ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ອີ​ຣ່ານ ກ່າວ​ວ່າ ຕົນ​ສາ​ມາດ​ ຍິງລູກ​ສອນ​ໄຟ​ ໄລ​ຍະ​ສັ້ນ ​ໃສ່​ເຮືອ​ລົບ ໃນ​ອ່າວ​ເປີ​ເຊຍໄດ້​ ຢ່າງງ່າຍ​ດາຍ


ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ມອງ​ເບິ່ງ​ລູກ​ສອນ​ໄຟ ທີ່​ສ້າງ​ຂຶ້ນ​ພາຍ​ໃນ​ປະ​ເທດ ເຕ​ຫະ​ຣ່ານ, ອີ​ຣ່ານ, 3 ກຸມ​ພາ, 2019
ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ມອງ​ເບິ່ງ​ລູກ​ສອນ​ໄຟ ທີ່​ສ້າງ​ຂຶ້ນ​ພາຍ​ໃນ​ປະ​ເທດ ເຕ​ຫະ​ຣ່ານ, ອີ​ຣ່ານ, 3 ກຸມ​ພາ, 2019

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ ຫຼື Revolutionary Guards ໄດ້ກ່າວ
ໃນ​ວັນ​ສຸກວານ​ນີ້​ວ່າ ລູກ​ສອນ​ໄຟ​ໄລ​ຍະ​ສັ້ນ ສາ​ມາດຍິງ​ໄປ​ໃສ່​ເຮືອ​ລົບ ໃນ​ອ່າວ​ເປີ​ເຊຍ
ໄດ້​ຢ່າງ “​ງ່າຍ​ດາຍ” ອີງ​ຕາມອົງ​ການ​ຂ່າວ Fars ຊຶ່ງ​ເປັນ​ອົງ ການ​ຂ່າວ​ເຄິ່​ງທາງ​ການ
ຂອງ​ອີ​ຣ່ານ​ນັ້ນ​.

ຄວາມ​ເຫັນ ຂອງຮອງຜູ້​ບັນ​ຊາ​ການ​ກຳ​ລັງ​ພິ​ທັກ​ປະ​ຕິ​ບັດ ທ່ານ Mohammad Saleh
Jokar ​ໄດ້​ມີ​ຂຶ້ນ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ ​ທີ່​ເພີ້ມ​ຂຶ້ນ ກັບ​ສະ​ຫະ​ລັດ.

ສະ​ຫະ​ລັດ ໄດ້ເພີ້ມການ​ມີ​ໜ້າ​ທາງ​ທະ​ຫານ​ຂອງ​ຕົນ​ຢູ່ໃນ​ຂົງເຂດ ໂດຍ​ທີ່​ໄດ້​ສົ່ງກຳ​ປັ່ນ
​ເພີ້ມຕື່ມ​ໄປ​ຍັງ​ເຂດ​ດັ່ງ​ກ່າວ ແລະ​ຈັດ​ໃຫ້ມີ​ການຮັດ​ກຸ​ມ​ການລົງ​ໂທດ​ເພີ້ມ​ຂຶ້ນ ຕໍ່​ອີ​ຣ່ານ
ເພື່ອ​ຮັບ​ມື​ກັບ​ຂົ່ມ​ຂູ່ ຈາກ​ປະ​ເທດ​ອີ​ຣ່ານ. ອ່າວ​ເປີ​ເຊຍແມ່ນ​ເສັ້ນ​ທາງ​ເດີນ​ເຮືອ ​ທີ່​ມີ
​ຄວາມ​ສຳ​ຄັນ​ທາງ​ດ້ານ​ຍຸດ​ທະ​ສາດ​ຢ່າງຍິ່ງ​ຂອງ​ໂລກ ໃນ​ການລຳ​ລຽງຂົນ​ສົ່ງ​ນ້ຳ​ມັນ
​ນຶ່ງ​ສາມ​ຂອງ​ໂລກ.

ທ່ານ Jokar ໄດ້​ເຕືອນ​ສະ​ຫະ​ລັດ ວ່າ ສະ​ຫະ​ລັດ “ບໍ່​ສາ​ມາດ​ທີ່​ຈະ​ຮັບ​ມື​ກັບ​ການ
ໃຊ້​ຈ່າຍ ໃນການເຮັດສົງ​ຄາມ​ອັນ​ໃໝ່​ນີ້.”
ແລະ​ວ່າ ບັນ​ຫາ​ຂັດ​ແຍ້ງນີ້ ຈະ​ມີ​ຜົນ​ກະທົບ
ຕໍ່​ນ້ຳ​ມັນ​ໃນ​ທົ່ວ​ໂລກ. “ຖ້າ​ຫາກວ່າ​ສົງ​ຄາມ​ເກີດ​ຂຶ້ນ, ທັງ​ໂລກ​ຈະ​ໄດ້​ຮັບ​ຄວາມ​ຫຍຸ້ງ​
ຍາກ,”
ນັ້ນ​ຄື​ຄຳ​ເວົ້າ​ທີ່​ທ່ານ​ໄດ້​ກ່າວ​ເພີ້ມ​ຕື່ມ.

​ການ​ໃຫ້ຄວາມ​ເຫັນ​ຂອງ​ທ່ານ Jokar ​ມີ​ຂຶ້ນ ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​
ປະ​ເທດ ທ່ານ Mohammad Javad Zarif ໄດ້ເຂົ້າ​ພົວ​ພັນ​ໃນ​ຄວາມ​ພະ​ຍາ​ຍາມ
​ທາງ​ການ​ທູດຢ່າງ​ຂຸ້ນ​ຂ້ຽວ ເພື່ອ​ຮັກ​ສາ​ຂໍ້​ຕົກ​ລົງ​ກ່ຽວ​ກັບໂຄງ​ການ​ນິວ​ເຄ​ລຍ ຂອງ​ອີ​ຣ່ານ
ກັບ​ປະ​ເທດ​ມະ​ຫາອຳ​ນາດຂອງໂລກ. ໃນ​ການ​ຢ້ຽມ​ຢາມ​ຈີນ​ຂອງ​ທ່ານ ໃນ​ວັນ​ສຸກ​ວານ​ນີ້,
ທ່ານ Zarif ໄດ້ຕຳ​ໜິ​ຕິ​ຕຽນ​ ພວກ​ຜູ້​ນຳ​ຂອງ​ໂລກ ໂດຍກ່າວ​ວ່າ “ຖະ​ແຫຼງ​ການ​ສະ​ໜັບ​
ສະ​ໜຸນ”
ແມ່ນ​ບໍ່​ພຽງ​ພໍ ທີ່​ຈະ​ຮັກ​ສາ​ຂໍ້​ຕົກ​ລົງ​ນີ້​ໄວ້ໄດ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG