ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນໍາສູງສຸດ ຂອງອີຣ່ານ ຮ້ອງສິ່ງທີ່ສົງໄສວ່າເປັນການວາງຢາພິດນັ້ນ ຄື 'ອາຊະຍາກໍາທີ່ບໍ່ສາມາດໃຫ້ອະໄພໄດ້'


ຮູບພາບທີ່ໄດ້ຮັບການເຜີຍແຜ່ໂດຍ ຫ້ອງການສູງສຸດຂອງອີຣ່ານ ນີ້, ແມ່ນພາບຂອງຜູ້ນໍາສູງສຸດ ​ອາຢາໂຕລລາອາລີ ຄາເມ​ນີ ກ່າວປາໄສຢູ່ທີ່ເດີ່ນຫຍ້າຂອງຫ້ອງການທ່ານ ໃນນະຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ວັນທີ 6 ມີນາ ປີ 2023.
ຮູບພາບທີ່ໄດ້ຮັບການເຜີຍແຜ່ໂດຍ ຫ້ອງການສູງສຸດຂອງອີຣ່ານ ນີ້, ແມ່ນພາບຂອງຜູ້ນໍາສູງສຸດ ​ອາຢາໂຕລລາອາລີ ຄາເມ​ນີ ກ່າວປາໄສຢູ່ທີ່ເດີ່ນຫຍ້າຂອງຫ້ອງການທ່ານ ໃນນະຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ວັນທີ 6 ມີນາ ປີ 2023.

ຜູ້ນໍາສູງສຸດຂອງອີຣ່ານ ໄດ້ອະທິບາຍກ່ຽວກັບສິ່ງທີ່ສົງໄສວ່າ ເປັນການວາງຢາພິດ ຢູ່ທີ່ໂຮງຮຽນຂອງເດັກນ້ອຍຍິງ ໃນ​ວັນ​ຈັນ​ວານນີ້​ວ່າ ເປັນ “ອາຊະຍາກໍາ ທີ່ບໍ່ສາມາດໃຫ້ອະໄພໄດ້.”

ອາຢາໂຕລລາ ອາລີ ຄາເມນີ ກ່າວວ່າ ຖ້າບັນດາເຈົ້າໜ້າທີ່ຫາກສາມາດພິສູດໄດ້ວ່າ ນັ້ນແມ່ນການວາງຢາພິດໂດຍເຈດຕະນາ, “ຜູ້ໃດກໍຕາມ ທີ່ຢູ່ເບື້ອງຫຼັງຂອງເຫດການທີ່ເກີດຂຶ້ນດັ່ງກ່າວ ຈະຕ້ອງໄດ້ຮັບການລົງໂທດປະຫານຊີວິດ, ແລະຈະບໍ່ມີການນິລະໂທດກໍາໃດໆ ສໍາລັບພວກເຂົາ,” ອີງຕາມລາຍງານຂອງອົງການຂ່າວສາ​ທາ​ລະ​ນະ​ລັດອິສລາມ ຫຼື IRNA.

ນີ້ແມ່ນຄັ້ງທໍາອິດໃນການກ່າວປາໄສຕໍ່ສັງຄົມ ຂອງອາ​ຢາ​ໂຕ​ລາຄາເມ​ນີກ່ຽວກັບ ສິ່ງທີ່ສົງໄສວ່າ ເປັນການວາງຢາພິດ ໃສ່ບັນດາເດັກນ້ອຍຫຼາຍຮ້ອຍຄົນ, ເຊິ່ງໄດ້ກໍ່ໃຫ້ເກີດຄື້ນຄວາມໂມໂຫໄປທົ່ວສັງຄົມຂອງອີຣ່ານ.

ປະທານາທິບໍດີຂອງອີຣ່ານ ທ່ານອິບຣາຮິມ ຣາຍຊີ, ໃນອາທິດທີ່ຜ່ານມາ ໄດ້ອອກຄໍາສັ່ງໃຫ້ມີການສືບສວນ ກ່ຽວກັບການ​ເຈັບ​ປ່ວຍທີ່ເກີດຂຶ້ນ ​ຢູ່ທ່າມກາງໂຮງຮຽນຂອງ​ພວກເດັກນ້ອຍຍິງ ຫຼາຍກວ່າ 50 ແຫ່ງ ​ຢ້ອນຄືນຫຼັງໄປເດືອນພະຈິກ​ປີ​ກາຍນີ້.

​ການ​ເຈັບ​ປ່ວຍດັ່ງກ່າວ ໄດ້ຂະຫຍາຍໄປທົ່ວບໍລິເວນ ຢ່າງໜ້ອຍ 21 ແຂວງຂອງຈໍານວນທັງ​ໝົດ 30 ແຂວງຂອງອີຣ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG