ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ຂັບ​ລົດ​ບັນທຸກ​ຊາວ​ອີຣ່ານ ແກ່ຍາວ ການປະທ້ວງ ຊຶ່ງດຽວນີ້ກຳລັງເຂົ້າ​ສູ່ ​​ມື້​ທີ​ເຈັດ


ລົດບັນທຸກຄັນນຶ່ງ ຢູ່ເມືອງກາສວິນ ພາກເໜືອຂອງປະເທດ ອີຣ່ານ ສະແດງໃຫ້ເຫັນປ້າຍປະທ້ວງ ວັນທີ 28 ພຶດສະພາ 2018.
ລົດບັນທຸກຄັນນຶ່ງ ຢູ່ເມືອງກາສວິນ ພາກເໜືອຂອງປະເທດ ອີຣ່ານ ສະແດງໃຫ້ເຫັນປ້າຍປະທ້ວງ ວັນທີ 28 ພຶດສະພາ 2018.

ການ​ປະ​ທ້​ວງໂດຍ​ຄົນ​ຂັບ​ລົດ​ບັນທຸກ​ຊາວ​ອີຣ່ານ ທີ່​ໂກດ​ແຄ້ນ​ກ່ຽວ​ກັບ​ການ​ຂຶ້ນຄ່າ​ທຸ
ລະກິດ ທີ່​ໄດ້​ແກ່​ຍາວມາ ​ເຂົ້າ​ສູ່ມື້​ທີ​ເຈັດ ສະ​ແດງ​ໃຫ້ຮູ້​ວ່າ​ຄົນ​ຂັບ​ລົດ​ບັນທຸກ​ຫຼາຍ​ຄົນ
​ບໍ່ພໍ​ໃຈ​ ກັບລັດຖະບານ​ອີຣ່ານ ທີ່​ສະ​ເໜີ ​ຖະ​ແຫຼ​ງອອກມາ ເຖີງ ຄວາມເສົ້າໂສກເສຍໃຈ​.

ບັນດາ​ຮູບ​ພາບ ​ທີ່​ໄດ້​ຢັ້ງຢືນ​ ເປັນພາສາ​ເປີ​ເຊຍ​ຂອງ​ວີ​ໂອ​ເອ ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​
ໄດ້​ສົ່ງໄປ​ໂດຍ​ຊາວ​ອີຣ່ານ ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ຄົນ​ຂັບ​ລົດ​ບັນທຸກ ທີ່​ເຕົ້າ​ໂຮມ​
ກັນເພື່ອ​ສະໜັບສະໜູນ​ການ​ປະ​ທ້ວງ​ຢູ່​ໃນ​ສາມ​ແຂວ​ງ ອີຣ່ານ ຄື ຟາຣສ໌ ​ເຄີຣ​ແມນ​ຊາຮ
​ແລະ​ກາ​ສວິນ.

ຮູບ​ພາບວິ​ດີ​ໂອ​ອັນ​ນຶ່ງ ​ທີ່​ໄດ້​ເບິ່ງ​ໂດຍພະ​ແນ​ກພາກສາ​ເປີເຊຍ​ວີ​ໂອ​ເອ ສະ​ແດງ​ໃຫ້
​ເຫັນ​ຂະ​ບວນພວກ​ຂັບ​ລົດ​ບັນທຸກ ຂັບ​ລົດ​ເຂົາ​ເຈົ້າ​ຊ້າໆ​ຢູ່​ເທິງ​ຖະໜົນ​ຮາ​ຍ​ເວ ຈາກ​
ເມືອງ​ກາ​ວາຣ ​ໄປ​ຫາຊີ​ຣາຊ​ ​ເມືອ​ງຫຼວງ​ຂອງ​ແຂວງ​ຟາຣ. ລົດ​ບັນທຸກ​ຢ່າງ​ໜ້ອຍ 30
ຄັນ​ໄດ້​ເຫັນຜ່ານ​ໄປ​ ຈາກ​ຜູ້​ຖ່າຍ​ວີ​ດີ​ໂອຕອນ​ນຶ່ງ ຜູ້​ທີ່​ກ່າວ​ວ່າ​ປະມານ 400 ຄັນ​ໄດ້​
ເຂົ້າຮ່ວມ​ການ​ຂັບ​ຊ້າໆ​ເພື່ອເປັນການ​ປະ​ທ້ວງ. ພວກ​ຂັບຂະ​ບວນລົດ ບັນທຸກ ຫຼາຍ
ຄົນພາກັນ​ບີບ​ແກ​ເພື່ອ​ສະ​ແດງ​ຄວາມ​ຕື່ນ​ເຕັ້ນໃຫ້ອີກຫຼາຍ​ຄັນອອກ​ມາ​ຮ່ວມ​.

ຮູບ​ພາບ​ທີ​ສອງ​ສະ​ແດງ​ໃຫ້​ເຫັນວ່າ ​ພວກ​ລົດ​ບັນທຸກດັ່ງກ່າວ ໄດ້​ພາກັນ​ຈອດ​ຢູ່ຕາມ​
ທາງ​ຮາ​ຍ​ເວ​ຢູ່ໃນເມືອງ​ ກັນ​ກາ​ວາ​ຮ ແຂວງ​ເກີຣມັນ​ຊາ​ຮ ພ້ອມ​ດ້ວຍ​ພວກຂັບ​ລົດ​ປະ​
ທ້ວງ ຫຼາຍ​ສິບ​ຄົນພາກັນຢືນ​ຢູ່​ຖະໜົນ ​ແລະ​ຮ້ອງ​ໂຮ ​ໃນ​ຂະ​ນະ​ທີ່​ພວກ​ລົດ​ບັນທຸກ​ຂັບ
ຜ່ານ​ໄປ. ຜູ້​ກ່າວ​ຢູ່​ໃນ​ວີ​ດີ​ໂອ​ເວົ້າ ​ກ່ຽວ​ກັບ​ວ່າ ການ​ປະ​ທ້ວງ​ດຳ​ເນີນຢູ່​ຕໍ່​ໄປ ​ເຖິງ​ແມ່ນ
​ວ່າ ບັນດາ​ເຈົ້າໜ້າ​ທີ່​ອີຣ່ານຈະກ່າວວ່າ ໄດ້​ສິ້ນ​ສຸດ​ລົງໄປແລ້ວກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG