ສື່ມວນຊົນຂອງລັດຖະບານອີຣ່ານອ້າງວ່າ ມີຜູ້ໄປປ່ອນບັດເລືອກຕັ້ງສະພາເປັນຈຳຫຼວງ
ຫຼາຍຢູ່ທົ່ວປະເທດໃນວັນສຸກວານນີ້ ເຖິງແມ່ນມີລາຍງານທາງວີດີໂອຈຳນວນນຶ່ງທີ່ຖ່າຍ
ໂດຍນັກຂ່າວປະຊາຊົນຢູ່ສື່ສັງຄົມສະແດງໃຫ້ເຫັນວ່າ ບັນດາໜ່ວຍປ່ອນບັດໄດ້ຫວ່າງເປົ່າ.
ໂທລະພາບລັດຖະບານອີຣ່ານໄດ້ສະແດງໃຫ້ເຫັນຝູງຊົນທີ່ໄປປ່ອນບັດທີ່ໜາແໜ້ນໃນວັນສຸກວານນີ້ ຢູ່ໜ່ວຍປ່ອນບັດແຫ່ງນຶ່ງໃນນະຄອນຫຼວງເຕຫະຣ່ານ ບໍ່ນານຫຼັງຈາກໜ່ວຍ
ປ່ອນບັດໄດ້ເປີດ ໃນເວລາ 8 ໂມງຕອນເຊົ້າ ໃນວັນສຸກວານນີ້. ພວກທີ່ໄປປ່ອນບັດສ່ວນ
ໃຫຍ່ເປັນຊາວໜຸ່ມຜູ້ຊາຍນັ້ນ ໄດ້ອະທິບາຍວ່າເຂົາເຈົ້າໄດ້ປ່ອນບັດເພາະວ່າມັນເປັນ
ໜ້າທີ່ຂອງເຂົາເຈົ້າ.
ຜູ້ນຳສູງສຸດ ອາຢາໂຕລາ ອາລີ ຄາເມນີ ໄດ້ຮຽກຮ້ອງໃຫ້ຊາວອີຣ່ານ ລະຫວ່າງການ
ໄປຢ້ຽມຢາມອາເຈີບາຍຈານ ເມື່ອສອງສາມມື້ກ່ອນນັ້ນ ໃຫ້ພາກັນໄປປ່ອນບັດໃນຈຳ
ນວນຫຼວງຫຼາຍ “ເພາະວ່າເປັນໜ້າທີ່ທາງສາສະໜາຂອງເຂົາເຈົ້າ” ແລະເພາະວ່າມັນ
ຈະທັບມ້າງ “ແຜນການຂອງພວກສັດຕູຂອງອີຣ່ານ.”
ໜ່ວຍປ່ອນບັດເລືອກຕັ້ງຫ້າສິບຫ້າພັນໜ່ວຍ ໄດ້ຕັ້ງຂຶ້ນຢູ່ຕາມວັດທັງຫຼາຍ ໃນບັນດາ
ເມືອງນ້ອຍໆແລະໂຕເມືອງຕ່າງໆ ຢູ່ທົ່ວປະເທດ. ມີຫຼາຍໆຄົນທີ່ເປັນຜູ້ສະໝັກຫົວເສ
ລີ ເພື່ອແຂ່ງຂັນເອົາບ່ອນນັ່ງ 290 ບ່ອນ ຢູ່ໃນສະພາໄດ້ຖືກປະຕິເສດໂດຍ ບັນດາຜູ້
ຊ່ຽວຊານສະພາ ປະໄວ້ໃຫ້ເລືອກສ່ວນໃຫຍ່ ພຽງແຕ່ຜູ້ສະໝັກທີ່ນິຍົມແນວທາງເດີມ
ສຳລັບຜູ້ປ່ອນບັດ.
ໃນຈຳນວນຜູ້ສະໝັກກວ່າ 7,000 ຄົນແມ່ນໄດ້ຖືກຫ້າມໂດຍສະພາຮັກຄຸ້ມຄອງຊຶ່ງ
ສ່ວນໃຫຍ່ແລ້ວເປັນບັນດານັກກປະຕິຮູບ ແລະພວກນິຍົມແນວທາງປານກາງເພື່ອ
ທີ່ຈະສ້າງຄວາມໄດ້ປຽບໃຫ້ແກ່ພວກນິຍົມແນວທາງເດີມ.
ຊາວອີຣ່ານຫ້າສິບແປດລ້ານລ້ານຄົນ ມີສິດໄປປ່ອນບັດ. ນີ້ແມ່ນການເລືອກຕັ້ງສະ
ພາຊຸດທີ 11 ນັບແຕ່ມີການປະຕິວັດອິສລາມ ເມື່ອ 41 ປີກ່ອນ.
ພັກຝ່າຍຕ່າງໆທີ່ນິຍົມແນວທາງເດີມສະໜັບສະໜູນຜູ້ນຳສູງສຸດອາລີ ຄາເມນີ ຄາດ
ວ່າຈະໄດ້ຮັບບ່ອນນັ່ງສ່ວນໃຫຍ່ຢູ່ໃນສະພາ ຊຶ່ງອາດເປັນການເຄື່ອນໄຫວທີ່ອາດຈະ
ມີຜົນກະທົບ ຕໍ່ປະທານາທິບໍດີ ຮາສຊານ ຣູຮານີ ຜູ້ທີ່ເຕັມໃຈ ຈະຮ່ວມມືກັບປະເທດ
ຕາເວັນຕົກ ທີ່ໄດ້ຖືກປະນາມ ໂດຍພວກຫົວແຂງກະດ້າງນັ້ນ.
ອະດີດປະທານາທິບໍດີອີຣ່ານ ທ່ານອາໂບລຮາສຊານ ບານີ ຊາດເດີ ກ່າວຕໍ່ ວີໂອເອ
ວ່າ ຊາວອີຣ່ານປາກົດວ່າ ໄດ້ຮັບຄວາມສົນໃຈຕໍ່ການຮຽກຮ້ອງໂດຍບັນດາຜູ້ນຳຝ່າຍ
ຄ້ານ ໃຫ້ບອຍຄອດ ການເລືອກຕັ້ງສະພາ. ທ່ານກ່າວວ່າ ອີງຕາມຂໍ້ມູນທີ່ວ່າທ່ານໄດ້
ຮັບຈາກທົ່ວປະເທດ ການບອຍຄອດໄດ້ແຜ່ລາມອອກໄປ ແລະມີຫຼາຍຄົນພະຍາຍາມ
ປະສົມປະສານ ການກົດດັນໂດຍມະຫາຊົນພາຍໃນຕໍ່ລັດຖະບານ ໃສ່ກັບການກົດດັນ
ທາງດ້ານເສດຖະກິດພາຍນອກ ໂດຍປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ.
ຜົນການນັບຄະແນນສຽງຂັ້ນຕົ້ນຄາດວ່າ ຈະມີການປະກາດໃນວັນເສົາມື້ນີ້.