ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານ ກັບ ເທີກີ ປະຕິຍານ ວ່າຈະເພີ້ມ ການຮ່ວມມື ແລະການຄ້າ


ຮອງປະທານາທິບໍດີ ຂອງອີຣ່ານ ທ່ານ Eshagh Jahangiri, ຂວາ, ແລະ ນາຍົກລັດຖະມົນຕີ ຂອງເທີກີ ທ່ານAhmet Davutoglu ຈັບມືກັນ ໃນ ມ້ວນທ້າຍ ຂອງກອງປະຊຸມ
ຖະແຫລງຂ່າວຮ່ວມກັນ ໃນວັງ Saadabad, ທີ່ນະຄອນຫຼວງເຕຫະຣ່ານ, ວັນທີ 5 ມີນາ, 2016.
ຮອງປະທານາທິບໍດີ ຂອງອີຣ່ານ ທ່ານ Eshagh Jahangiri, ຂວາ, ແລະ ນາຍົກລັດຖະມົນຕີ ຂອງເທີກີ ທ່ານAhmet Davutoglu ຈັບມືກັນ ໃນ ມ້ວນທ້າຍ ຂອງກອງປະຊຸມ ຖະແຫລງຂ່າວຮ່ວມກັນ ໃນວັງ Saadabad, ທີ່ນະຄອນຫຼວງເຕຫະຣ່ານ, ວັນທີ 5 ມີນາ, 2016.

ບັນດາຜູ້ນຳ ຈາກອີຣ່ານ ແລະ ເທີກີ ກຳລັງຮຽກຮ້ອງໃຫ້ຮ່ວມ
ມືກັນ ເພື່ອຍຸຕິບັນຫາຂັດແຍ້ງຕ່າງໆ ແລະ ຄວາມຮຸນແຮງ ຕໍ່
ກຸ່ມທີ່ນັບຖືສາສະໜາ ທີ່ແຕກຕ່າງກັນ ຢູ່ໃນຂົງເຂດ.

ນາຍົກລັດຖະມົນຕີ ຂອງເທີກີ ທ່ານ Ahmet Davutoglu ໄດ້
ກ່າວວ່າ ອີຣ່ານ ແລະ ເທີກີ ສາມາດເຮັດວຽກຮ່ວມກັນໄດ້ ເພື່ອ
ຍຸດຕິບັນຫາຂັດແຍ້ງດັ່ງກ່າວ ແລະ ການນອງເລືອດ ລະຫວ່າງ
ອ້າຍເອື້ອຍນ້ອງກັນ. ໃນຖະແຫລງການຢູ່ ທີ່ກອງປະຊຸມຖະ
ແຫລງຂ່າວ ໃນວັນເສົາວານນີ້ ໃນນະຄອນຫຼວງ ເຕຫະຣ່ານນັ້ນ
ທ່ານ Davutoglu ກ່າວວ່າ ການຮ່ວມມືກັນ ຍັງຈະເຮັດໃຫ້ມີ
ປະສິດທິຜົນ ແລະ ເປັນປະໂຫຍດ ໃນການຍຸຕິ ຄວາມຮຸນແຮງ
ຕໍ່ກຸ່ມທີ່ນັບຖືສາສະໜາຕ່າງກັນ.

ຮອງປະທານາທິບໍດີ ຂອງອີຣ່ານ ທ່ານ Eshagh Jahangiri ໄດ້ກ່າວວ່າ ອີຣ່ານ ແລະ
ເທີກີ ໄດ້ຕົກລົງກັນ ກ່ຽວກັບການຮັບມື ກັບວິກິດການດັ່ງກ່າວ ແຕ່ທັງສອງຝ່າຍ ຕັດສິນໃຈ
ວ່າຈະເຄື່ອນໄຫວ ໄປສູ່ສະຖຽນລະພາບນຳກັນ.

ເທີກີ ແມ່ນເປັນຜູ້ໜູນຫລັງ ພວກຕໍ່ຕ້ານລັດຖະບານ ທີ່ຕໍ່ສູ້ເພື່ອໂຄ່ນລົ້ມ ປະທານາທິບໍດີ
ຊີເຣຍ Bashar Assad ໃນຂະນະດຽວກັນ ອີຣ່ານ ພ້ອມກັບ ຣັດເຊຍ ກໍສະໜັບສະໜູນ
ລັດຖະບານຂອງທ່ານອາຊາດ.

ຜູູ້ນຳທັງສອງທ່ານ ຍັງກ່າວວ່າ ພວກເພິ່ນແນເປົ້າໝາຍໃສ່ ເພື່ອເພີ່ມການຄ້າຂາຍ ລະຫວ່າງ
ກັນ ໃຫ້ເຖິງ 30 ຕື້ໂດລາ.

ໄດ້ມີລາຍງານວ່າ ການຄ້າຂາຍ ລະຫວ່າງເທີກີ ກັບ ອີຣ່ານ ມີຢູ່ປະມານ 10 ລ້ານໂດລາ ໃນປີ 2015 ຊຶ່ງໄດ້ຕົກຕ່ຳລົງຈາກປີກ່ອນໆ.

Iran Turkey
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG