ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂທລະພາບຂອງທາງການ ອີຣ່ານ ອ້າງວ່າ ເຈົ້າໜ້າທີ່ ໄດ້ທັບມ້າງ ແຜນກໍ່ການຮ້າຍ ທີ່ໃຫຍ່ສຸດ


ແຜນທີ່ປະເທດອີຣ່ານ ສະແດງໃຫ້ເຫັນ ເມື່ອງຕ່າງໆ
ແຜນທີ່ປະເທດອີຣ່ານ ສະແດງໃຫ້ເຫັນ ເມື່ອງຕ່າງໆ

ບັນດາເຈົ້າໜ້າທີ່ສືບລັບ ຢູ່ໃນອີຣ່ານ ໃນວັນຈັນມື້ນີ້ ໄດ້ທັບມ້າງ “ແຜນການກໍ່ ການຮ້າຍທີ່ໃຫຍ່ທີ່ສຸດ” ຕໍ່ນະຄອນຫຼວງ ເຕຫະຣ່ານ ທີ່ໄດ້ຖືກເລີ້ມຄິດຂຶ້ນມາ ແລະ ໃນບໍລິເວນອື່ນຂອງປະເທດນຳດ້ວຍ ອີງຕາມການລາຍງານ ຂອງອົງການ ຂ່າວ IRNA ຂອງທາງການອີຣ່ານ.

ໃນຖະແຫລງການສະບັບໜຶ່ງ ກະຊວງສືບລັບ ໄດ້ປະກາດວ່າ ຕົນໄດ້ຂັດຂວາງ ແຜນການຕ່າງໆ ໂດຍ ກຸ່ມກໍ່ການຮ້າຍກຸ່ມໜຶ່ງ ທີ່ມີຊື່ວ່າ “takfiri” ທີ່ກຳລັງຈະ ເປີດສາກວາງລະເບີດ ເປັນໄລຍະໆ ໃນສອງສາມມື້ ຈະມາເຖິງນີ້. ຄຳສັບທີ່ວ່າ “takfiri” ແມ່ນຄຳຫຍາບຄາຍທີ່ໃຊ້ກັນ ເພື່ອອະທິບາຍເຖິງຊາວມຸສລິມ ຜູ້ທີ່ ກ່າວຫາຊຶ່ງກັນແລະກັນ ວ່າເປັນຜູ້ບໍ່ເຊື່ອຖືສາສະໜາ.

“ໃນແຜນການກໍ່ອາຊະຍາກຳ ຂອງພວກກຸ່ມກໍ່ການຮ້າຍຕໍ່ຕ້ານມຸສລິມ takfiri ໄດ້ວາງແຜນການວາງລະເບີດ ໃສ່ຫຼາຍແຫ່ງ ຢູ່ໃນປະເທດ ສຳລັບສອງສາມມື້ ຈະມາເຖິງນີ້ ພວກກໍ່ການຮ້າຍ ໄດ້ຖືກຈັບກຸມ ແລະ ລະເບີດບາງສ່ວນ ແລະ ຍຶດໄດ້ວັດຖຸລະເບີດ ຈຳນວນຫຼາຍ ນຳດ້ວຍ” ອີງຕາມຄຳເວົ້າຂອງເລຂາທິການ ສະພາຄວາມໝັ້ນຄົງ ແຫ່ງຊາດ ຂອງອີຣ່ານ ທ່ານ Ali Shamkhani.

ອີງຕາມລາຍງານຂອງໂທລະພາບຂອງທາງການ ພວກຜູ້ຕ້ອງສົງໄສຈຳນວນ ໜຶ່ງທີ່ກ່ຽວຂ້ອງກັບແຜນການດັ່ງກ່າວ ໄດ້ຖືກຈັບກຸມ ແລະ ກຳລັງຖືກສອບ ສວນຢູ່. ການໂຈມຕີ ໄດ້ຖືກວາງແຜນໄວ້ ເພື່ອໃຫ້ ເກີດຂຶ້ນກົງກັບ Ramadan ຊຶ່ງເປັນ ວັນພັກຂອງມຸສລິມ ອີງຕາມຄຳເວົ້າຂອງທ່ານ Shamkhani ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG