ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອີ​ຣ່ານ ກ່າວ​​ວ່າ ອະນາ​ຄົດ​ຂອງ​​ໂຄງ​ການ​ນິວ​ເຄ​ລຍ “ແມ່ນ​ຂຶ້ນ​ກັບ​ຢູ​ໂຣບ”


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ໂມ​ຮຳ​ເມັດ ຈາ​ວາດ ຊາ​ຣິ​ຟ.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ໂມ​ຮຳ​ເມັດ ຈາ​ວາດ ຊາ​ຣິ​ຟ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ໂມ​ຮຳ​ເມັດ ຈາ​ວາດ ຊາ​ຣິ​ຟ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ອະນາ​ຄົດ​ຂອງ​ຂໍ້​ຕົກ​ລົງ​ສາ​ກົນ ປີ 2015 ກ່ຽວ​ກັບ​ໂຄງ​ການ​ນິວ​ເຄ​ລຍ​ປະ​ເທດ​ຂອງ​ທ່ານ “ແມ່ນ​ຂຶ້ນ​ກັບ​ຢູ​ໂຣບ” ຫຼັງ​ຈາກ​ສາມ​ປະ​ເທດ​ໃນ​ຢູ​ໂຣບ ​ທີ່​ລົງ​ນາມ ໃນ​ຊໍ້​ຕົກ​ລົງ ໄດ້​ກ່າວ​ຫາ​ອີ​ຣ່ານ​ວ່າ ​ລ​ະ​ເມີດ​ຂໍ້ຈຳ​ກັດ​ທີ່​ສຳ​ຄັນ.

ໃນ​ການ​ຖະ​ແຫຼງຢູ່ໃນ​ພິ​ທີແຫ່ງ​ນຶ່ງ ​ທີ່​ປະ​ເທດ​ອິນ​ເດຍ ທ່ານ​ຊາ​ຣິ​ຟ ໄດ້​ເນັ້ນ​ຢ້ຳ​ເຖິງ ຄຳ​ຮຽກ​ຮ້ອງ​ຂອງອີ​ຣ່ານ​ທີ່​ມີ​ມາ​ຍາວ​ນານ ກ່ຽວ​ກັບ​ຢູ​ໂຣບບໍ່​ໄດ້​ຮັກສາ​ຄຳ​ໝັ້ນ​ສັນ​ຍາທາງ​ດ້ານເສດ​ຖະ​ກິດ​ຂອງ​ຕົນ​ພາຍ​ໃຕ້​ຂໍ້​ຕົກ​ລົງ ໂດຍກ່າວ​ວ່າ ​ບໍ່​ໄດ້​ຊື້​ນໍ້​າ​ມັນ​ຂອງອີ​ຣ໋ານ ແລະ​ຖອນ​ບັນ​ດາ​ບໍ​ລິ​ສັດ​ຕ່າງໆ​ອອກ​ຈາກ​ອີ​ຣ່ານ.

ທ່າ​ຊາ​ຣິ​ຟ ໄດ້​ຮັບ​ຮູ້​ວ່າ ​ອີ​ຣ່ານ​ໄດ້​ກ້າວ​ຄືນ​ຫຼັງ​ຈາກ​ຄວາມ​ໝັ້ນ​ໝາຍ​ພາຍ​ໃຕ້ການ​ແຜນ​ປະ​ຕິ​ບັດຄວາ​ມ​ເຂົ້າ​ໃຈຮ່ວມທີ່ກວ້າງ​ຂວາງ (JPOA) ແຕ່​ໄດ້​ກ່າວ​ວ່າ ການຮຽກ​ຮ້ອງ​ຂອງ​ອີ​ຣ່ານ​ບໍ່ໄດ້​ຮັບ​ການ​ເອົາຫົວ​ຊາ ໃນ​ຂະ​ນະ​ທີ່​ອີ​ຣ່ານປະ​ຕິ​ບັດ​ຕາມຂໍ້​ຕົກ​ລົງ ແລະ​ສະ​ຫະ​ລັດ​ໄດ້​ຖອນ​ອອ​ກ​ຈາກ​ກຸ່ມແລະ​ວາງ​ມາດ​ຕະ​ການ​ລົງ​ໂທດ​ທາງ
ດ້ານ​ເສດ​ຖະ​ກິດ​ຮອບໃໝ່​ຕໍ່​ອີ​ຣ່ານ.

ທ່ານ​ຊາ​ຣິ​ຟ ກ່າວ​ວ່າ “ເສດ​ຖະ​ກິດດ​ຂອງ​ພວກ​ເຮົາໄດ້​ຮັບ​ຄວາມ​ເສຍ​ຫາຍ ​ໂດຍ​ປາດ​ສະ​ຈາກ​ຄວາມ​ຜິດ​ໃດ​ໆ​ຂອງ​ອີ​ຣ່ານ. ໃນ​ໄລ​ຍະສອງ​ປີ​ທີ່​ຜ່ານ​ມາຫຼາຍ​ພັນ​ລ້ານ​ໂດ​ລາ​ໄດ້​ຮັ​ບ​ຄວາມ​ເສຍ​ຫາຍ. ເຂົາ​ເຈົ້າ​ຈະ​ຈ່າຍ​ໃຫ້​ພວກ​ເຮົາ​ຄືນ​ບໍ່? ຖ້າ​ຫາກ​ເຂົາ​ເຈົ້າ​ຈ່າຍ​ຄືນ​ໃຫ້​ແກ່​ພ​ວກເຮົາ ​ເງິນຫຼາຍຮ້ອຍ​ພັນ​ລ້ານ​ເຫລົ່າ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ເຮັດໃຫ້​ເປັນ​ທີ່​ແນ່ນອນ​ວ່າ ​ທຸກ​ສິ່ງ​ທີ່ພວກ​ເຮົາ​ໄດ້​ເຮັດໄປ​ນັ້ນ ແມ່ນ​ຈະ​ຕ່າວ​ປີ້ນ​ຄືນເກີນ​ໄປ​ກວ່າ​ເງົາ​ຂອງ​ຄວາມ​ສົງ​ໃສ​ໃດໆ.”

ອັງ​ກິດ ຝ​ຣັ່ງ ແລະ​ເຢຍ​ຣະ​ມັນ ກ່າວ​ຢູ່​ໃນຖະ​ແຫຼງ​ການຮ່ວມໃນ​ວັນ​ອັງ​ຄານວ​ານ​ນີ້​ວ່າ ເຂົາ​ເຈົ້າ​ໄດ້ຕັດ​ສີນ​ເຫັນ​ພ້ອມ​ຄວາມ​ຮັບ​ຜິດ​ຊອບເຂົາ​ເຈົ້າ ພາຍ​ໃຕ້​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ຮວມ​ທັງ​ຍົກ​ເລີກ​ການ​ລົງ​ໂທດທາງ​ດ້ານເສດ​ຖະ​ກິດ​ຕໍ່​ອີ​ຣ່ານ ແລະ​ເຮັດ​ວຽກ​ ເພື່ອ​ສົ່ງ​ເສີມ​ການ​ຄ້າ​ທີ່​ຖືກ​ຕ້ອງ​ກັບ​ປະ​ເທດ​ຂອງ​ທ່​ານ.

ເຂົາ​ເຈົ້າ​ກ່າວ​ວ່າ ການ​ບໍ່​ປະ​ຕິ​ບັດ​ຕາມ​ຂອງ​ອີ​ຣ່ານ ໄດ້​ປ່ອນ​ໃຫ້​ເຂົາ​ເຈົ້າ​ບໍ່​ມີ​ທາງ​ເລືອກ ແຕ່​ໄດ້​ສົ່ງ​ການໂຕ້​ແຍ້ງດັ່ງ​ກ່າວ ​ໄປ​ໃຫ້​ຂັ້ນ​ຕອນ​ການ​ແກ້​ໄຂ​ທີ່​ໄດ້​ກ່າວ​ໄວ້ ​ຢູ່​ໃນ​ຂໍ້​ຕົກ​ລົງນັ້ນ.

ເຂົາ​ເຈົ້າ​ກ່າວ​ວ່າ “ການ​ປະ​ຕິ​ບັດ​ຂອງ​ອີ​ຣ່ານ​ແມ່ນ​ບໍ່​ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ​ຂອງ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ແລະ​ໄດ້​ສ້າງຄວາມ​ຮ້າຍ​ແຮງ​ເພີ້ມ​ຂຶ້ນ​ ແ​ລະ​ບໍ່​ສາ​ມາດ​ຕ່າວ​ປີ້ນ
ຄືນໄດ້​ໃນ​ການ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ​ທີ່​ຄຸມ​ເຄືອນັ້ນ.”​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG