ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ຂອງອີຣ່ານ ກ່າວວ່າ ປະມານ 3,700 ຄົນ ໄດ້ຖືກຈັບກຸມ ໃນການປະທ້ວງ


ໃນພາບນີ້, ຖ່າຍໂດຍບຸກຄົນທີ່ບໍ່ຖືກວ່າຈ້າງ ໂດຍອົງການ
ຂ່າວເອພີ ຫຼື Associated Press ແລະໄດ້ຮັບມາໂດຍ ອົງການຂ່າວນີ້ ທີ່ຢູ່ນອກປະເທດອີຣ່ານ, ສະແດງໃຫ້ເຫັນວ່າ ພວກນັກສຶກສາມະຫາວິທະຍາໄລ ເຂົ້າຮ່ວມການປະທ້ວງ ຕໍ່ຕ້ານລັດຖະບານ ຢູ່ນອກມະຫາວິທະຍາໄລ ເຕຫະຣ່ານ, ໃນນະຄອນຫຼວງ ເຕຫະຣ່ານ ຂອງປະເທດອີຣ່ານ, ວັນທີ 30 ທັນວາ 2017.
ໃນພາບນີ້, ຖ່າຍໂດຍບຸກຄົນທີ່ບໍ່ຖືກວ່າຈ້າງ ໂດຍອົງການ ຂ່າວເອພີ ຫຼື Associated Press ແລະໄດ້ຮັບມາໂດຍ ອົງການຂ່າວນີ້ ທີ່ຢູ່ນອກປະເທດອີຣ່ານ, ສະແດງໃຫ້ເຫັນວ່າ ພວກນັກສຶກສາມະຫາວິທະຍາໄລ ເຂົ້າຮ່ວມການປະທ້ວງ ຕໍ່ຕ້ານລັດຖະບານ ຢູ່ນອກມະຫາວິທະຍາໄລ ເຕຫະຣ່ານ, ໃນນະຄອນຫຼວງ ເຕຫະຣ່ານ ຂອງປະເທດອີຣ່ານ, ວັນທີ 30 ທັນວາ 2017.

ສະມາຊິກສະພາຂອງອີຣ່ານ ທ່ານນຶ່ງກ່າວວ່າ ປະມານ 3,700 ຄົນ ໄດ້ຖືກຈັບກຸມ
ໃນການປະທ້ວງຕໍ່ຕ້ານລັດຖະບານ ໃນທົ່ວປະເທດອີຣ່ານ ອັນເປັນຕົວເລກທີ່ສູງກວ່າ
ທີ່ໄດ້ກະປະມານໄວ້ກ່ອນໜ້ານີ້.

ສະມາຊິກສະພາຂອງເຕຫະຣ່ານ ທ່ານມາມູດ ຊາເດີກີ ໄດ້ປະກາດຕົວເລກດັ່ງກ່າວ
ໃນວັນອັງຄານວານນີ້ ໂດຍຜ່ານທາງອົງການຂ່າວ ICANA ຂອງທາງການອີຣ່ານ.

ທ່ານໄດ້ກ່າວວ່າ ຄວາມເປັນຈິງກໍແມ່ນວ່າ ພວກປະທ້ວງທີ່ໄດ້ຖືກຈັບກຸມ ໂດຍໜ່ວຍ
ຮັກສາຄວາມປອດໄພ ທີ່ແຕກຕ່າງກັນໄປ ຈຶ່ງເຮັດໃຫ້ເປັນການຍາກ ທີ່ຈະນັບພວກຄົນ
ທີ່ຖືກຄວບຄຸມໂຕ ໄດ້ຢ່າງຖືກຕ້ອງ.

ກຸ່ມປົກປ້ອງສິດທິມະນຸດ ເຊັ່ນອົງການນີລະໂທດກຳສາກົນ ກຳລັງຮຽກຮ້ອງໃຫ້ທາງ
ການຂອງອີຣ່ານ ເປີດການສືບສວນສອບສວນ ໃນທັນທີ ຕໍ່ລາຍງານ ທີ່ວ່າ ຢ່າງໜ້ອຍ
5 ຄົນ ໄດ້ເສຍຊີວິດ ໃນລະຫວ່າງການຄວບຄຸມໂຕ ຫຼັງຈາກການປາບປາມ ການປະ
ທ້ວງຕໍ່ຕ້ານລັດຖະບານ ຕະຫຼອດໄລຍະສອງສັບປະດາຜ່ານມາ ນັ້ນ.

ກຸ່ມປົກປ້ອງສິດທິມະນຸດນີ້ ໄດ້ກ່າວໃນຖະແຫລງການ ສະບັບວັນອັງຄານວານນີ້ ວ່າ
ສະພາບຂອງຄຸກຢູ່ໃນອີຣ່ານແມ່ນ “ໂຫດຮ້າຍ” ແລະລວມທັງການໃຊ້ການ ທໍລະມານ.
ທ່ານນາງ ແມັກດາລີນາ ມຸກຣາບີ (Magdalena Mughrabi) ຮອງຜູ້ອຳນວຍການ
ອົງການນິລະໂທດກຳ ປະຈຳພາກຕາເວັນອອກກາງ ແລະ ອາຟຣິກາເໜືອ ໄດ້ຮຽກຮ້ອງ
ຕໍ່ບັນດາເຈົ້າໜ້າທີ່ ໃນອີຣ່ານ ໃຫ້ “ເປີດການສືບ ສວນສອບສວນ ທີ່ເປັນອິດສະຫລະ
ບໍ່ລຳອຽງ ແລະໂປ່ງໃສ ໃນທັນທີ່ ລວມທັງການສັນນະສູດສົບ ຢ່າງເປັນອິດສະຫລະ”

ຂອງພວກຜູ້ທີ່ຖືກຂ້າຕາຍ.

ທ່ານນາງ ໄດ້ກ່າວວ່າ ພວກຄົນເຫຼົ່ານັ້ນ ທີ່ຖືກສົງໄສວ່າ ມີສ່ວນຮັບຜິດຊອບໃດໆ ສຳລັບ
ການເສຍຊີວິດຂອງພວກຄົນດັ່ງກ່າວ ຄວນໃຫ້ປົດຕຳແໜ່ງຂອງພວກເຂົາເຈົ້າ ແລະ
ດຳເນີນຄະດີ ຕາມມາດຕະຖານສາກົນ ຂອງການດຳເນີນຄະດີ ທີ່ເປັນທຳ ແລະ ບໍ່ລວມ
ທັງໂທດປະຫານຊີວິດ.

ອົງການນີລະໂທດກຳ ໄດ້ກ່າວວ່າ ນັບຕັ້ງແຕ່ໄດ້ມີລາຍງານອອກມາ ໃນວັນຈັນຜ່ານມານີ້
ທີ່ວ່າ ຜູ້ປະທ້ວງຊື່ວ່າ ຊີນາ ການບາຣີ ໄດ້ເສຍຊີວິດ ໃນຂະນະທີ່ ຖືກຄວບຄຸມໂຕ ຢູ່ໃນ
ຄຸກເອີວິນ ຂອງເຕຫະຣ່ານ, ແລະ ມີລາຍງານອອກມາວ່າ ມີອີກສີ່ຄົນ ເສຍຊີວິດ.

ສອງຄົນໃນຈຳນວນດັ່ງກ່າວ ທີ່ໄດ້ເສຍຊີວິດ ແມ່ນໄດ້ຖືກລາຍງານວ່າ ຢູ່ໃນຄຸກດຽວກັນ
ກັບ ຜູ້ທີ່ຊື່ວ່າ ການບາຣີ ທີ່ໄດ້ເສຍຊີວິດ ເຊັ່ນກັນ ຢູ່ໃນພະແນກ ກັກໂຕນັກໂທດ ບ່ອນ
ທີ່ພວກຖືກຄວບຄຸມໂຕ ແມ່ນກັກໂຕໄວ້ ສຳລັບຂັ້ນຕອນຂຶ້ນທະບຽນ ທັນທີ ຫຼັງຈາກຖືກ
ຈັບກຸມ. ສ່ວນຊື່ຂອງພວກເຄາະຮ້າຍອື່ນໆແມ່ນຍັງບໍ່ທັນຮຸູ້ກັນເທື່ອ ອີງຕາມທະນາຍ
ຄວາມ ສິດທິມະນຸດ ນາສຣິນ ໂຊຕູເດ.

ອີກ 2 ຄົນ ວາຮີດ ເຮດາຣີ ແລະໂມເຊນ ອາເດລີ ເສຍຊີວິດຢູ່ບ່ອນຄຸມຂັງ ອີງຕາມ
ອົງການນິລະໂທດກຳສາກົນ ໂດຍກ່າວວ່າ ບັນດາຄອບຄົວຂອງພວກເຄາະຮ້າຍ ຍັງ
ໂຕ້ຖຽງລາຍງານຂອງເຈົ້າໜ້າທີ່ ທີ່ເວົ້າວ່າ ເຂົາເຈົ້າຂ້າຕົວຕາຍ ນັ້ນ.

Iran Protests
please wait
Embed

No media source currently available

0:00 0:00:29 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG