ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາເຕະ​ບານ ຊາວອີຣ່ານກ່າວວ່າ ຄອບຄົວຂອງລາວຖືກສອບຖາມ ລຸນຫຼັງທີ່ມີການປ່ຽນຖ້ຽວບິນ


ແຟ້ມ-ທ້າວອາລີ ດາເອ ເບິ່ງການແຂ່ງຂັນເຕະບານຮອບຄັດເລືອກຂັນເອເຊຍ ປະຈໍາປີ 2011 ກັບໄທ ຢູ່ທີ່ເດີນກິລາຣາດຊະມັງຄະລາ ໃນບາງກອກ, ວັນທີ 26 ມັງກອນ 2009.
ແຟ້ມ-ທ້າວອາລີ ດາເອ ເບິ່ງການແຂ່ງຂັນເຕະບານຮອບຄັດເລືອກຂັນເອເຊຍ ປະຈໍາປີ 2011 ກັບໄທ ຢູ່ທີ່ເດີນກິລາຣາດຊະມັງຄະລາ ໃນບາງກອກ, ວັນທີ 26 ມັງກອນ 2009.

ອະດີດນັກກິລາເຕະບານດາວເດັ່ນຂອງອີຣ່ານ ທ້າວອາລີ ​ດາ​ເອ (Ali Daei), ກ່າວວ່າ ພັັນລະຍາ ແລະລູກສາວຂອງລາວໄດ້ຖືກຂັດຂວາງບໍ່ໃຫ້ອອກມາຈາກ ປະເທດອີຣ່ານ ລຸນຫຼັງທີ່ເຮືອບິນໄດ້ຖືກປະກາດໃຫ້ຢຸດ ໃນຖ້ຽວບິນທີ່ຈະເດີນ ທາງໄປນະຄອນດູໄບໃນວັນຈັນທີ່ຜ່ານມາ.

ທ້າວ ດາ​ເອ ກ່າວວ່າ ຄອບຄົວຂອງລາວຖືກສອບຖາມໂດຍເຈົ້າໜ້າທີ່ທາງການ ຫຼັງຈາກຖ້ຽວບິນຈາກນະຄອນຫຼວງເຕຫະຣ່ານລົງຈອດຢູ່ທີ່ເກາະກິສ ຂອງປະ ເທດອີຣ່ານ.

ອົງການຂ່າວຂອງລັດຖະບານອີຣ່ານ IRAN ໄດ້ອ້າງເຖິງການພິຈາລະນາຄະດີ ຕາມກົດໝາຍຂອງອີຣ່ານ ໂດຍກ່າວວ່າ ພັນລະຍາຂອງ ທ້າວ ດາ​ເອ ໄດ້ຖືກ ສັ່ງຫ້າມບໍ່ໃຫ້ເດີນທາງອອກຕ່າງປະເທດ ແລະນາງກໍມີສ່ວນກ່ຽວຂ້ອງກັບ ພວກປະທ້ວງ ແລະກຸ່ມທີ່ຕໍ່ຕ້ານລັດຖະບານ.

ທ້າວ ດາ​ເອ ເປັນອະດີດຫົວໜ້າທີມບານເຕະທີມຊາດຂອງອີຣ່ານ. ລາວໄດ້ ຜັກດັນລັດຖະບານຢູ່ໃນສື່ສັງຄົມອອນລາຍວ່າ ຄວນ “ແກ້ໄຂບັນຫາຕ່າງໆຂອງ ປະຊາຊົນຊາວອີຣ່ານ ຫຼາຍກວ່ານໍາໃຊ້ການປາບປາມ, ຄວາມຮຸນແຮງ ແລະ ການຈັບໂຕ.”

ທ້າວ ດາ​ເອ ໄດ້ບອກອົງການຂ່າວເຄິ່ງທາງການຂອງນັກສຶກສາອີຣ່ານ ຫຼື ISNA ວ່າ “ພວກເຂົາເຈົ້າມີຄວາມຕ້ອງການຈັບໂຕພວກກໍ່ການຮ້າຍແມ່ນບໍ? ພັນລະຍາ ແລະລູກສາວຂອງຂ້ອຍກໍາລັງເດີນທາງໄປນະຄອນດູໄບ ພຽງບໍ່ ເທົ່າໃດມື້ແລ້ວກໍຈະກັບຄືນມາ.”

ໜັງສືເດີນທາງຂອງ ທ້າວ ດາ​ເອ ໄດ້ຖືກຢຶດໃນເດືອນຕຸລາທີ່ຜ່ານມາກ່ອນ ທີ່ຈະສົ່ງຄືນໃຫ້ລາວໃນອີກບໍ່ເທົ່າໃດມື້ຕໍ່ມາ. ແລະໃນຊ່ວງໄລຍະຕົ້ນເດືອນນີ້ ເຈົ້າໜ້າທີ່ທາງການຍັງໄດ້ສັ່ງປິດຮ້ານຂາຍເຄື່ອງອັນຍະມະນີ ແລະຮ້ານອາຫານຢູ່ໃນນະຄອນຫຼວງເຕຫະຣ່ານທີ່ລາວເປັນເຈົ້າຂອງນໍາອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG