ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີ​ຣ່ານ ກ່າວ​ວ່າ ມີ​ 24 ຄົນ ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ ​ຕໍ່ພິ​ທີ​ສວນ​ສະ​ໜາມ ຂອງ​ກອງ​ທັບ


ຮູບ​ຂອງ​ອົງ​ການ​ຂ່າວອິ​ສ​ນາ ສະ​ແດງ​ໃຫ້​ເຫັນ​ວ່າ ກຳ​ລັງ​ພິ​ທັກ ປະ​ຕິ​ວັດຂອງ​ອີ​ຣ່ານ ພວມ​ແບກ​ຜູ້​ບາດ​ເຈັບ ທີ່​ເປັນ​ສະ​ມາ​ຊິກ ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ດ້ວຍ​ກັນອອກໄປ ໃນ​ລະ​ຫວ່າງ ພິ​ທີສ​ວນ​ສະ​ໜາມ ຄົບ​ຮອບ 38 ປີ ໃນ​ການ​ເຮັດ​ສົງ​ຄາມ ກັບ​ອີ​ຣັກ ທີ່​ເມືອງ​ອາ​ວາ​ສ ປະ​ເທດ​ອີ​ຣ່ານ. (ວັນ​ທີ 22 ກັນ​ຍາ 2018)
ຮູບ​ຂອງ​ອົງ​ການ​ຂ່າວອິ​ສ​ນາ ສະ​ແດງ​ໃຫ້​ເຫັນ​ວ່າ ກຳ​ລັງ​ພິ​ທັກ ປະ​ຕິ​ວັດຂອງ​ອີ​ຣ່ານ ພວມ​ແບກ​ຜູ້​ບາດ​ເຈັບ ທີ່​ເປັນ​ສະ​ມາ​ຊິກ ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ດ້ວຍ​ກັນອອກໄປ ໃນ​ລະ​ຫວ່າງ ພິ​ທີສ​ວນ​ສະ​ໜາມ ຄົບ​ຮອບ 38 ປີ ໃນ​ການ​ເຮັດ​ສົງ​ຄາມ ກັບ​ອີ​ຣັກ ທີ່​ເມືອງ​ອາ​ວາ​ສ ປະ​ເທດ​ອີ​ຣ່ານ. (ວັນ​ທີ 22 ກັນ​ຍາ 2018)

ມື​ປືນ ໄດ້​ເປີດ​ສາກ ​ລະ​ດົມ​ຍິງ​ເຂົ້າ​ໃສ່ ການ​ເດີນ​ສວນ​ສະ​ໜາມ ​ຂອງ​ພວກ​ທະ​ຫານໃນ
​ພາກ​ຕາ​ເວັ​ນ​ຕົກ​ສຽງ​ໃຕ້​ ຂອງ​ປະ​ເທດ​ອີ​ຣ່ານ ຊຶ່ງ​ມີ 24 ຄົນ​ຖືກ​ສັງ​ຫານ​ແລະ​ຫຼາຍກວ່າ
53 ຄົນບາດ​ເຈັບ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ທາງ​ການ​ອີ​ຣ່ານ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບໃນ​ການໂຈມ​ຕີ ທີ່​ມີ​ຂຶ້ນ​ຢູ່​ທີ່​ເມືອງອາ​ວາ​ສ
ແຂວງ​ຄູ​ເຊ​ສ​ຕານ ໃນ​ວັນ​ເສົາ​ມື້ນີ້​ເທື່ອ.

ໃນ​ເວ​ລານີ້ ຍັງ​ມີ​ລາຍ​ງານ ທີ່​ຂັດ​ແຍ້ງ​ກັນ​ຢູ່ ກ່ຽວ​ກັບ​ລາຍ​ລະ​ອຽດ​ຕ່າງໆ.

ເຈົ້າ​ໜ້າ​ທີ່​ກ່າ​ວ​ວ່າ ມື​ປືນ 2 ຄົນ​ໄດ້​ຖືກ​ຂ້າ​ຕາຍ. ແຕ່​ແນວ​ໃດ​ກໍ​ຕາມ ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ
​ເວົ້າ​ວ່າ ມີ​ອີກ 2 ຄົນໄດ້​ຖືກ​ຈັບ ທີ່​ພົວ​ພັນ​ກັບ​ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້.

ໂທ​ລະ​ພາບ​ຂອງ​ທາງ​ການ​ອີ​ຣ່ານ​ລາຍ​ງານ​ວ່າ ພວກ​ໂຈມ​ຕີ​ໄດ້​ແນ​ເປົ້າ​ໝາຍ​ໃສ່ອັດ​ສະ​
ຈັນ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ ພາ​ກັນ​ນັ່ງ​ເບິ່ງ ​ການ​ເດີນ​ສວນ​ສະ​ໜາມ ​ປະ​ຈຳປີ ເພື່ອ​ລະ
​ນຶກ​ເຖິງການ​ເຮັດ​ສົງ​ຄາມຂອງ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມກັບ​ປະ​ເທດອີ​ຣັກໃນ​ລະ​ຫວ່າງ​
ປີ 1980 ຫາ 1988. ການ​ເດີນ​ສວນ​ສະ​ໜາມ​ແບບ​ດຽວ​ກັນ
ນີ້ ໄດ້​ມີ​ການ​ຈັດ​ຂຶ້ນ​ຢູ່​ໃນ​ທົ່ວ​ປະ​ເທດ.

ພວກ​ທີ່​ເສຍ​ຊີ​ວິດ​ສ່ວນ​ໃຫຍ່ນັ້ນ ເປັນ​ສະ​ມາ​ຊິກ​ຂອງ​ໜ່ວຍ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ. ລາຍ
ງານ​ຂ່າວ​ບາງ​ສະ​ບັບ​ແຈ້ງວ່າ ນຶ່ງ​ໃນຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ແມ່ນ​ເປັນ​ນັກ​ຂ່າວ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ຈາ​ວາດ ຊາ​ຣິ​ຟ ໄດ້​ຖິ້ມ​ໂທດ​ໃນ​ການໂຈມ​ຕີ​
ຄັ້ງ​ນີ້ ໃສ່ “ພວກ​ສະ​ໜັບ​ສະ​ໜຸນ​ ຜູ້​ກໍ່​ການ​ຮ້າຍ ​ຢູ່​ໃນ​ຂົງ​ເຂດ” ແລະ “ສະ​ຫະ​ລັດ​ ທີ່​ເປັນ​
ນາຍ​ເໜືອ​ຫົວ​ຂອງ​ພວກ​ເຂົາ.”

ຄຳ​ວ່າ “ພວກ​ສະ​ໜັບ​ສະ​ໜຸນ​ຜູ້​ກໍ່​ການ​ຮ້າຍ​ຢູ່​ໃນ​ຂົງ​ເຂດ” ແມ່ນ​ພາ​ສາ ຊຶ່ງ​ຕາມ​ປົກ​ກະ​ຕິ​
ແລ້ວ​ແມ່ນ​ໝາຍ​ເຖິງ ຊາ​ອຸ​ດີ ອາ​ຣາ​ເບຍແລະ​ອິ​ສ​ຣາ​ແອ​ລ ຊຶ່ງ​ເປັນ​ສັດຕູ​ທີ່​ຮ້າຍ​ກາ​ດ​ຂອງ
​ອີ​ຣ່ານນັ້ນ.

ທ່ານ​ຊາ​ຣິ​ຟ​ ກ່າວ​ວ່າ ອີ​ຣ່ານ​ຈະ​ທຳ​ການ​ຕອບ​ໂຕ້ “ຢ່າງວ່ອງ​ໄວ​ແລະ​ເດັດ​ຂາດ” ຕໍ່​ການ
​ໂຈມ​ຕີ​ໃນ​ຄັ້ງ​ນີ້.

ແຂວງ​ຄູ​ເຊ​ສ​ຕານແມ່ນ​ມີ​ຊາຍ​ແດນ​ຕິດ​ກັບ​ອີ​ຣັກ ແລະ​ມີ​ປະ​ຊາ​ຄົມຊາວ​ອາຣັບທີ່​ເປັນ​ຊົນ
​ກຸ່ມ​ນ້ອຍ​ອາ​ໄສ​ຢູ່​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ຊຶ່ງ​ຈຳ​ນວນ​ນຶ່ງ ​ແມ່ນ​ນັບ​ຖືສາ​ສະ​ໜາ​ອິ​ສ​ລາມ
​ນິ​ກາຍ​ຊຸນ​ນີ່ ຢູ່​ໃນ​ປະ​ເທດ​ອີ​ຣ່ານທີ່​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ນັ​ບ​ຖື​ສາ​ສະ​ໜາ​ອິສ​ລາມນິ​ກາຍ​
ຊີ​ໄອ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG