ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການນັບຄະແນນສຽງ ລັດຖະສະພາຂອງ ອີຣ່ານ ຍັງດຳເນີນ ຕໍ່ຢູ່


ນັກຂ່າວ ອີຣ່ານ ລໍຖ້າການປະກາດຜົນຂອງການເລືອກຕັ້ງລັດ
ຖະສະພາ ທີ່ກະຊວງພາຍໃນ, ນະຄອນຫຼວງ ເທຫະຣານ, ປະ
ເທດ ອີຣ່ານ, 27 ກຸມພາ, 2016.
ນັກຂ່າວ ອີຣ່ານ ລໍຖ້າການປະກາດຜົນຂອງການເລືອກຕັ້ງລັດ ຖະສະພາ ທີ່ກະຊວງພາຍໃນ, ນະຄອນຫຼວງ ເທຫະຣານ, ປະ ເທດ ອີຣ່ານ, 27 ກຸມພາ, 2016.

ພວກນັກປະຕິຮູບປາກົດວ່າໄດ້ທຳຄວາມກ້າວໜ້າໃນຂະທີ່ ອີຣ່ານ ສືບຕໍ່ນັບຄະແນນສຽງໃນວັນອາທິດມື້ນີ້ ຫຼັງຈາກການເລືອກຕັ້ງສະ ພາ ດ້ວຍການຄາດກັນວ່າ ຈະໄດ້ຮັບຜົນຂອງການເລືອກຕັ້ງສຸດ ທ້າຍ ໃນວັນຈັນມື້ອື່ນນີ້.

ຜົນການເລືອກຕັ້ງໃນບາງສ່ວນ ໄດ້ຊີ້ໃຫ້ເຫັນວ່າ ພວກປະຕິຮູບ ແລະ ພວກນິຍົມແນວທາງປານກາງ ຜູ້ທີ່ນິຍົມການພົວພັນກັບປະ ເທດຕາເວັນຕົກໄດ້ຮັບຜົນດີ.

ແມ່ຍິງ ອີຣ່ານ ຄົນໜຶ່ງສະແດງໃຫ້ເຫັນນິ້ວມືທີ່ມີສີນ້ຳມຶກຂອງລາວ ຫຼັງຈາກ ການລົງຄະແນນສຽງການເລືອກຕັ້ງລັດຖະສະພາທີ່ສະຖານທີ່ອອກສຽງໃນ ເມືອງ Qom. 26 ກຸມພາ 2016.
ແມ່ຍິງ ອີຣ່ານ ຄົນໜຶ່ງສະແດງໃຫ້ເຫັນນິ້ວມືທີ່ມີສີນ້ຳມຶກຂອງລາວ ຫຼັງຈາກ ການລົງຄະແນນສຽງການເລືອກຕັ້ງລັດຖະສະພາທີ່ສະຖານທີ່ອອກສຽງໃນ ເມືອງ Qom. 26 ກຸມພາ 2016.

ປະທານາທິບໍດີ Hassan Rouhani ແລະ ອະດີດປະທານາທິບໍດີ Akbar Hashemi Rafsanjani ແມ່ນຍັງນຳໜ້າການແຂ່ງຂັນສຳ ລັບ ການເຂົ້າເປັນສະມາຊິກ ສະມັດຊາຂອງບັນດານັກ ຊ່ຽວຊານ. ອັນເປັນອົງການ ທີ່ມີອິດທິພົນ ທີ່ຕິດຕາມເບິ່ງການທຳງານຂອງຜູ້ ນຳສູງສຸດ Ayatollah Ali Khamenei ຜູ້ທີ່ໃຫ້ຄຳຕັດສິນຂັ້ນສຸດ ທ້າຍຕໍ່ນະໂຍບາຍ ການຕ່າງປະເທດຂອງອີຣ່ານ ແລະ ອາດຈະ ເລືອກເອົາຜູ້ນຳສູງສຸດຄົນຕໍ່ໄປ.

ຜົນການເລືອກຕັ້ງບາງສ່ວນ ບົ່ງບອກວ່າ ພວກນິຍົມແນວທາງເດີມ ສູນເສຍພື້ນທີ່ຫຼາຍພໍສົມຄວນຂອງ 290 ບ່ອນນັງໃນສະພານິຕິບັນ ຍັດ. ພວກປະຕິຮູບ ທີ່ເປັນພັນທະມິດກັບປະທານາທິບໍດີໄດ້ຮັບໄຊ ຊະນະ ທັງໝົດ 30 ບ່ອນນັ່ງຂອງສະພາ ໃນເຂດນະຄອນຫຼວງ ເຕຫະຣ່ານ.

ໃນວັນເສົາວານນີ້ ສື່ມວນຊົນທາງການຂອງອີຣ່ານ ໄດ້ອ້າງເຖິງຄຳເວົ້າຂອງທ່ານ Rouhani ທີ່ກ່າວວ່າ ການເລືອກຕັ້ງ ໄດ້ມອບຄວາມເຊື່ອຖື ແລະອິດທິພົນ ຫຼາຍຂຶ້ນ ໃຫ້ແກ່ ລັດຖະບານ.

Iran Vote Tally Upd
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG