ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ຮຽກຮ້ອງ​ ໃຫ້​ມີຄວາມ​ສາ​ມັກ​ຄີ​ ໃນ​ປະ​ເທດ ຫຼັງ​ຈາກ​ການ​ປະ​ທ້ວງ


​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮາ​ສ​ຊານ ຣູ​ຮາ​ນີ. 15 ມັງ​ກອນ, 2020.
​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮາ​ສ​ຊານ ຣູ​ຮາ​ນີ. 15 ມັງ​ກອນ, 2020.

ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮາ​ສ​ຊານ ຣູ​ຮາ​ນີ ໄດ້​ຮຽກ​ຮ້ອງໃຫ້​ມີ​ “ຄວາມ​ສາ​ມັກ​ຄີ​ໃນ​ປະ​ເທດ” ເມື່ອ​ວັນ​ພຸດ​ວານນີ້ ຫຼັງ​ຈາກ​ໄດ້​ເກີດ​ການ​ປະ​ທ້ວງ ກ່ຽວ​ກັບ ການ​ຍິງ​ເຮືອ​ບິນ​ ສາຍ​ການ​ບິນ​ສາ​ກົນ​ຂອງ ຢູ​ເຄ​ຣນ​ ຕົກ​ໂດຍ ອີ​ຣ່ານ.

ອີ​ຣ່ານ​ ໄດ້​ກ່າວ​ໃນ​ຕອນ​ທຳ​ອິດ​ວ່າ ບັນ​ຫາ​ດ້ານ​ເຄື່ອງ​ຈັກ​ໄດ້​ເປັນ​ສາ​ເຫດ​ເຮັດ​ໃຫ້​ເຮືອ​ບິນ​ພາ​ນິດ​ນັ້ນ​ຕົກ, ກ່ອນ​ທີ່​ຈະ​ຍອມ​ຮັບ​ໃນຫຼາຍ​ວັນ​ຕໍ່​ມາ​ວ່າ ເຈົ້າ​ໜ້າ​ທີ່ກອງ​ທັບ ອີ​ຣ່ານ ໄດ້​ຍິງ​ເຮືອ​ບິນ​ນັ້ນ​ຕົກ​ດ້ວຍ​ຄວາມ​ຜິດ​ພາດ, ສັງ​ຫານ​ຜູ້​ໂດຍ​ສານ​ທັງ​ໝົດ 176 ຄົ​ນ​ເສຍ​ຊີ​ວິດ.

ການ​ເປີດ​ເຜີຍ​ດັ່ງ​ກ່າວ​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງຫຼາຍ​ວັນ​ໃນ ອີ​ຣ່ານ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ໄດ້​ສະ​ແດງ​ຄວາມ​ໂມ​ໂຫ ຕໍ່​ບັນ​ດາ​ຜູ້​ນຳ​ຂອງ​ປະ​ເທດ.

ໃນ​ຄຳ​ປາ​ໄສ​ທີ່ອ​ອກ​ອາ​ກາດ​ສົດ​ທາງ​ໂທ​ລະ​ພາບ​ລັດ​ຖະ​ບານ​ນັ້ນ, ທ່ານ ຣູ​ຮາ​ນີ ໄດ້​ກ່າວ​ວ່າ “ຖ້າ​ມັນ​ບໍ່​ມີ​ການ​ເລື່ອນ​ເວ​ລາ” ໂດຍກອງ​ທັບ​ທີ່​ຈະ​ເປີດ​ເຜີຍ​ຂໍ້​ມູນ ກ່ຽວ​ກັບ ໄພ​ພິ​ບັດ​ນັ້ນ, “​ໃຫ້​ເຂົາ​ເຈົ້າ​ອອກ​ມາ​ຂໍ​ໂທດ.”

ທ່ານ ຣູ​ຮາ​ນີ ຍັງ​ໄດ້​ຮຽກ​ຮ້ອງ​ການ​ອະ​ທິ​ບາຍ​ຢ່າງ​ຄົບ​ຖ້ວນ ກ່ຽວ​ກັບ ໄພ​ຫະ​ຍະ​ນະ​ດັ່ງ​ກ່າວ ແລະ ໄດ້​ອ້າງ​ເຖິງ​ຄວາມ​ຈຳ​ເປັນ ​ສຳ​ລັບ​ການ​ປ່ຽນ​ແປງ​ຕໍ່​ວິ​ທີ​ທີ່​ ອີ​ຣ່ານ ປົກ​ຄອງ​ປະ​ເທດ.

ທ່ານ ຣູ​ຮາ​ນີ ໄດ້​ຂໍ​ຮ້ອງ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່ ລະ​ງັບ​ການ​ຫ້າມ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ທາງ​ການ​ເມືອງ​ທີ່​ອາດ​ເປັນ​ໄປ​ໄດ້ ຈາກ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ວັນ​ທີ 21 ກຸມ​ພານີ້. ຜູ້​ລົງ​ແຂ່ງ​ຂັນ​ທຸກ​ຄົນ​ໃນ​ເວ​ລາ​ນີ້​ຖືກກວດ​ກາ​ໂດຍ​ຜູ້​ຕິດ​ຕາມ​ທາງ​ນິ​ຕິ​ບັນ​ຍັດ ເພື່ອ​ພິ​ຈາ​ລະ​ນາ​ຄວາມ​ຈົງ​ຮັກ​ພັກ​ດີ​ຂອງ​ເຂົາ​ເຈົ້າ​ຕໍ່​ປະ​ເທດ.

ທ່ານ ຣູ​ຮາ​ນີ ໄດ້​ກ່າວຫຼັງ​ຈາກກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີ​ວ່າ “ປະ​ຊາ​ຊົນ​ແມ່ນ​ຫົວ​ໜ້າ​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ແມ່ນ​ຜູ້​ຮັບ​ໃຊ້​ເຂົາ​ເຈົ້າ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣ່ານ ທ່ານ ໂມ​ຮຳ​ມັດ ຊາ​ວາ ຊາ​ຣິ​ຟ ກໍ​ໄດ້​ກ່າວ​ເຖິງ​ການ​ປະ​ທ້ວງ​ຄັ້ງຫຼ້າ​ສຸດ​ໃນ​ວັນ​ພຸດ​ວານນີ້​ເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG