ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໜ່ວຍ​ປະ​ຕິ​ບັດ​ການ ​ຂອ​ງ​ອີ​ຣ່ານ ຖືກ​ຟ້ອງ​ໃນ​ການ​ວາງ​ແຜນ​ລອບ​ສັງ​ຫານ ທ່ານ​ຈອນ ໂບ​ລ​ຕັນ


ໂປ​ສ​ເຕີ້​ຄົນ​ຮ້າຍ​ ທີ່​ອົງ​ການ​ສັນ​ຕິ​ບານ​ກາງ​ຕ້ອງ​ການ​ໂຕ ທ້າວຊາແຣມ ພົວຊາຟີ ຊຶ່ງ​ຍັງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ທ້າວ​ເມ​ດີ ເຣ​ຊາ​ຢີ ຈາກ​ເຕ​ຫະ​ຣ່ານ ປະ​ເທດ​ອີ​ຣ່ານ ໃນ​ຮູບ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ເມື່ອ​ວັນ​ທີ 10 ສິ​ງ​ຫາ 2022.
ໂປ​ສ​ເຕີ້​ຄົນ​ຮ້າຍ​ ທີ່​ອົງ​ການ​ສັນ​ຕິ​ບານ​ກາງ​ຕ້ອງ​ການ​ໂຕ ທ້າວຊາແຣມ ພົວຊາຟີ ຊຶ່ງ​ຍັງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ທ້າວ​ເມ​ດີ ເຣ​ຊາ​ຢີ ຈາກ​ເຕ​ຫະ​ຣ່ານ ປະ​ເທດ​ອີ​ຣ່ານ ໃນ​ຮູບ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ເມື່ອ​ວັນ​ທີ 10 ສິ​ງ​ຫາ 2022.

ໜ່ວຍ​ປະ​ຕິ​ບັດ​ການ​ອີ​ຣ່ານ​ຄົນ​ນຶ່ງ ໄດ້​ຖືກ​ຟ້ອງ​ໃນ​ການ​ວາງ​ແຜນ​ລອບ​ສັງ​ຫານ ທ່ານ​ຈອນ ໂບ​ລ​ຕັນ ​ອະ​ດີດທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ໃນ​ອັນ​ທີ່​ເຊື່ອກັນ​ວ່າ ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ໄດ້​ສັງ​ຫານ​ນາຍ​ພົນ​ອີ​ຣ່ານ​ທີ່​ມີ​ອິດ​ທິ​ພົນ​ຄົນ​ນຶ່ງ ອີງ​ຕາມ​ການ​ເປີດ​ເຜີຍ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ໃນ​ວັນ​ພຸດ​ວານນີ້.

ຜູ້​ຕ້ອງ​ສົງ​ໄສ ທ້າວ​ຊາ​ແຣມ ພົວ​ຊາ​ຟີ (Shahram Poursafi) ໄດ້​ຖືກ​ລະ​ບຸ​ໂຕ​ໂດຍ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ວ່າ ເປັນ​ສະ​ມາ​ຊິກ​ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ​ອີ​ຣ່ານ. ອົງ​ການ​ສັນ​ຕິ​ບານ​ກາງ ຫຼື FBI ຂອງ​ສະ​ຫະ​ລັດ ຕ້ອງ​ການ​ໂຕ​ຜູ້​ກ່ຽວ​ໃນ​ຂໍ້​ຫາ​ທີ່​ພົວ​ພັນ​ກັບ​ແຜນ​ການ​ລອບ​ສັງ​ຫານ​ໂດຍ​ມື​ປືນ​ຮັບ​ຈ້າງ.

ໄອ​ຍະ​ການ​ກ່າວ​ວ່າ ແຜນ​ການ​ລອບ​ສັງ​ຫານ​ທ່ານ​ໂບ​ລ​ຕັນ ອະ​ດີດ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ເປັນ​ເວ​ລາ​ນຶ່ງ​ປີ​ເຄິ່ງ ແຕ່​ປີ 2018 ຫາ 2019 ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ແມ່ນ​ມີ​ທ່າ​ທາງວ່າ​ຈະ​ເປັນ​ການ​ຕອບ​ໂຕ້ ຕໍ່​ການ​ໂຈມ​ຕີ​ທາງ​ອາ​ກາດ​ເມື່ອ​ເດືອນ​ມັງ​ກອນ ປີ 2020 ຊຶ່ງ​ໄດ້​ສັງ​ຫານ​ນາຍ​ພົນ​ກັ​ສ​ແຊັມ ຊູ​ເລ​ມາ​ນີ ທີ່​ເປັນ​ຜູ້​ບັນ​ຊາ​ການ​ ກຳ​ລັງ​ອາ​ລ​ກຸດ​ສ໌ ຂອງ​ອີ​ຣ່ານ.

ກະ​ຊວງ​ຍຸ​ຕິ​ທຳ​ກ່າວ​ວ່າ ທ້າວພົວ​ຊາ​ຟີ ພວມຫາ​ທາງ​ທີ່​ຈະ​ຈ້າງ​ຄົນ​ຢູ່​ໃນ​ສະ​ຫະ​ລັດ 300,000 ໂດ​ລາ ໃຫ້​ສັງ​ຫານ​ທ່ານ​ໂບ​ລ​ຕັນ ຢູ່​ວໍ​ຊິງ​ຕັນຫຼື​ໃນ​ລັດ​ແມ​ຣີ​ແລນ ທີ່​ຕັ້ງ​ຢູ່​ໃກ້​ຄຽງ. ແຜນ​ການ​ດັ່ງ​ກ່າວໄດ້​ຖືກ​ເປີດ​ເຜີຍ​ໃຫ້​ຮູ້ ໃນ​ໄລ​ຍະ​ຫຼາຍ​ໆ​ເດືອນ​ຜ່ານ​ມາ ເລີ້ມ​ຂຶ້ນ​ເມື່ອ​ທ້າຍ​ປີ​ກາຍນີ້ ໂດຍ​ທີ່​ທ້າວພົວ​ຊາ​ຟີ ໃນ​ຈຸດ​ນຶ່ງ​ໄດ້​ບອກ​ກັບ​ຜູ້​ຕິດ​ຕໍ່ຢູ່​ໃນ​ສະ​ຫະ​ລັດວ່າ “ລາວ​ກຳ​ລັງ​ໄດ້​ຮັບ​ຄວາມ​ກົດ​ດັນ​ຈາກ ‘ຄົນ​ຂອງ​ລາວ’ ໃຫ້​ການ​ສັງ​ຫານ​ທີ່​ວ່ານັ້ນ​ມີ​ຂຶ້ນ​ໂດຍ​ໄວ.”

ທ້າວພົວ​ຊາ​ຟີ ຍັງ​ບໍ່​ທັນ​ຖືກ​ຈັບ​ເທື່ອ​ຢູ່​ຕ່າງ​ປະ​ເທດ. ຖ້າ​ໃນ​ທີ່​ສຸດ​ຫາກ​ຖືກ​ຈັບ​ໄດ້​ແລະ​ດຳ​ເນີນ​ຄະ​ດີ ຜູ້​ກ່ຽວ​ຈະ​ປະ​ເຊີນ​ກັບ​ໂທດ​ ຈຳ​ຄຸກ 10 ປີ ແລະ​ປັບ​ໃໝ 250,000 ໂດ​ລາ ທີ່​ໄດ້​ນຳ​ໃຊ້ສະ​ຖານ​ທີ່​ລະ​ຫວ່າງ​ລັດ​ໃນ​ການ​ຈ້າງ​ມື​ປືນ​ລອບ​ສັງ​ຫານ ແລະ​ໂທດ​ຈຳ​ຄຸກ​ເຖິງ 15 ປີ ແລະ​ປັບ​ໃໝ​ອີກ 250,000 ໂດ​ລາ​ໃນ​ຖານ​ສະ​ໜອງ ແລະ​ພະ​ຍາ​ຍາມ​ສະ​ໜອງ​ອຸບ​ປະ​ກອນ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ລອບ​ວາງ​ແຜນ​ສັງ​ຫານ​ຂ້າມ​ປະ​ເທດ.

ໃນ​ຖະ​ແຫຼງ​ການມື້​ວານນີ້ ອີ​ຣ່ານ​ເອີ້ນ​ຂໍ້​ກາ​ວ​ຫາ​ດັ່ງ​ກ່າວນັ້ນ​ວ່າ ມີ​ຈຸດ​ປະ​ສົງ​ທາງ​ດ້ານ​ການ​ເມືອງ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ນາ​ສ​ເຊີ​ ກາ​ນາ​ອາ​ນີ ກ່າວ​ວ່າ “ອີ​ຣ່ານ​ຂໍ​ເຕືອນ​ຢ່າງ​ແຮງ ໃນ​ການ​ເອົາ​ມາດ​ຕະ​ການ​ໃດໆ​ຕໍ່​ປະ​ຊາ​ຊົນ​ອີ​ຣ່ານ ພາຍ​ໃຕ້​ຂໍ້​ອ້າງ​ໃນ​ການ​ກ່າວ​ຫາ​ທີ່​ເປັນ​ຕາຢາກ​ຫົວ​ແລະ​ບໍ່​ມີ​ມູນ​ຄວາມ​ຈິງ​ເຫຼົ່າ​ນີ້.”

ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ຄົນ​ປັດ​ຈຸ​ບັນ ​ຂອງ​ສະ​ຫະ​ລັດ ທ່ານ​ເຈກ ຊູ​ລ​ລີ​ວານ ກ່າວ​ວ່າ “ຖ້າ​ອີ​ຣ່ານ​ຫາກ​ທຳ​ການ​ໂຈມ​ຕີ​ຕໍ່​ພົນ​ລະ​ເມືອງ​ຂອງ​ພວກ​ເຮົາ ທີ່​ຮວມ​ທັງ​ບັນ​ດາ​ຜູ້ທີ່​ຍັງ​ສືບ​ຕໍ່ຮັບ​ໃຊ້​ສະ​ຫະ​ລັດ ຫຼື​ບັນ​ດາ​ຜູ້​ທີ່​ເຄີຍ​ໃຫ້​ການ​ຮັບ​ໃຊ້​ມາ​ແລ້ວນັ້ນ ອີ​ຣ່ານ​ຈະ​ປ​ະ​ເຊີນ​ກັບ​ຜົນ​ທີ່​ຕິດ​ຕາມ​ມາ​ຢ່າງ​ຮ້າຍ​ແຮງ. ພວກ​ເຮົາ​ຈະ​ສືບ​ຕໍ່​ໃຊ້​ຊັບ​ພະ​ຍາ​ກອນ​ທີ່​ມີ​ຢູ່​ໂດຍ​ເຕັມ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ເພື່ອ​ໃຫ້​ການ​ປົກ​ປ້ອງ​ຊາວ​ອາ​ເມ​ຣິ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG