ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານ ສົ່ງກຳລັງ ໄປກົດດັນ ໃຫ້ຫົວເມືອງ ຊາວເຄີດ ເຊົານັດຢຸດງານ


ພາບທີ່ຖ່າຍໂດຍຜູ້ອາໄສໃນເມືອງບານີ ​​​​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພອີຣ່ານ, ທີ່ຮວມທັງ ກອງກຳລັງພິທັກ​ປະຕິວັດ​​ອິສລາມ​ ຫຼື (IRGC) ກັບປືນກົນ - Uzi, ຂວາສຸດ, 2 ພຶດສະພາ 2018.
ພາບທີ່ຖ່າຍໂດຍຜູ້ອາໄສໃນເມືອງບານີ ​​​​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພອີຣ່ານ, ທີ່ຮວມທັງ ກອງກຳລັງພິທັກ​ປະຕິວັດ​​ອິສລາມ​ ຫຼື (IRGC) ກັບປືນກົນ - Uzi, ຂວາສຸດ, 2 ພຶດສະພາ 2018.

ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພອີຣ່ານ ​ໄດ້​ມີ​ໂອກາດສະ​ແດງ​ກຳລັງ​ຂອງ​ຕົນ ທີ່ຫົວເມືອງ ຊາວເຄີດແຫ່ງນຶ່ງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງປະເທດ ບ່ອນ​ທີ່​ພວກ​ຄົນງານ​ຂອງ​ຫ້າງຮ້ານຕ່າງ ​ໄດ້​ພາກັນ​ນັດຢຸດງານ​ ​ເປັນ​ເວລາ 18 ມື້​.

ພວກຜູ້​ຢູ່​ອາ​ໄສ ໃນເມືອງບາ​ນີ ​ໄດ້​ບອກ​ກັບວີ​ໂອ​ເອ ພະແນກພາສາ​ເປີ​ເຊຍ ທາງ​ໂທ
ລະສັບ ວ່າ ກຳລັງພິທັກ​ປະຕິວັດອິສລາມ​ ຫຼື IRGC ແມ່ນ​ໄດ້​ອອກ​ປະຕິບັດ​ງານ ​ໃນ​ເມືອງ​
ດັ່ງກ່າວ ໃນ​ວັນ​ພຸດ​ວານ​ນີ້ ພ້ອມ​ທັງ​ກອງ​ກຳລັງຕຳຫຼວດພິ​ເສດ​. ພວກ​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ
​ໄດ້ມີ​ການ​ປະຕິບັດ​ງານ​ຢ່າງ​ໃຫຍ່​ຫຼວງ ຊຶ່ງ​ເປັນ​ອັນ​ທຳ​ອິດ ນັບ​ຕັ້ງ​ແຕ່ການ​ປະ​ທ້ວງ​ໄດ້​
ເລີ່​ມຂຶ້ນ​ ຕັ້ງ​ແຕ່​ ວັນ​ທີ 15 ​ເມສາ ​ເປັນ​ຕົ້ນ​ມາ ຊຶ່ງມັນ​ໝາຍ​ຄວາມ​ວ່າ ​ໃຫ້​ພວກ​ຄົນງານ
ຂອງ​ຫ້າງ​ຮ້ານ ກັບໄປ​ເຮັດ​ວຽກ​ເຮັດ​ການຄືນ​.

ພວກ​ຜູ້​ທີ່​ອາ​ໄສ ສ່ວນໃຫຍ່ຍັງສືບຕໍ່ພາກັນປິດ​ຫ້າງ​ຮ້ານ ຈຳນວນຫຼາຍ​ພັນ​ຮ້ານ ​ໃນ​ເມືອງ​
ບາ​ນີ ເພື່ອ​ປະ​ທ້ວງ​ຕໍ່ການປິດ​ຊາຍ​ແດນຂອງລັດຖະບານ​ອີຣ່ານ ບໍ່ໃຫ້ມີການຂາຍເຄື່ອງຢູ່
ຕາມແຄມທາງ​ເດີນ ຊຶ່ງສ່ວນໃຫຍ່ເປັນສິນຄ້າມາຈາກ​ເຂດ​ເຄີດ​ດິສຖານຂອງອີຣັກ.

​ເສດຖະກິດ​ຂອງເມືອງບາ​ນີ ​ແມ່ນ​ກາງ​ຕໍ່ສິນຄ້າ​ນຳ​ເຂົ້າ​ທັງຫຼາຍ​ນີ້. ພວກ​ຜູ້​ທີ່​ອາ​ໄສຢູ່​ທີ່​ນັ້ນ ​
ແມ່ນ​ມີ​ພຽງ​ບໍ່​ເທົ່າ​ໃດ​ທາງ​ໃນ​ການ​ທຳ​ມາ​ຫາ​ກິນ ນອກ​ເໜືອ​ຈາກ​ການ​ຂົນ​ສິນຄ້າຂອງອີຣັກ
ເຂົ້າໄປໃນ​ອີຣ່ານ ຊຶ່ງໃນກັນໃນຊື່ໂກລບາ (kolbars) ແລະນຳເອົາສິນຄ້າຕ່າງໆ ໄປຂາຍໃນຫ້າງຮ້ານທ້ອງຖິ່ນ.

ເຊີນຊົມ: ຫ້າງຮ້ານ​ໃນ​ເມືອງບາ​ນີ ຍັງສືບຕໍ່ປິດໃຫ້ການບໍລິການ ຕໍ່ໄປ

Baneh Stores Stay Shut During Strike
please wait

No media source currently available

0:00 0:00:22 0:00

ນັກເຄື່ອນໄຫວໃນເມືອງບານີ ຜູ້ຊຶ່ງໄດ້ຕິດຕໍ່ກັບວີ​ໂອ​ເອ ພະແນກພາສາ​ເປີ​ເຊຍ ຜ່ານທາງ
ສື່ສັງຄົມນັ້ນ ແມ່ນບໍ່ສາມາດເຮັດໄດ້ ນັບຕັ້ງແຕ່ວັນອັງຄານຜ່ານມານີ້ຍ້ອນວ່າອິນເຕີແນັຕ
ຖືກ ໂດຍການຫ້າມຂອງເຈົ້າໜ້າທີ່. ພວກເຂົາໄດ້ກ່າວວ່າກອງກຳລັງພິທັກປະຕິວັດ
ອິສລາມໄດ້ບັງຄັບພວກຜູ້ຢູ່ອາໄສ ໃຫ້ເປີດຮ້ານ ປະມານ 100 ຮ້ານ ໃນວັນພຸດວານນີ້, ໃນຂະນະທີ່ກັກຂັງພວກນັກເຄື່ອນໄຫວ ທີ່ສະນັບສະໜຸນການປະທ້ວງປະມານ 20 ຄົນ ແລະໄດ້ປ່ອຍ ປະມານ 40 ຄົນ ຊຶ່ງໄດ້ຖືກສັ່ງໃຫ້ປະຕິຍານວ່າ ຈະຍົກເລີກປະທ້ວງ.

ພວກນັກເຄື່ອນໄຫວທ້ອງຖິ່ນ ຍັງໄດ້ກ່າວອີກວ່າ ຜູ້ບັນຊາການຕຳຫຼວດ ຂອງແຂວງ
ເຄີດດິສຕານບ່ອນທີ່ເມືອງບານີຕັ້ງຢູ່, ນາຍພົນ ມາຊູດ ຄໍຣາມ ເນຍ ຍັງໄດ້ໄປຢ້ຽມຢາມ
ໃນວັນພຸດວານນີ້ ເພື່ອຮຽກຮ້ອງໃຫ້ພວກທີ່ອາໄສຢູ່ທີ່ນັ້ນ ຍຸດຕິການປະທ້ວງ.

ແຕ່ວ່າພວກນັກເຄື່ອນໄຫວ ໄດ້ກ່າວວ່າ ຜູ້ຄົນສ່ວນໃຫຍ່ ໃນເມືອງບານີ ໄດ້ພາກັນ
ຢູ່ແຕ່ໃນບ້ານເຮືອນ ແລະສືບຕໍ່ການນັດຢຸດງານ, ທີ່ບໍ່ເຄີຍມີມາກ່ອນໃນຂົງເຂດ ທີ່ດົນ
ແບບນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG