ໜ່ວຍກູ້ໄພໄດ້ພົບເຫັນຊາກສົບຂອງພວກລູກເຮືອຕື່ມອີກ 2 ຄົນ ຂອງກຳປັ່ນບັນທຸກ
ນໍ້າມັນອີຣ່ານ ທີ່ໄດ້ຕຳກັນໃນອາທິດແລ້ວຢູ່ໃນທະເລຈີນຕາເວັນອອກ ກັບກຳປັ່ນຂົນ
ສົ່ງຈີນ.
ສື່ມວນຊົນຂອງທາງການຈີນ ກ່າວວ່າ ຊາກສົບທັງສອງໄດ້ພົບເຫັນໃນຕອນເຊົ້າວັນ
ເສົາມື້ນີ້ ຢູ່ເທິງກຳປັ່ນແຊນຈີ ທີ່ຍັງໄຫລລ່ອງແລະໄໝ້ຢູ່ນັ້ນ. ສົບຄົນນຶ່ງທີ່ ໄດ້ພົບເຫັນ
ໃນຕົ້ນອາທິດນີ້ ເຊື່ອກັນວ່າ ເປັນລູກເຮືອອີກຄົນນຶ່ງຂອງຈຳນວນທັງ ໝົດ 32 ຄົນ ທີ່ຮວມທັງຊາວອີຣ່ານ 30 ຄົນ ແລະຊາວບັງກລາແດັສສອງຄົນ.
ຄະນະເກັບກູ້ໄດ້ພະຍາຍາມທີ່ເຂົ້າໄປຍັງບ່ອນພັກເຊົາຂອງພວກລູກເຮືອ ແຕ່ໄດ້ຖອຍ
ຄືນ ຍ້ອນອຸນຫະພູມຍັງສູງຢູ່.
ຄະນະກູ້ໄພ ເຖິງຢ່າງໃດກໍດີ ສາມາດນຳເອົາບັນທຶກຂໍ້ມູນຂອງກຳປັ່ນອອກມາ ໄດ້.
ກຳປັ່ນບັນທຸກນໍ້າມັນແຊນຈີ ທີ່ລົງທະບຽນຢູ່ປານາມາ ໄດ້ອອກເດີນທາງຈາກອີຣ່ານ
ໄປເກົາຫຼີໃຕ້ ບັນທຸກນ້ຳມັນດິບ 136,000 ໂຕນ ເວລາກຳປັ່ນລຳນີ້ຕໍາກັນໃນວັນເສົາ
ແລ້ວ ກັບກຳປັ່ນຊີແອັຟ ຄຣິສໂຕລ (CF Crystal) ທີ່ຈົດທະບຽນຢູ່ຮົງກົງ ປະມານ
257 ກິໂລແມັດ ຫ່າງຈາກແຄມຝັ່ງທະເລຂອງນະຄອນຊຽງໄຮ້.
ກຳປັ່ນຄຣິສໂຕລ ມີລູກເຮືອ 21 ຄົນ ຊຶ່ງທັງໝົດເປັນຄົນຈີນ ໄດ້ຖືກຊ່ອຍຊີວິດໄວ້ໄດ້
ຫລັງຈາກໄດ້ຕຳກັນ. ກຳປັ່ນລໍານີ້ພວມລຳລຽງອາຫານປະເພດເມັດຈາກສະຫະລັດ
ໄປປະເທດຈີນ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນຫຍັງຄືສາເຫດທີ່ເຮັດໃຫ້ກຳປັ່ນທັງສອງຕຳກັນ.