ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນລົບ ສະຫະລັດ ຍິງເຮືອບິນ ບໍ່ມີຄົນຂັບ ທີ່ຜະລິດຢູູ່ ອີຣ່ານຕົກ ຢູ່ຊີເຣຍ


ຮູບເຮືອບິນບໍ່ມີຄົນຂັບ ຂອງອີຣ່ານ Shahed-129.
ຮູບເຮືອບິນບໍ່ມີຄົນຂັບ ຂອງອີຣ່ານ Shahed-129.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ຕໍ່ ວີ​ໂອ​ເອວ່າ ເຮືອບິນຕິດ​ອາວຸດ​ທີ່​ບໍ່​ມີ​ຄົນ​ຂັບທີ່​ໃຊ້ຊ່ວຍສະໜັບ
ສະໜູນ​ລະບົບສູ້​ລົບ ​ທີ່​ຖືກເຮືອບິນ​ສະຫະລັດ​ຍິງ​ຕົກໃນ​ວັນ​ພະຫັດ​ທີ່​ຜ່ານມາພາຍຫລັງ​
ທີ່​ມັນ​ໄດ້​ຍິງ​ໃສ່​ບັນດາ​ສະມາຊິກ​ກໍາລັງ​ແນ​ວ​ໂຮມ​ທີ່​ນຳພາ​ໂດຍ​ສະຫະລັດ ທີ່​ລາດຕະ
​ເວນ​ຢູ່​ພາກ​ໃຕ້​ຂອງຊີ​ເຣຍນັ້ນ ​ແມ່ນ​ຜະລິດ​ຢູ່​ອີຣ່ານ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວວ່າ​ເຮືອບິນ​ລົບຂອງ​ສະຫະລັດ F-15 ​ໄດ້​ຍິງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ
Shaded 129 ທີ່​ສາມາດ​ໃຊ້​ໃນ​ການ​ສູ້​ລົບ ​ແລະ​ປະຕິບັດ​ການລາດຕະ​ເວນ​ໄດ້
ນັ້ນຕົກ.

ໂຄສົກ​ກອງ​ບັນຊາ​ການ​ພາກ​ກາງ ຮ້ອຍຕີ Josh Jacques ກ່າ​ວຕໍ່ ວີ​ໂອ​ເອວ່າ ການ
​ໂຈມ​ຕີ​ໃນ​ວັນ​ພະຫັ​ດທີ່​ຜ່ານ​ມາ​ ໄດ້​ເປັນ​ຂີດ​ໝາຍອັນທຳ​ອິດ​ທີ່ກອງທັບ​ສະຫະລັດ​ໄດ້
​ຍິງ​ເຮືອບິນ​ສັດຕູ​ຕົກ​ຢູ່​ໃນ​ການ​ສູ້​ລົບໜ້າ​ກັນ​ຢູ່ກາງ​ອາກາດ ນັບ​ແຕ່​ວັນ​ທີ 25 ເດືອນ
ກຸມພາ 2009 ​ເປັນ ຕົ້ນມາ ຊຶ່ງເວລານັ້ນ ​ເຮືອບິນ​ບໍ່​ມີ​ຄົນ​ຂັບຂອງ​ອີ​ຣ່ານ ​ໄດ້​ຖືກ​ຍິງ
​ຕົກ​ຢູ່​ໃນ​ອີຣັກ.

ນາຍພົນເອກ Sergei Surovikin ຜູ້ບັນຊາການກຳລັງທະຫານຣັດເຊຍ ຢູ່ໃນຊີເຣຍ.
ນາຍພົນເອກ Sergei Surovikin ຜູ້ບັນຊາການກຳລັງທະຫານຣັດເຊຍ ຢູ່ໃນຊີເຣຍ.

ຕາມ​ໂຄສົກ​ແນວ​ໂຮມ​ທີ່​ນຳພາ​ໂດຍ​ສະຫະລັດ ພັນ​ເອກ Ryan Dillion ​ເວົ້າວ່າມັນ
ກໍເປັນ​ເທື່ອ​ທຳ​ອິດຄື​ກັນ ​ທີ່​ກຳລັງ​ສະໜັບສະໜູນ​ລະບອບການ​ປຢກຄອງ ​ໄດ້​ພະຍາ
ຍາມ​ທີ່​ຈະ​ໂຈມ​ຕີ​ກຳລັງ​ແນວ​ໂຮມ​ຢູ່​ໃນ​ຂົງ​ເຂດ​ອ້ອມ​ແອ້ມ al-Tanf ທີ່​ເປັນ​ຄ້າຍ​ທະ
ຫານ​ທີ່​ສະມາຊິກ​ແນວ​ໂຮມ​ພາກັນ​ເຝິກ​ແອບ​ຊາວ​ຊີ​ເຣຍໃນ​ການ​ສູ້​ລົບ​ກັບກຸ່ມ​ຫົວ​ຮຸນ
​ແຮງລັດ​ອິສລາມ.

ແຜນ​ທີ່​ເມືອງ al-Tanf ປະ​ເທດ Syria
ແຜນ​ທີ່​ເມືອງ al-Tanf ປະ​ເທດ Syria

ໂຄສົກກອງທັບ​ເຮືອປະ​ຈໍາ​ທຳນຽບຫ້າ​ແຈ ຮ້ອຍ​ເອກ Jeff Davis ກ່າວ​ວ່າ ​ຂົງ​ເຂດ​
ອ້ອມແອ້ມ​ຄ້າຍ​ທະຫານ ສ່ວນ​ໃຫຍ່​ໄດ້​ “ສະຫງົບລົງ" ​ໃນ​ວັນ​ສຸກວານ​ນີ້ ຍ້ອນ​ວ່າຣັດ​
ເຊຍ​ທີ່ໄດ້​ສົ່ງ​ຂ່າວ​ຈາກ​ສາຍ​ສື່ສານ​ທີ່​ໄດ້​ສະຫະ​ລັດກັບຣັດ​ເຊຍ​ໄດ້​ສ້າງຕັ້ງຂຶ້ນ ​ໄປ​ໃຫ້
ພວກ​ນັກ​ລົບ​ຢູ່​ໃກ້​ກັບ al-Tanf ຊາບ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG