ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອີຣ່ານວ່າ ມະຫາອຳນາດ ຕາເວັນຕົກ ບໍ່ສາມາດ ເຮັດໃຫ້ ອີຣ່ານ ຄູ້ເຂົ່າລົງໄດ້


ຜູ້ນຳ​ສູງ​ສຸດ​ຂອງ​ອີຣ່ານ Ayatollah Ali Khamenei
ຜູ້ນຳ​ສູງ​ສຸດ​ຂອງ​ອີຣ່ານ Ayatollah Ali Khamenei

ຜູ້ນຳ​ສູງ​ສຸດ​ຂອງ​ອີຣ່ານ Ayatollah Ali Khamenei ກ່າວ​ວ່າ
ສະຫະລັດແລະ “​ບັນດາ​ປະ​ເທດ​ມະຫາ​ອຳນາດ​ລ່າຫົວ​ເມືອງ​ຂຶ້ນ
ຢູ​ໂຣບ” ໄດ້ປະສົບກັບຄວາມລົ້ມ​ແຫຼວ​ໃນ​ຄວາມ​ພະຍາຍາມ​ທີ່
​ຈະເຮັດໃຫ້ອີຣ່ານ ​ຄູ້ເຂົ່າກົ້ມ​ລົງ ໃນລະຫວ່າງ​ການ​ເຈລະຈາ​
ກ່ຽວກັບໂຄງການ​ນີວ​ເຄລຍຂອງ​ເຕຫະຣ່ານນັ້ນ.

ການໃຫ້ຄຳ​ເຫັນດັ່ງກ່າວ​ໄດ້​ພິມ​ເຜີຍ​ແຜ່​ໃນ​ໜ້າ website
ຂອງ​ທ່ານ ໃນ​ວັນ​ອັງ ຄານ​ມື້​ນີ້ ຊຶ່ງ​ເປັນຄຳເຫັນອັນທຳ​ອິດ
​ຂອງ​ທ່ານ ນັບແຕ່ຄະນະ​ເຈລະຈາຂອງ​ອີຣ່ານ​ແລະ​ກຸ່​ມປະ​ເທດ​
ມະຫາ​ອຳນາດ​ຂອງ​ໂລກ​ ​ໄດ້​ຕົກລົງຕໍ່ເວລາໃນການ​ເຈລະຈາ
ກ່ຽວ​ກັບໂຄງການ​ນີວ​ເຄລຍ ອອກ​ໄປຈົນ​ຮອດ​ກາງ​ປີໜ້າ​ນີ້.

IRAN NUCLEAR CNPK
please wait
Embed

No media source currently available

0:00 0:01:32 0:00

ການຕໍ່ເວລາໃນການ​ເຈລະຈາອອກ​ໄປ ​ແມ່ນ​ມີ​ຂຶ້ນ​ຫຼັງ​ຈາກ​ທີ່​ທັງ​ສອງ​ຝ່າຍ​ບໍ່​ໄດ້​ບັນລຸຂໍ້​ຕົກລົງ​ພາຍ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ​ເພື່ອຄ້ຳປະກັນວ່າໂຄງການ​ນີວ​ເຄລຍອີຣ່ານ ​ມີຈຸດປະສົງ​ໃນ​ທາງ​ສັນຕິ ​ເພື່ອ​ແລກປ່ຽນກັບການຜ່ອນ​ເບົາ​ການລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ຕໍ່ອີຣ່ານນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ວ່າ ອີຣ່ານ​ ແລະ​ກຸ່ມ​ທີ່​ປະກອບດ້ວຍສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ​ແມ່ນ​ໃກ້​ທີ່​ສຸດ​ ​ທີ່ຈະບັນ
ລຸການຕົກລົງ ​ທີ່​ຄອງຄອຍຖ້າມາ​ນານ​ແລ້ວ​ນັ້ນ. ທ່ານ​ໄດ້​ລາຍ​ງານໃຫ້ຊາບ​ເຖິງ​ຄວາມ​ຄືບ​ໜ້າ ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ບາງ​ບັນຫາທີ່ສ້າງຄວາມກັງວົນໃຈທີ່ສຸດ ທີ່ຍັງແກ້​ໄຂ​ບໍ່​ຕົກ​ເທື່ອ​. ​

Iran Nuclear Talks Extended to June 30
please wait

No media source currently available

0:00 0:02:51 0:00

XS
SM
MD
LG