ປະທານາທິບໍດີ ອີຣ່ານ ທ່ານຮາຊານ ຣູຮານີ ໄດ້ປະຕິຍານໃນວັນອັງຄານມື້ນີ້ວ່າ ຈະລົງໂທດພວກທີ່ຮັບຜິດຊອບໃນການຍິງເຮືອບິນໂດຍສານຂອງຢູເຄຣນ ຕົກດ້ວຍຄວາມຜິດພາດນັ້ນ ຊຶ່ງທ່ານເອີ້ນເຫດການດັ່ງກ່າວວ່າ “ບໍ່ສາມາດຍົກໂທດໃຫ້ໄດ້.”
ໃນການກ່າວຄຳປາໄສທີ່ຖ່າຍທອດທາງໂທລະພາບ ທ່ານຣູຮານີ ໄດ້ຮຽກຮ້ອງໃຫ້ຈັດຕັ້ງສານພິເສດຂຶ້ນ ແລະໄດ້ກ່າວວ່າ “ທົ່ວໂລກຈະຕິດຕາມເບິ່ງ.”
ນອກນັ້ນ ໃນວັນອັງຄານມື້ນີ້ ໂຄສົກກະຊວງຍຸຕິທຳ ຂອງອີຣ່ານ ໄດ້ກ່າວວ່າ ພວກຄົນຈຳນວນນຶ່ງໄດ້ຖືກຈັບກຸມແລ້ວ ສຳລັບບົດບາດຂອງພວກເຂົາເຈົ້າ ໃນການຍິງເຮືອບິນດັ່ງກ່າວຕົກ ແຕ່ບໍ່ໄດ້ລະບຸວ່າມີຈັກຄົນ ຫຼືວ່າ ພວກເຂົາມີສ່ວນກ່ຽວຂ້ອງແນວໃດ.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນ ໃນຂະນະທີ່ລັດຖະບານ ປະເຊີນກັບການປະທ້ວງຫຼາຍແຫ່ງຫຼັງຈາກທີ່ໄດ້ຢືນຢັດໃນເບື້ອງຕົ້ນວ່າເປັນບັນຫາທາງດ້ານເຄື່ອງຈັກ ທີ່ເປັນສາເຫດເຮັດໃຫ້ເຮືອບິນຕົກ ກ່ອນທີ່ຈະຍອມຮັບໃນວັນເສົາວ່າ ທະຫານຂອງກອງທັບອີຣ່ານ ໄດ້ຍິງເຮືອບິນລຳດັ່ງກ່າວຕົກ ທີ່ໄດ້ສັງຫານໝົດທຸກຄົນ 176 ຊີວິດ ຢູ່ເທິງເຮືອບິນນັ້ນ.
ນັກສຶກສາຢູ່ທີ່ມະຫາວິທະຍາໄລທີ່ມີຊື່ສຽງຂອງອີຣ່ານ ຫຼາຍຮ້ອຍຄົນ ໄດ້ພາກັນອອກມາກ່າວປະນາມບັນດາຜູ້ປົກຄອງປະເທດອິສລາມຂອງພວກເຂົາເຈົ້າ ຢ່າງເປີດເຜີຍ ໃນການປະທ້ວງຂອງມື້ທີສາມ ໃນວັນຈັນວານນີ້.
ໃນຫຼາຍໆຕອນຂອງພາບວີດີໂອ ທີ່ໄດ້ຖືກກວດສອບໂດຍວີໂອເອ ສະແດງໃຫ້ເຫັນວ່າ ພວກນັກສຶກສາຢູ່ທີ່ມະຫາວິທະຍາໄລ ເທັກໂນໂລຈີ ຊາຣີຟ ຂອງເຕຫະຣ່ານ ຊຶ່ງເປັນໂຮງຮຽນຊັ້ນນຳດ້ານວິສະວະກຳ ປາກົດວ່າໄດ້ເຕົ້າໂຮມກັນຢູ່ດ້ານນອກແຫ່ງນຶ່ງພາຍໃນວິທະຍາເຂດ ເມື່ອວັນຈັນວານນີ້ ຊຶ່ງພວກເຂົາເຈົ້າໄດ້ພາກັນຮ້ອງໂຮຄຳຂວັນຕ່າງໆນາໆ ແລະຮັບຟັງການກ່າວຄຳປາໄສຈາກສອງສາມຄົນ ທີ່ໄດ້ກ່າວຕ້ອງຕິລັດຖະບານ. ວີໂອເອ ບໍ່ສາມາດຢືນຢັນໄດ້ຢ່າງເປັນອິດສະຫຼະ ເຖິງຄວາມໜ້າເຊື່ອຖືຂອງພາບວີດີໂອນັ້ນ.
ໃນຕອນນຶ່ງຂອງວີດີໂອ ພວກນັກສຶກສາ ໄດ້ຮ້ອງໂຮວ່າ “ພວກເຂົາເຈົ້າໄດ້ຂ້າ ພວກທີ່ດີເດັ່ນທີ່ສຸດຂອງພວກເຮົາ ແລະໄດ້ແທນເຂົາເຈົ້າໂດຍ ມູລາ ຫຼືຜູ້ຮູ້ໃນສາສະໜາອິສລາມ.”
ການອ້າງເຖິງຄຳວ່າ “ພວກດີເດັ່ນທີ່ສຸດ” ນັ້ນ ເປັນການສັນລະເສີນແກ່ພວກນັກສຶກສາອີຣ່ານ ຫຼາຍກວ່າຊາວຄົນ ຜູ້ທີ່ຢູ່ໃນເຮືອບິນສາຍການບິນນາໆຊາດຂອງຢູເຄຣນ ທີ່ໄດ້ຖືກຍິງຕົກ ໂດຍລູກສອນໄຟ ບໍ່ດົນຫຼັງຈາກທີ່ໄດ້ບິນຂຶ້ນຈາກສະໜາມບິນນະຄອນຫຼວງເຕຫະຣ່ານ ຊຶ່ງເປັນຖ້ຽວບິນທີ່ບິນໄປຍັງນະຄອນຫຼວງກີຢິບຂອງຢູເຄຣນ ໃນວັນພຸດອາທິດແລ້ວນີ້.