ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ບັນ​ດາ​ຜູ້​ນຳ ອີ​ຣ່ານ ສະ​ແດງ​ປະ​ຕິ​ກິ​ລິ​ຍາ ຫຼັງ​ຈາກ ມີ​ການ​ຂວ້ຳ​ບາດ ການ​ເລືອກ​ຕັ້ງສະ​ພາ ໂດຍ ພວກປະ​ຊາ​ນິ​ຍົມ


ພາບ​ໃບ​ປິວ ສະ​ໜອງ​ໂດຍ​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ແດ​ງ​ໃຫ້​ເຫັນ ປະ​ທາ​ນາ​ທິ​ບໍ​ດີ ຮາ​ຊານ ຣູ​ຮາ​ນີ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ​ໄດ້​ປ່ອນ​ບັດ ຢູ່​ທີ່​ໜ່ວຍ​ເລືອກ​ຕັ້ງ ​ໃນ​ນະ​ຄອນຫຼວງ​ເຕ​ຫະ​ຣ່ານ, ວັນ​ທີ 21 ກຸມ​ພາ 2020.
ພາບ​ໃບ​ປິວ ສະ​ໜອງ​ໂດຍ​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ແດ​ງ​ໃຫ້​ເຫັນ ປະ​ທາ​ນາ​ທິ​ບໍ​ດີ ຮາ​ຊານ ຣູ​ຮາ​ນີ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ​ໄດ້​ປ່ອນ​ບັດ ຢູ່​ທີ່​ໜ່ວຍ​ເລືອກ​ຕັ້ງ ​ໃນ​ນະ​ຄອນຫຼວງ​ເຕ​ຫະ​ຣ່ານ, ວັນ​ທີ 21 ກຸມ​ພາ 2020.

ສື່ມວນ​ຊົນ​ຂອງ​ອີ​ຣ່ານ ລາຍ​ງານ​ວ່າ ຜົນ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ຂັ້ນ​ຕົ້ນ ​ໃນ​ວັນ​ສຸກ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ອາ​ນຸ​ລັກ​ນິ​ຍົມ ໄດ້​ຊະ​ນະເຖິງ 70 ເປີ​ເຊັນ ຂອງ​ບ່ອນ​ນັ່ງ​ໃນ​ສະ​ພາ​ເທົ່າ​ກັບ 290 ບ່ອນ​ນັ່ງ ໂດຍ​ພັກ​ອິດ​ສະ​ຫລະ ໄດ້​ຮັບ​ປະ​ມານ 20 ເປີ​ເຊັນ ແລະ ພັກ​ປະ​ຕິ​ຮູບ ໄດ້​ຮັບ​ພຽງ​ແຕ່ 10 ເປີ​ເຊັນ​ເທົ່າ​ນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ສັງ​ເກດ​ການຫຼາຍ​ຄົນ ບົ່ງ​ບອກ​ໃຫ້​ເຫັນ​ວ່າ ຈຳ​ນວນ​ຄົນ​ທີ່​ອອກ​ມາ​ລົງ​ຄະ​ແນນ​ສຽງ ​ແມ່ນ​ໜ້ອຍ​ທີ່​ສຸດ​ໃນຫຼາຍໆ​ເຂດ​ຂອງ​ປະ​ເທດ.

ພາບ​ວີ​ດີ​ໂອ​ຂອງ​ຜູ້​ບັນ​ທຶກ​ສະ​ໝັກຫຼິ້ນທີ່​ຖ່າຍ​ທອດ​ ໂດຍສື່​ມວນ​ຊົນ​ຂອງ​ອາ​ຣັບ ແລະ​ອີ​ຣ່ານ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຜູ້​ຊາຍ​ຈຳ​ນວນ​ນຶ່ງ ຢູ່​ດ້ານນອກໜ່ວຍ​ເລືອກ​ຕັ້ງ​ຂອງອີ​ຣ່ານ ​ໄດ້ກ່າວ​ອ້າງ​ວ່າ ເຈົ້າໜ້າ​ທີ່​ເລືອກ​ຕັ້ງ ໄດ້ “ສໍ້​ໂກງ” ເອົາ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ. ວີ​ໂອ​ເອ ບໍ່​ສາ​ມາດ​ຢືນ​ຢັນໄດ້​ຢ່າງ​ອິດ​ສະ​ຫລະ ຕໍ່​ການ​ກ່າວ​ອ້າງ​ນີ້ ແຕ່​ວີ​ດີ​ໂອ​ບັນ​ທຶກຫຼາຍກວ່າ 20 ອັນ ທີ່ລາຍ​ງານ​ໂດຍ​ນັກ​ຂ່າວ​ພົນ​ລ​ະ​ເມືອງ ຢູ່​ໃນ​ສື່​ສັງ​ຄົມ ໄດ້​ປາ​ກົດ​ວ່າ ສະ​ແດງ​ໃຫ້​ເຫັນ​ຈຳ​ນວນ​ຄົນ​ທີ່​ອອກ​ມາ​ໃຊ້​ສິດ ​ແມ່ນ​ໜ້ອຍທີ່​ສຸດ ຢູ່​ໜ່ວຍ​ເລືອກ​ຕັ້ງ​ທັງຫຼາຍ​.

ຍັງມີ​ລາຍ​ງານ​ຈຳ​ນວນ​ນຶ່ງ ຢູ່​ໃນ​ສື່​ສັງ​ຄົມ ທີ່​ວ່າ ຈຳ​ນວນ​ຄົນ​ທີ່​ອອກ​ມາ​ໃຊ້​ສິດ ແມ່ນໜ້ອຍຫຼາຍ ເຊັ່ນ​ກັນ ຊຶ່ງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ຂອງ​ອີ​ຣ່ານ ໄດ້​ຕັດ​ສິນ​ໃຈ ບໍ່​ປະ​ກາດ​ຈຳ​ນວນ​ຄົນ​ທີ່​ອອກ​ມາ​ໃຊ້​ສິດ​ອອກ​ສຽງໃນ​ແຕ່​ລະ​ຂົງ​ເຂດ ​ຫາກແຕ່ ​ໄດ້​ໃຫ້​ຈຳ​ນວນ​ຄົນທັງ​ໝົດທີ່​ອອກ​ມາ​ປ່ອນ​ບັດໃນ​ທົ່ວ​ປະ​ເທດ ແທນ.

ເຖິງ​ແມ່ນ​ວ່າ ມີ​ປາ​ກົດ​ການ​ຄົນ​ອອກ​ມາ​ໃຊ້​ສິດ​ອອກ​ສຽງ​ໜ້ອຍ ກໍ​ຕາມ ສື່ມວນ​ຊົນ​ຂອງ​ອີ​ຣ່ານ ໄດ້​ສືບ​ຕໍ່​ສະ​ແດງ​ພາບ​ວີ​ດີ​ໂອ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຮາ​ຊານ ຣູ​ຮາ​ນີ ກ່າວ​ຖະ​ແຫລງວ່າ ການ​ເລືອກ​ຕັ້ງ​ໃນ​ວັນ​ສຸກ ເປັນ “ເຫດ​ການສະ​ຫງ່າ​ງາມ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ ແລະ​ການ​ປະ​ຕິ​ວັດ​ຂອງ​ອິ​ສ​ລາມ​ໃນ​ປີ 1979.” ທ່ານ​ໄດ້​ກ່າວ​ຕື່ມ​ວ່າ ໜ່ວຍ​ເລືອກ​ຕັ້ງ​ທັງຫຼາຍ​ໃນ​ທົ່ວ​ປະ​ເທດ ໄດ້​ຖືກ​ເຊື່ອມ​ໂຍງ​ທາງ​ອິນ​ເຕີ​ເນັດ ແລະ ທ່ານ​ຮູ້​ສຶກ​ພາກ​ພູມ​ໃຈນຳ ​ພະ​ແນກ​ເລືອກ​ຕັ້ງ ຂອງກະ​ຊວງ​ພາຍ​ໃນ ທີ່​ທ່ານ​ກ່າວ​ວ່າ ເປັນ “ສູນກາງ​ບັນ​ຊາ​ການ”.

ອົງ​ການ​ຂ່າວ Fars ຂອງ​ທາງ​ການ​ອີ​ຣ່ານ ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ທ່ານອັບ​ບັ​ສ ອາ​ລີ ຄາ​ໂຄ​ໄດ ໂຄ​ສົກ​ປະ​ຈຳ ສະ​ພາ​ເພື່ອ​ການ​ພິ​ທັກ ທີ່​ກຳ​ກັບ​ນຳການ​ເລືອກ​ຕັ້ງ​ນີ້ ກ່າວ​ຂອບ​ອົກ​ຂອບ​ໃຈ “ບັນ​ດາ​ສະ​ມາ​ຊິກຫຼາຍ​ພັນ​ຄົນ ຂອງ​ຄະ​ນະ​ກຳ​ມະ​ການ​ເຄືອ​ຂ່າຍ​ຜູ້​ສັງເກດ​ການ ໃນ​ທົ່ວ​ປະ​ເທດ” ທີ່ຮັບ​ປະ​ກັນ​ວ່າ -- ໃນ​ຄຳ​ເວົ້າ​ຂອງ​ທ່ານ--ການ​ເລືອກ​ຕັ້ງແມ່ນ “ຖືກ​ຕ້ອງ ແລະ​ພວກ​ຄົນ​ຜູ້​ທີ່​ປ່ອນ​ບັດ​ທັງຫຼາຍ ແມ່ນຢູ່​ໃນ​ການ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ.”

ອ່າ​ນ​ຂ່າວນີ້​ຕື່ມ​ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG