ອິຣ່ານກ່າວວ່າ ເຮືອລົບສອງລໍາຂອງຕົນໄດ້ເຂົ້າຈອດທີ່ປະເທດ
ຊູດານ ບໍ່ເທົ່າໃດມື້ ຫຼັງຈາກຊູດານໄດ້ກ່າວຫາອີສຣາແອລວ່າ
ໄດ້ຖິ້ມລະເບີດໂຈມຕີໂຮງງານອຸດສາຫະກໍາອາວຸດຂອງຕົນທີ່
ນະຄອນຫຼວງ Khartoum.
ອົງການ IRNA ຂອງທາງການອິຣ່ານກ່າວວ່າ ເຮືອພິຄາດແລະ
ເຮືອບັນທຸກເຮລິຄອບເຕີ ໄດ້ໄປຮອດຊູດານໃນວັນຈັນວານນີ້
ເພື່ອຄໍ້າປະກັນຄວາມປອດໄພກ່ຽວກັບເສັ້ນທາງຂົນສົ່ງ.
ອົງການຂ່າວຂອງອິຣານຍັງກ່າວວ່າ ເຮືອລົບຂອງຕົນຍັງນຳເອົາ
ຂ່າວຄາວເພື່ອສັນຕິພາບແລະມິດຕະພາບມານໍາດ້ວຍ.
ອົງການຂ່າວ Fars ຊຶ່ງເປັນອົງການຂ່າວເຄິ່ງທາງການຂອງອິຣານ
ໄດ້ກ່າວວ່າ ຜູ້ບັງຄັບບັນຊາເຮືອລົບ ຂອງອິຣ່ານ ຈະໄດ້ພົບປະກັນ
ກັບຜູ້ບັນຊາການຂອງກອງທັບເຮືອຊູດານໃນຂະນະທີ່ທໍາການຢ້ຽມຢາມຢູ່ນັ້ນ.
ໃນອາທິດແລ້ວນີ້ ລັດຖະບານຊອງຊູດານ ໄດ້ກ່າວຫາອີສຣາແອລວ່າ ໄດ້ໃຊ້ເຮືອບິນລົບ
ຖິ້ມລະເບີດໂຈມຕີໂຮງງານອຸດສາຫະກໍາອາວຸດໃນນະຄອນ Khartoum. ເຈົ້າໜ້າທີ່ຊູດານ
ຍັງກ່າວອີກວ່າ ການໂຈມຕີຕາມທີ່ມີການກ່າວຫາທີ່ວ່ານີ້ ແມ່ນເປັນຄວາມພະຍາຍາມຂອງ
ອີສຣາແອລ ທີ່ຈະທຳລາຍຄວາມສາມາດທາງທະຫານຊອງຊູດານ.
ກອງທັບອີສຣາແອລບໍ່ຍອມໃຫ້ຄວາມເຫັນ ກ່ຽວກັບການກ່າວຫາຂອງຊູດານ.
ອີສຣາແອລເຄີຍໄດ້ກ່າວຫາຊູດານວ່າ ໃຫ້ຄວາມສະໜັບສະໜຸນຕໍ່ກຸ່ມຫົວຮຸນແຮງປາແລສໄຕນ໌.
ຊູດານໄດ້ຖິ້ມໂທດໃສ່ອີສຣາແອລ ຕໍ່ການໂຈມຕີຄັ້ງຜ່ານມາ ຊຶ່ງຮວມທັງການໂຈມຕີທາງອາກາດ
ທີ່ຮ້າຍແຮງ ໃນປີ 2009 ໃສ່ຂະບວນລົດລໍາລຽງອາວຸດນັ້ນ.