ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

25 ຄົນ​ໄດ້ເສຍ​ຊີ​ວິດ ໃນ​ລະ​ຫວ່າງ ການ​ໂຈມ​ຕີຂະ​ບວນ​ ເດີນ​ສວນ​ສະ​ໜາມ ກອງ​ທັບ ອີ​ຣ່ານ


ໃນ​ພາບທີ່​ໄດ້​ມາ​ຈາກ​ອົງ​ການ​ຂ່າວ​ຂອງ​ຮັກ​ຮຽນ ອ​ີ​ຣ່ານ, ISNA, ນັ້ນ, ກອງ​ກຳ​ລັງ​ຕິດ​ອາ​ວຸດ ອີ​ຣ່ານ ກັບ​ພົນ​ລະ​ເຮືອນ
ຫາ​ບ່ອນ​ຄຸ້ມ​ກັນ ໃນ​ລະ​ຫວ່າງ ການ​ຍິງ​ໂຈມ​ຕີໃສ່​ຂະ​ບວນ​ເດີນ​ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງວັນ​ຄົບ​ຮອບ 39 ປີຂອງ​ການ​ເຂົ້າ​ຮຸກ​ຮານ ອີ​ຣັກ​ ໃນ​ປີ 1980, ເມືອງ ອາວ​າ​ສ (Ahvaz), ປະ​ເທດ ອີ​ຣ່ານ. 22 ກັນ​ຍາ, 2018.
ໃນ​ພາບທີ່​ໄດ້​ມາ​ຈາກ​ອົງ​ການ​ຂ່າວ​ຂອງ​ຮັກ​ຮຽນ ອ​ີ​ຣ່ານ, ISNA, ນັ້ນ, ກອງ​ກຳ​ລັງ​ຕິດ​ອາ​ວຸດ ອີ​ຣ່ານ ກັບ​ພົນ​ລະ​ເຮືອນ ຫາ​ບ່ອນ​ຄຸ້ມ​ກັນ ໃນ​ລະ​ຫວ່າງ ການ​ຍິງ​ໂຈມ​ຕີໃສ່​ຂະ​ບວນ​ເດີນ​ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງວັນ​ຄົບ​ຮອບ 39 ປີຂອງ​ການ​ເຂົ້າ​ຮຸກ​ຮານ ອີ​ຣັກ​ ໃນ​ປີ 1980, ເມືອງ ອາວ​າ​ສ (Ahvaz), ປະ​ເທດ ອີ​ຣ່ານ. 22 ກັນ​ຍາ, 2018.

ປະທານາທິບໍດີ ອີຣ່ານ ໄດ້ຖິ້ມໂທດໃສ່ ສະຫະລັດ ແລະ ພັນທະມິດ ໃນອ່າວເປີເຊຍ
ຄືພວກອາຣັບນັ້ນ ສຳລັບການໂຈມຕີຢ່າງໂຈ່ງແຈ້ງ ຕໍ່ຂະບວນສວນສະໜາມຂອງທະ
ຫານ ຢູ່ທາງພາກຕາເວັນຕົກສຽງໃຕ້ ທີ່ສັງຫານຢ່າງໜ້ອຍ 25 ຄົນ ແລະເຮັດໃຫ້ບາດ
ເຈັບຢ່າງໜ້ອຍ 70 ຄົນນັ້ນ.

ປະທານາທິບໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີ ໄດ້ກ່າວໃນວັນອາທິດມື້ນີ້ ໂດຍບໍ່ໄດ້
ບົ່ງຊື່ແມ່ນປະເທດໃດວ່າ “ໝົດທຸກປະເທດເລັກໆນ້ອຍໆທີ່ເປັນທະຫານຮັບຈ້າງ ທີ່
ພວກເຮົາເຫັນຢູ່ໃນເຂດນີ້ ແມ່ນໄດ້ຮັບການໜູນຫຼັງໂດຍ ອາເມຣິ​ກາ. ແມ່ນພວກອາ
ເມຣິກາ ທີ່ເປັນຜູ້ຍຸແຍ່ພວກເຂົາໂດຍໃຊ້ວິທີທີ່ຈຳເປັນ ເພື່ອກະທຳອາດຊະຍາກຳເຫຼົ່າ
ນີ້.”

ທ່ານ ຣູຮານີ ໄດ້ກ່າວ ກ່ອນອອກຈາກນະຄອນຫຼວງ ເຕຫະຣ່ານ ເດີນທາງມາຮ່ວມກອງ
ຊຸມໃຫຍ່ສະຫະປະຊາຊາດວ່າ “ອາເມຣິກາ ພວມກະທຳໂຕເປັນຜູ້ມີອຳນາດບາດໃຫຍ່
ເພື່ອຂົ່ມເຫັງໂລກທັງໝົດ.”

ຜູ້ນຳ ອີຣ່ານ ເວົ້າວ່າການຕອບໂຕ້ຂອງປະເທດເພິ່ນຕໍ່ການໂຈມຕີດັ່ງກ່າວຈະມີມາ
“ຕາມຫຼັງພາຍໃນຂອບເຂດຂອງກົດໝາຍ ແລະຜົນປະໂຫຍດຂອງປະເທດຊາດຂອງ
ພວກເຮົາຈະຕິດຕາມມາ.” ທ່ານກ່າວວ່າ ສະຫະລັດ ຈະເສຍໃຈໃນການຮຸກຮານຂອງ
ເຂົາ.”

ທ່ານນາງ ແຮເທີ ນາວເອີດຕ໌ ໂຄສົກກະຊວງຕ່າງປະເທດເວົ້າວ່າ “ພວກເຮົາຢືນຢູ່ຄຽງ
ຄູ່ກັບປະຊາຊົນ ອີຣ່ານ ຕ້ານລັດທິກໍ່ການຮ້າຍທີ່ໂຫດຫ້ຽມ ແລະຂໍສະແດງຄວາມເຫັນ
ອົກເຫັນໃຈ ຕໍ່ພວກເຂົາເຈົ້າໃນຍາມຄັບຂັນນີ້.”

ພວກເຈົ້າໜ້າທີ່ກ່າວວ່າ ພວກມືປືນສອງຄົນໄດ້ເສຍຊີວິດ ແລະພວກທີ່ຖືກສົງໃສສອງ
ຄົນໄດ້ຖືກຈັບກຸມ ລຸນຫຼັງການໂຈມຕີໃນວັນເສົາວານນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG