ວ່າ “ອີ​ຣ່ານ ຈະ​ບໍ່​ມີ​ອາ​ວຸດ​ນິວ​ເຄ​ລຍ​ໄດ້​ເລີຍ!”

ທ່ານ​ທ​ຣຳ ຍັງ​ໄດ້​ປະ​ຕິ​ຍານເມື່ອ​ຕອນ​ແລງວັນ​ອາ​ທິດຜ່ານ​ມາ ​ວ່າ ສະ​ຫະ​ລັດ ຈະ​ໂຈມ​ຕີ “ຢ່າງ​ໜັກ​ສຸດ ແລະ​ວ່ອງ​ໄວ​ສຸດ!” ຕໍ່​ເປົ້າ​ໝາຍ​ຕ່າງໆ ​ຂອງ​ອີ​ຣ່ານ ຫຼາຍ​ເຖິງ 52 ແຫ່ງ ຖ້າ​ອີ​ຣ່ານ ໂຈມ​ຕີ​ ເຈົ້າ​ໜ້າ​ທີ່ແລະ​ຊັບ​ສິນ​ຕ່າງໆ​ຂອງສະ​ຫະ​ລັດ. ຈຳ​ນວນ 52 ເທົ່າ​ທຽບ​ກັບ​ຈຳ​ນວນ​ຕົວ​ເລກ ຂອງ​ຊາວ​ອາ​ເມ​ຣິ​ກັນ ທີ່​ເຕ​ຫະ​ຣ່ານ ໄດ້​ຈັບ​ເປັນ​ໂຕ​ປະ​ກັນ ໃນ​ປີ 1979 ເປັນ​ເວ​ລາ 444 ວັນ.

ທ່ານ​ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ເທິງ​ເຮືອ​ບິນປະ​ຈຳ​ຕຳ​ແໜ່ງ Air Force One ວ່າ “ພວກ​ເຂົາ ​ເຂັ່ນ​ຂ້າ​ຄົນ​ຂອງພວກ​ເຮົາ​ໄດ້ ພວກ​ເຂົາ​ທໍ​ລະ​ມານ ແລະ​ທຳ​ຮ້າຍຄົນ​ຂອງພວກ​ເຮົາ​ໄດ້. ພວກ​ເຂົາໄດ້​ນຳໃຊ້ການ​ວາງລະ​ເບີດ​ຢູ່​ແຄມ​ທາງ ​ແລະ​ລະ​ເບີດ​ຄົນ​ຂອງ​ພວກ​ເຮົາ ແລະ​ພວກ​ເຮົາຈະ​ບໍ່​ສາ​ມາດ​ແຕະ​ຕ້ອງ​ສະ​ຖານ​ທີ່​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ບໍ? ມັນບໍ່​ແມ່ນ​ວິ​ທີ​ທີ່​ຖືກ!”


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG