ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກປີນໂງ່ນຫິນຊາວອີຣ່ານ ເດີນທາງກັບປະ​ເທດ ລຸນຫຼັງການແຂ່ງຂັນຂອງນາງ ທີ່ບໍ່ໄດ້ໃສ່ຜ້າຮີຈາບ


ແຟ້ມ-ພາບທີ່ຖ່າຍອອກມາຈາກສື່ສັງຄົມອອນລາຍດັ່ງກ່າວ ທີ່ໂພສໂດຍ @iwsports ເປີດເຜີຍໃຫ້ເຫັນ ນາງເອລນາສ ເຣກາບີ ດໍາເນີນການແຂ່ງຂັນຢູ່ໃນປະເທດເກົາຫຼີໃຕ້ ໂດຍປາສະຈາກຜ້າປົກຫົວຮີຈາບ.
ແຟ້ມ-ພາບທີ່ຖ່າຍອອກມາຈາກສື່ສັງຄົມອອນລາຍດັ່ງກ່າວ ທີ່ໂພສໂດຍ @iwsports ເປີດເຜີຍໃຫ້ເຫັນ ນາງເອລນາສ ເຣກາບີ ດໍາເນີນການແຂ່ງຂັນຢູ່ໃນປະເທດເກົາຫຼີໃຕ້ ໂດຍປາສະຈາກຜ້າປົກຫົວຮີຈາບ.

ນາງເອລນາສ ເຣກາບີ (Elnaz Rekabi), ຜູ້ທີ່ເຂົ້າຮ່ວມການແຂ່ງຂັນປີນໂງ່ນຫີນ ຊິງແຊັມເອເຊຍ ຢູ່ປະເທດເກົາຫຼີໃຕ້ ໂດຍປາສະຈາກການໃສ່ຜ້າປົກຫົວ ຮີຈາບ ຕາມຂໍ້ກໍານົດຂອງນັກກິລາຍິງຊາວອີຣ່ານ, ໄດ້ເດີນທາງໄປເຖິງນະຄອນ ຫຼວງເຕຫະຣ່ານ ໃນຕອນເຊົ້າຂອງວັນພຸດວານນີ້ ໂດຍມີຝູງຊົນ ແລະແຟນໆທີ່ສະໜັບສະໜຸນຢູ່ທີ່ນັ້ນ, ທ່າມກາງຄວາມກັງວົນວ່າ ນາງຈະຕ້ອງຖືກຈັບ ແລະຫ້າມບໍ່ໃຫ້ອອກນອກປະເທດອີກ.

ໃນທັນທີທີ່ນາງເຣກາບີ ໄດ້ເດີນທາງໄປເຖິງປະເທດອີຣ່ານ, ນາງໄດ້ປາກົດໂຕຢູ່ຕໍ່ໜ້າກ້ອງ ຂອງອົງການຂ່າວລັດຖະບານ ທັງສອງອົງການ, ເຊິ່ງນາງບອກກັບພວກເຂົາເຈົ້າວ່າ ໄດ້ມີການໂພສລົງບັນຊີອິນສຕາແກຣມ ກ່ຽວກັບສິ່ງທີ່ເກີດຂຶ້ນ ກັບນາງ, “ເຫດການດັ່ງກ່າວນີ້ ມັນເປັນຄວາມບັງເອີນທີ່ສຸດ.”

ນາງກ່າວວ່າ “ເນື່ອງຈາກຂ້ອຍຄາໃສ່ເກີບ ແລະກະກຽມອຸປະກອນຕ່າງໆ, ມັນໄດ້ເຮັດໃຫ້ຂ້ອຍລືມໃສ່ຜ້າປົກຫົວຮີຈາບ ແລະຈາກນັ້ນຂ້ອຍກໍໄປເຂົ້າຮ່ວມການແຂ່ງຂັນໃນທັນທີເລີຍ.”

ໃນການຕອບຄໍາຖາມອື່ນໆກ່ຽວກັບປະຕິກິລິຍາຂອງລາວໃນເວລາດໍາເນີນການແຂ່ງຂັນ ໂດຍປາສະຈາກຜ້າປົກຫົວຮີຈາບ, ນາງເຣກາບີ ກ່າວວ່າ “ຂ້ອຍເດີນ ທາງກັບຄືນມາອີຣ່ານດ້ວຍຄວາມສະບາຍໃຈ, ເຖິງແມ່ນຂ້ອຍຈະມີຄວາມກົດດັນ ແລະເຄັ່ງຕຶງຫຼາຍໆຢ່າງກໍຕາມ. ແຕ່ ຂອບໃຈພະເປັນເຈົ້າ, ຈົນເຖິງຂະນະນີ້ ຍັງບໍ່ມີຫຍັງເກີດຂຶ້ນເລີຍ.”

ນາງເອລນາສ ເຣກາບີ ໄດ້ຖືກເຜີຍແຜ່ເປັນຫົວຂໍ້ຂ່າວໄປໃນທົ່ວໂລກ ລຸນຫຼັງທີ່ນາງໄດ້ເຂົ້າຮ່ວມການແຂ່ງຂັນປີນໂງ່ນຫິນຊິງແຊັມເອເຊຍ ຂອງສະຫະພັນກິລານານາຊາດ ໃນນະຄອນຫຼວງໂຊລ ດ້ວຍການໝັດຜົມຂຶ້ນໄປທາງຫຼັງ ແທນທີ່ການໃສ່ຜ້າປົກຫົວຮີຈາບ.
ນາງເອລນາສ ເຣກາບີ ໄດ້ຖືກເຜີຍແຜ່ເປັນຫົວຂໍ້ຂ່າວໄປໃນທົ່ວໂລກ ລຸນຫຼັງທີ່ນາງໄດ້ເຂົ້າຮ່ວມການແຂ່ງຂັນປີນໂງ່ນຫິນຊິງແຊັມເອເຊຍ ຂອງສະຫະພັນກິລານານາຊາດ ໃນນະຄອນຫຼວງໂຊລ ດ້ວຍການໝັດຜົມຂຶ້ນໄປທາງຫຼັງ ແທນທີ່ການໃສ່ຜ້າປົກຫົວຮີຈາບ.

ລຸນຫຼັງການແຂ່ງຂັນໃນວັນທີອາທິດທີ່ຜ່ານມາ, ໄດ້ຮັບລາຍງານຈາກເພື່ອນຂອງນາງເຣກາບີວ່າ ບໍ່ສາມາດຕິດຕໍ່ຫານາງໄດ້ ແລະໄດ້ເຮັດໃຫ້ເກີດຄວາມກັງວົນກ່ຽວກັບຄວາມປອດໄພຂອງນາງນະເວລານັ້ນ.

ນາງເຣກາບີ ໄດ້​ທຳການແຂ່ງຂັນໂດຍບໍ່ໄດ້ໃສ່ຜ້າປົກຫົວຮີຈາບ ມີຂຶ້ນທ່າມກາງການປະທ້ວງຢູ່ໃນອີຣ່ານ ທີ່ຍັງຄົງດຳ​ເນີນ​ຢູ່​ຕໍ່​ມາ ນັບຕັ້ງແຕ່ການເສຍຊີວິດຂອງນາງມາຊາ ອາມີນີ ອາຍຸ 22 ປີໃນເດືອນກັນຍາທີ່ຜ່ານມາ ໃນຂະນະຖືກຄວບຄຸມໂຕໂດຍເຈົ້າໜ້າທີ່ຕໍາຫຼວດ, ເຊິ່ງນາງໄດ້ຖືກກັກໂຕໂດຍຕໍາຫຼວດສິນທໍາຂອງອີຣ່ານ ໃນຂໍ້ຫາລະເມີດກົດລະບຽບ ການນຸ່ງຖືຂອງປະເທດ.

ນາງເຣກາບີ ສໍາເລັດການແຂ່ງຂັນລົງດ້ວຍອັນດັບທີ 4 ໃນວັນອາທິດທີ່ຜ່ານມາ. ໃນປີ 2021, ລາວໄດ້ຮັບລາງຫຼຽນທອງແດງ ໃນການແຂ່ງຂັນຍິງ ປະ ເພດລວມ ຢູ່ທີ່ການແຂ່ງຂັນປີນໂງ່ນຫິນຊິງແຊັມໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG