ນັກຂ່າວຍິງຊາວອີຣ່ານ 2 ຄົນທີ່ຖືກຄຸມຄັງ, ຜູ້ທີ່ໄດ້ຊ່ວຍພິມເຜີຍແຜ່ກ່ຽວກັບຄະດີຂອງແມ່ຍິງອາຍຸ 22 ປີ ທີ່ເສຍຊີວິດໃນລະຫວ່າງການຄວບຄຸມຕົວຂອງຕຳຫຼວດ ໃນເດືອນກັນຍາຜ່ານມາ ໄດ້ຖືກດຳເນີນຄະດີຢູ່ໃນອີຣ່ານ.
ນາງເອລາເຮ ໂມຮຳມາດີ (Elaheh Mohammadi), ຜູ້ທີ່ເຮັດວຽກກັບຫນັງສືພິມ ແຮມ ມີຮານ (Ham Mihan), ໄດ້ນຳອອກເຜີຍແຜ່ເລື້ອງພິທີສົບຂອງ ນາງມາຊາ ອາມີນີ (Mahsa Amini). ການພິຈາລະນາຄະດີຂອງນາງໄດ້ເລີ້ມຂຶ້ນໃນວັນຈັນທີ່ຜ່ານມາ ໂດຍການປິດລັບ ຢູ່ໃນສານປະຕິວັດ.
ທະນາຍຄວາມຂອງນາງ, ທ່ານ ຊາຮັບ ເມີໂລຮີ (Shahab Mirlohi), ບອກກັບໜັງສືພິມ ແຮມ ມີຮານ (Ham Mihan) ວ່າເຖິງວ່າຈະມີການເຂົ້າຮ່ວມຮັບຟັງການໄຕ່ສວນໃນວັນຈັນ, ໄດ້ມີຄວາມຊັກຊ້ານຶ່ງຊົ່ວໂມງ, ແລະທະນາຍຄວາມບໍ່ໄດ້ຮັບໂອກາດໃຫ້ກ່າວປົກປ້ອງ ຫຼືສະແດງຄວາມຄິດເຫັນອັນໃດເລີຍຕະຫຼອດການດຳເນີນການທັງຫມົດ.
ທ່ານເມີໂລຮີ (Mirlohi) ກ່າວວ່າຄະດີນີ້ຄວນຈະຖືກພິຈາລະນາຢູ່ໃນສານອາຍາທີ່ມີສິດອຳນາດໃນການຕັດສິນ ໂດຍມີຄະນະຕຸລາການ ແລະຢູ່ໃນບ່ອນສາທາລະນະທີ່ເປີດເຜີຍ. ທ່ານກ່າວວ່າ ທ່ານເຊື່ອວ່າສານປະຕິວັດ ຍັງຂາດສິດອຳນາດທີ່ຈຳເປັນໃນການພິຈາລະນາຄະດີນີ້, ເຊິ່ງຕົ້ນຕໍແມ່ນກ່ຽວກັບກິດຈະກຳດ້ານການຂ່າວ ແລະຄວາມຄິດເຫັນ ທີ່ໄດ້ສະແດງອອກໂດຍ ນາງໂມແຮມມາດີ.