ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກທຸລະກິດເທີກີ ເຊື້ອສາຍອີຣ່ານ ຂໍໃຫ້ສານ ກຳນົດ ຄ່າປະກັນໂຕ ໃນຄະດີ ຫຼົບຫຼີກການລົງໂທດ


ໄອຍະການ ສະຫະລັດ ທ່ານ Preet Bharara ໄດ້ກາຍມາເປັນຜູ້ ມີຊື່ສຽງດັງ ຢູ່ໃນ Twitter ຫຼັງຈາກທີ່ໄດ້ລົງ ຂໍ້ຄວາມ ກ່ຽວກັບການ ຈັບກຸມ ທ້າວ Zarrab.
ໄອຍະການ ສະຫະລັດ ທ່ານ Preet Bharara ໄດ້ກາຍມາເປັນຜູ້ ມີຊື່ສຽງດັງ ຢູ່ໃນ Twitter ຫຼັງຈາກທີ່ໄດ້ລົງ ຂໍ້ຄວາມ ກ່ຽວກັບການ ຈັບກຸມ ທ້າວ Zarrab.

ບັນດາທະນາຍຄວາມຂອງ ຄົນເທີກີເຊື້ອສາຍອີຣ່ານ ທີ່ໄດ້ຖືກຈັບກຸມ ເມື່ອເດືອນມີນາ ຜ່ານມາ ໃນຂໍ້ຫາສົມຮູ້ຮ່ວມຄິດ ເພື່ອຫລົບຫລີກ ການລົງໂທດຕໍ່ອີຣ່ານ ໄດ້ຂໍຮ້ອງຕໍ່ສານລັດຖະບານກາງ ສະຫະລັດ ໃຫ້ກຳນົດ ເງິນຄ່າປະກັນ​ໂຕ ໃນຈຳນວນ 50 ລ້ານ ໂດລາ ເພື່ອປ່ອຍຜູ້ກ່ຽວ ຈົນກວ່າຈະຖືກຮ້ອງມາດຳເນີນຄະດີ.

ທ້າວ Reza Zarrab ເປັນໜຶ່ງ ໃນສາມຄົນ ທີ່ຖືກຟ້ອງໃນຂໍ້ຫາ ​ໃນ​ອັນທີ່ບັນດາ ໄອຍະ ການ ກ່າວຫາວ່າ ແຜນການໄລຍະ 5 ປີ ທີ່ກ່ຽວພັນກັບການ​ເຮັດທຸລະກິດ ໃນນາມຂອງ ລັດຖະບານອີຣ່ານ ມູນຄ່າຫຼາຍລ້ານໂດລາ.

ອີຣ່ານໄດ້ຢູ່ພາຍໃຕ້ການລົງໂທດທາງດ້ານເສດຖະກິດຫຼາຍຢ່າງໂດຍ ສະຫະລັດ ນັບ ຕັ້ງແຕ່ ປີ 1979 ເປັນຕົ້ນມາ ທີ່ຫ້າມການເຮັດທຸລະກິດໃດໆ ທີ່ກ່ຽວພັນກັບ ອົງກອນຕ່າງໆ ຂອງສະຫະລັດ ແລະ ຂອງອີຣ່ານ ພ້ອມດ້ວຍລັດຖະບານ ຂອງອີຣ່ານນຳດ້ວຍ. ການລົງ ໂທດເຫຼົ່ານີ້ ແມ່ນແຕກຕ່າງ ຈາກການລົງໂທດເມື່ອບໍ່ດົນມານີ້ ທີ່ໄດ້ມີ​ຂຶ້ນ​ເພື່ອ​ເປັນການ ຕອບໂຕ້ ຕໍ່ໂຄງການນິວເຄລຍຂອງອີຣ່ານນັ້ນ ຊຶ່ງໄດ້ຖືກຍົກເລີກເມື່ອຕົ້ນປີນີ້.

ສຳນວນ​ຟ້ອງ​ທີ່ໄດ້ມີ​ການເປີດເຜີຍ ໃນເດືອນມີນາຜ່ານມາ ກ່າວວ່າ ທ້າວ Zarrab ແລະ ພວກສົມຮູ້ຮ່ວມຄິດກັບລາວ ໄດ້ໃຊ້ເຄືອຂ່າຍ ບໍລິສັດຕ່າງໆ ຢູ່ໃນອີຣ່ານ ເທີກີ ແລະ ແຫ່ງອື່ນໆ ຢູ່ໃນໂລກ ເພື່ອ​ເຮັດທຸລະກິດ ໃນຂະນະທີ່ ປົກປິດການດຳເນີນທຸລະກິດນັ້ນ ຈາກບັນດາທະນາຄານສະຫະລັດ ຊຶ່ງພວກເຂົາເຈົ້າ ໄດ້ເຮັດໃຫ້ອົງກອນຕ່າງໆ ຂອງ ອີຣ່ານ.

ຢູ່ໃນໜັງສືສະບັບໜຶ່ງ ແລະ ເອກະສານຢັ້ງຢືນຕ່າງໆ ທີ່ໄດ້ຍື່ນ​ຕໍ່ສານໃນວັນພຸດວານນີ້ ທະນາຍຄວາມຂອງທ້າວ Zarrab ໄດ້ຂໍ້ຮ້ອງຜູ້ພິພາກສາ ໃນຄະດີຂອງພວກເຂົາ ໃຫ້ ຜູ້ກ່ຽວ ຖືກ​ກັກ​ບໍລິ​ເວນຢູ່ໃນເຮືອນ ໃນຂະນະຄອຍຖ້າການດຳເນີນຄະດີ ໂດຍມີເງື່ອນໄຂ ຫຼາຍໆຢ່າງນຳດ້ວຍ. ພວກທະນາຍຄວາມໄດ້ກ່າວວ່າ ເງິນຄ່າປະກັນໂຕ 50 ລ້ານໂດລາ ຊຶ່ງຈະປະກອບດ້ວຍ ເງິນສົດ 10 ລ້ານໂດລາ, ຜູ້ກ່ຽວຈະມີຍາມຕິດອາວຸດສອງຄົນຮັກສາ​ຢູ່ທຸກເວລາ ແລະ ຜູ້ກ່ຽວສາມາດພຽງ ແຕ່ອອກຈາກເຮືອນຂອງຕົນ ເພື່ອໄປຮັບ ການຮັກ ສາປິດປົວ, ໄປພົບປະກັບພວກທະນາຍຂອງຕົນ ຫຼື ໄປຮ່ວມພິທີທາງສາສະໜາເທົ່ານັ້ນ.

ເອກະສານກ່າວວ່າ ທ້າວ Zarrab ຄວນຈະຢູ່​ໃນ​ສະພາບ​ຖືກ “ຄວບ​ຄຸມຕົວນ້ອຍສຸດ” ​ໂດຍ​ມີເຫດສົມຜົນ ທີ່ຈະຮັບປະກັນວ່າຜູ້ກ່ຽວຈະໄປ ມີໜ້າຢູ່ສານ ​ໃນ​ການດຳເນີນຄະດີ ຂອງຜູ້ກ່ຽວ. ທະນາຍຄວາມຂອງທ້າວ Zarrab ໂຕ້ຖຽງວ່າ ຂໍ້ກ່າວຫາກ່ຽວ​ກັບ​ຄວາມ​ຜິດ ຂອງລາວແມ່ນໃນດ້ານການເງິນ ໂດຍບໍ່ມີຂໍ້ຫາພົວພັນດ້ານຄວາມຮຸນແຮງ ດ້ານເພດ ການກໍ່ການຮ້າຍ ຫຼື ດ້ານອາວຸດ​ໃດໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG