ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳອີຣ່ານ ບອກໃຫ້ ສະຫະລັດ ຢູ່ຫ່າງໆ ຈາກຂົງເຂດ ອ່າວເປີເຊຍ


ໃນພາບນີ້ ທີ່ໄດ້ເປີດເຜີຍ ໂດຍເວັບໄຊຂອງທາງການ ສຳນັກງານປະທານາທິບໍດີ ສະແດງໃຫ້ເຫັນ ປະທານາທິບໍດີ ອີຣ່ານ ທ່ານຮາສຊານ ຣູຮານີ ກ່າວຄຳປາໄສ ໃນການເດີນສວນສະໜາມ ຂອງກອງທັບ ຄົບຮອບ 39 ປີ ຫລັງຈາກ ສົງຄາມ ອີຣ່ານ ກັບ ອີຣັກ, ຢູ່ຕໍ່ໜ້າອະນຸສາວະລີ ມື້ລາງ ນັກປະຕິວັດ
ໃນພາບນີ້ ທີ່ໄດ້ເປີດເຜີຍ ໂດຍເວັບໄຊຂອງທາງການ ສຳນັກງານປະທານາທິບໍດີ ສະແດງໃຫ້ເຫັນ ປະທານາທິບໍດີ ອີຣ່ານ ທ່ານຮາສຊານ ຣູຮານີ ກ່າວຄຳປາໄສ ໃນການເດີນສວນສະໜາມ ຂອງກອງທັບ ຄົບຮອບ 39 ປີ ຫລັງຈາກ ສົງຄາມ ອີຣ່ານ ກັບ ອີຣັກ, ຢູ່ຕໍ່ໜ້າອະນຸສາວະລີ ມື້ລາງ ນັກປະຕິວັດ

ປະທານາທິບໍດີ ອີຣ່ານ ທ່ານຮາສຊານ ຣູຮານີ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ການມີ
ກຳລັງທະຫານຕ່າງຊາດ ປະຈຳການ ຢູ່ໃນພື້ນທີ່ຂອງອ່າວເປີເຊຍ ຈະສ້າງ “ຄວາມບໍ່
ໝັ້ນຄົງຢູ່ໃນຂົງເຂດ.”

“ກຳລັງຕ່າງຊາດ ສາມາດກໍ່ໃຫ້ເກີດບັນຫາຕ່າງໆ ແລະ ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ
ສຳລັບ ປະຊາຊົນຂອງພວກເຮົາ ແລະສຳລັບຂົງເຂດຂອງພວກເຮົາ” ທ່ານຣູຮານີ ໄດ້
ກ່າວໃນລະຫວ່າງການຖ່າຍທອດສົດ ຜ່ານທາງໂທລະພາບຂອງທາງການ. ຜູ້ນຳຂອງ
ອີຣ່ານ ໄດ້ກ່າວອີກວ່າ ທ່ານວາງແຜນທີ່ຈະນຳເອົາ ເລື້ອງນີ້ຂຶ້ນສະເໜີ ຢູ່ທີ່ກອງປະຊຸມ
ແຜນການຮ່ວມມືເພື່ອສັນຕິພາບ ໃນພາກພື້ນ ຂອງສະຫະປະຊາຊາດ.

ໃນວັນເສົາວານນີ້ ປະທານສະພາຕ່ຳສະຫະລັດ ທ່ານນາງ ແນນຊີ ເພໂຣຊີ ໄດ້ຕຳນິ
ຕິຕຽນ ແຜນການຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ຈະສົ່ງກຳລັງທະຫານ ສະຫະລັດ
ແລະອຸປະກອນປ້ອງກັນທາງອາກາດ ເພີ້ມຕື່ມອີກ ໄປຍັງຊາອຸດີ ອາຣາເບຍ ແລະ
ສະຫະລັດ ອາຣັບ ເອເມີເຣສ ໂດຍກ່າວວ່າ ມັນເປັນ ຄວາມພະຍາຍາມຄັ້ງຫລ້າສຸດ
ທີ່ຈະ “ຫລີກລ່ຽງ” ລັດຖະສະພາ.

ທ່ານນາງ ເພໂຣຊີ ໄດ້ກ່າວໃນຖະແຫລງການ ວ່າ “ແຜນການຂອງປະທານາທິ ບໍດີ
ທຣຳ ເພື່ອເລັ່ງນຳສົ່ງອຸປະກອນທາງທະຫານໄປຍັງ ຊາອຸດີ ອາຣາເບຍ ແລະ
ສະຫະລັດ ອາຣັບ ເອເມີເຣສ ແລະສົ່ງກຳລັງທະຫານຕື່ມອີກ ໄປປະຈຳ ການຢູ່ໃນ
ພາກພື້ນດັ່ງກ່າວນັ້ນ ເປັນຄວາມພະຍາຍາມທີ່ບໍ່ໜ້າເຊື່ອເລີຍ ໂດຍ ລັດຖະບານທ່ານ
ທຣຳ ເພື່ອທີ່ຈະຫລີກລ່ຽງຄວາມປະສົງຂອງລັດຖະສະພາ ທີ່ມີການເຫັນພ້ອມໂດຍ
ທັງສອງພັກ ແລະປະກອບດ້ວຍສອງສະພາ ນັ້ນ.” ທ່ານນາງກ່າວຕໍ່ໄປວ່າ “ການກະທຳ
ທີ່ບໍ່ສາມາດຮັບເອົາໄດ້ ເຫຼົ່ານີ້ ເປັນສາເຫດ​ສຳ​ລັບ​ຄວາມ​ເປັນ​ຫ່ວງ.”

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສະກັອດ ມໍຣີຊັນ ຜູ້ທີ່ເດີນທາງມາຢ້ຽມຢາມ
ທຳນຽບຂາວ ຢ່າງເປັນທາງການ ໃນວັນສຸກຜ່ານມານີ້ ໄດ້ກ່າວວ່າ ປະເທດຂອງທ່ານ
ຈະບໍ່ຖືກດຶງເຂົ້າມາໃນບັນຫາຂັດແຍ້ງທາງທະຫານ ຢູ່ໃນ ອີຣ່ານ ກັບ ສະຫະລັດ ນັ້ນ.
ທ່ານ ມໍຣີຊັນ ໄດ້ກ່າວອີກວ່າ ຄວາມໝັ້ນໝາຍ ຂອງ ອອສເຕຣເລຍ ໃນອ່າວເປີເຊຍ
ແມ່ນຈຳກັດແຕ່ສະເພາະ ເສລີພາບຂອງການເດີນເຮືອທາງທະເລ ຢູ່ໃນຊ່ອງແຄບ
ຮໍມູຊ (Hormuz).

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານມາກ ແອັສເປີ (Mark Esper) ແລະ
ນາຍພົນ ໂຈເຊັ​ຟ ດັນຟອດ (Joseph Dunford) ປະທານທີ່ປຶກສາດ້ານຄວາມໝັ້ນ
ຄົງແຫ່ງຊາດຂອງທຳນຽບຂາວ ໄດ້ປະກາດການຕັດສິນໃຈ ຂອງປະທານາທິບໍດີ ທຣຳ
ທີ່ຈະສົ່ງກຳລັງທະຫານ ແລະ ອຸປະກອນທາງທະຫານ ໄປຍັງຊາອຸດີ ອາຣາເບຍ ແລະ
ສະຫະລັດ ອາຣັບ ເອເມີເຣສ ໃນຕອນຄ່ຳວັນສຸກທີ່ຜ່ານມານີ້ ຢູ່ທີ່ທຳນຽບຫ້າແຈ ຫຼື
Pentagon.

ທ່ານ ແອສເປີ ໄດ້ກ່າວວ່າ ກອງກຳລັງດັ່ງກ່າວຈະເປັນ “ລັກສະນະຂອງການ ປ້ອງກັນ”.
ທ່ານກ່າວຕື່ມວ່າ ສະຫະລັດ ຕອບສະໜອງຕໍ່ການຮ້ອງຂໍຈາກ ບັນດາເຈົ້າໜ້າທີ່ຂອງ
ຊາອຸດີ ແລະ ສະຫະລັດ ອາຣັບ ເອເມີເຣສ ເພື່ອປັບປຸງ ລະບົບປ້ອງກັນທາງອາກາດ
ແລະລູກສອນໄຟ ຫຼັງຈາກທີ່ມີການໂຈມຕີ ຕໍ່ສະ ຖານທີ່ກັ່ນນ້ຳມັນທັງຫຼາຍຂອງ ຊາອຸດີ
ອາຣາເບຍ. ບັນດາເຈົ້າໜ້າທີ່ຂອງ ສະຫະລັດ ໄດ້ກ່າວວ່າ ອີຣ່ານ ເປັນຜູ້ຮັບຜິດຊອບ
ອັນເປັນການກ່າວຫາທີ່ ເຕຫະຣ່ານ ໄດ້ປະຕິເສດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG