ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຜູ້ປະທ້ວງຕໍ່ຕ້ານລັດຖະບານ ຊາວອີຣ່ານ ຖືກດໍາເນີນຄະດີ


ແຟ້ມ-ລົດຈັກຕໍາຫຼວດຄັນນຶ່ງຖືກຈູດ ໃນລະຫວ່າງການປະທ້ວງກ່ຽວກັບການເສຍຊີວິດຂອງນາງມາຊາ ອະມີມີ, ໃນນະຄອນຫຼວງເຕຫະຣ່ານ, ວັນທີ 19 ກັນຍາ 2022. (AP Photo/Middle East Images, File)
ແຟ້ມ-ລົດຈັກຕໍາຫຼວດຄັນນຶ່ງຖືກຈູດ ໃນລະຫວ່າງການປະທ້ວງກ່ຽວກັບການເສຍຊີວິດຂອງນາງມາຊາ ອະມີມີ, ໃນນະຄອນຫຼວງເຕຫະຣ່ານ, ວັນທີ 19 ກັນຍາ 2022. (AP Photo/Middle East Images, File)

ບັນ​ດາ​ເຈົ້າ​ໜ້າ​ທີ່​ຕຸ​ລາ​ການ​ຂອງ​ອີ​ຣ່ານ ໄດ້​ດຳ​ເນີນ​ຄະ​ດີ​ພວກ​ປະ​ທ້ວງ​ຜູ້​ທີ່​ຖືກ​ຈັບ​ກຸມ​ໃນ​ລະ​ຫວ່າງ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ​ເມື່ອ​ອາ​ທິດ​ແລ້ວນີ້ ຊຶ່ງ​ກຸ່ມ​ປົກ​ປ້ອງ​ສິດ​ທິມະ​ນຸດ​ຕ່າງໆ ກ່າວ​ວ່າ ​ເປັນ​ຜົນ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີ​ວິດ.

ຫົວ​ໜ້າສານ​ແຂວງ​ເຄີ​ດິ​ສ​ຖານ ໄດ້​ດຳ​ເນີນ​ຄະ​ດີ 110 ຄົນ.

ການ​ເຄືອນ​ໄຫວ​ດັ່ງ​ກ່າວ ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ ທ່ານ​ໂຮ​ສ​ເຊນ ຟາ​ສ​ລີ ຮາ​ຣີ​ການ​ດີ (Hossein Fazli Harikandi) ຫົວ​ໜ້າ​ສານແຂວງ​ອາລ​ບອ​ສ (Alborz) ໄດ້​ອອກ​ແຈ້ງ​ການ​ດຳ​ເນີນ​ຄະ​ດີ ສຳ​ລັບ​ພວກ​ປະ​ທ້ວງ 201 ຄົນ.

ໃນ​ແຂວງກາ​ສວິນ ໄອ​ຍະ​ການ​ຂອງ​ເຕ​ຫະ​ຣ່ານ ໄດ້​ອອກ​ແຈ້ງ​ການ​ດຳ​ເນີນ​ຄະ​ດີ​ສຳ​ລັບ 315 ຄົນ​ໃນ​ຂໍ້​ຫາ​ເຕົ້າ​ໂຮມ​ຊຸມ​ນຸມ ແລະ​ສົມ​ຮູ້​ຮ່ວມ​ຄິດ​ໂດຍ​ມີ​ເຈດ​ຕະ​ນາ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ, ໂຄ​ສະ​ນາ​ຊວນ​ເຊື່ອ​ຕໍ່​ຕ້ານ​ລະ​ບົບ​ກ​ານ​ປົກ​ຄອງ ແລະ​ລົບ​ກວນຄວາມ​ເປັນ​ລະ​ບຽບ​ຂອງ​ສາ​ທາ​ລະ​ນະ.

ຜູ້​ນຳ​ສູງ​ສຸດ ອາ​ຢາ​ໂທ​ລາ ອາ​ລີ ຄາ​ເມ​ນີ ໄດ້​ເອີ້ນ​ພວກ​ປະ​ທ້ວງ​ບາງ​ສ່ວນ​ທີ່​ຖືກ​ຈັບ​ກຸມນັ້ນ​ ເປັນ​ສາຍ​ລັບ​ຂອງ​ສັດ​ຕູ ແລະ​ໄດ້​ກ່າວວ່າ ໃນ​ຄະ​ດີ​ຂອງ​ພວກ​ເຂົາ​ນັ້ນ ເຈົ້າ​ໜ້າ​ທີ່​ຕຸ​ລາ​ການ ແລະຮັກ​ສາ​ຄວາມ​ສະ​ຫງົບ ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ.

ໂຄ​ສົກ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ອີ​ຣ່ານ ໄດ້​ກ່າວ​ວ່າ ຂໍ້​ກ່າວ​ຫາ​ຕ່າງໆ ຍັງ​ໄດ້​ຖືກ​ຟ້ອງ​ຮ້ອງ​ໂດຍ​ສຳ​ນັກ​ງານ​ໄອ​ຍະ​ການ​ຄະ​ດີ​ອາ​ຍາ ໃນ​ການ​ມີ​ສ່​ວນ​ກ່ຽວ​ຂ້ອງ​ກັບ​ໄຟ​ໄໝ້​ເມື່ອບໍ່​ດົນ​ມານີ້ ທີ່​ໄດ້​ເຮັດ​ໃຫ້​ແປດ​ຄົນ​ເສຍ​ຊີ​ວິດ ຢູ່​ທີ່​ຄຸກ ອີ​ວິນຂອງ​ເຕ​ຫະ​ຣ່ານ.

ທ່ານ​ມາ​ຊູດ ຊາ​ເຕ​ຊີ ໄດ້​ກ່າວ​ວ່າ ພວກ​ຜູ້​ຕ້ອງ​ສົງ​ໄສ 25 ຄົນ ຖືກ​ກ່າວ​ຫາ​ວ່າ ມີ​ສ່ວນ​ພົວ​ພັນ​ໃນ​ການປຸກ​ລະ​ດົມ ແລະ​ ເຈຕະນາສ້າງ​ຄວາມ​ເສຍ​ຫາຍນັ້ນ ​ແມ່ນໄດ້​ຖືກ​ຕັ້ງ​ຂໍ້​ຫາ.

​ພວກ​ຜູ້​ໃຊ້ສື່​ສັງ​ຄົມ ​ໄດ້​ລາຍ​ງານ​ວ່າ ເຫັນ​ແປວ​ໄຟ ແລະ​ໄດ້​ຍິນ​ສຽງ​ຍິງ​ປືນ ແລະ​ລະ​ເບີດ​ແຕກ ຈາກ​ຄຸກ. ພວກ​ເຈົ້າ​ໜ້າ​ທີ່​ຂອງ​ອີ​ຣ່ານ ໄດ້​ໃຫ້​ລາຍ​ລະ​ອຽດ​ຂອງ​ເຫດ​ການ​ທີ່​ແຕກ​ຕ່າງ​ກັນ, ໂດຍ​ລວມ​ມີ​ການ​ກ່າວ​ວ່າ ເຫດ​ການ​ຄວາມບໍ່​ສະ​ຫງົບ​ໄດ້​ເກີດ​ຂຶ້ນ​ຍ້ອນ “ພວກສັດ​ຕູທີ່​ເປັນ​ສາຍ​ລັບ” ແລະ​ພວກນັກ​ໂທດ​ບາງ​ສ່ວນ​ຜູ້​ທີ່​ໄດ້​ພະ​ຍາ​ຍາມ​ຫລົບ​ໜີ. ພວກເຈົ້າ​ໜ້າ​ທີ່​ຍັງ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ນັກ​ໂທດ ຊຶ່ງ​ພວກ​ເຂົາ​ກ່າວ​ວ່າ ເປັນ​ຜູ້​ທີ່​ວາງ​ເພີງ​ໃສ່​ຫ້ອງ​ຕັດຫ​ຍິບ.

ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຕ່າງໆ ໄດ້​ກ່າວ​ຫາ​ລັດ​ຖະ​ບານ​ຂອງ​ອີ​ຣ່ານ ໃນ​ການ​ຫາ​ທາງ​ດຳ​ເນີນ​ການ​ປາບ​ປາມ​ຢູ່​ໃນ​ຄຸກ ພາຍ​ໃຕ້​ຂໍ້​ອ້າງ​ໃນ​ການ​ຕໍ່​ສູ້​ເພື່ອ​ດັບ​ເພີງ ແລະ​ສະ​ກັດ​ກັ້ນ​ການ​ຫລົບ​ໜີ.

ການ​ປະ​ທ້ວງ​ແລະ​ການ​ນັດ​ຢຸດ​ງານ ໃນ​ທົ່ວ​ປະ​ເທດ ດຽວນີ້ໄດ້​ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ​ຫ້າ​ແລ້ວ ຊຶ່ງ​ໄດ້​ເລີ້ມ​ຂຶ້ນ ຫຼັງ​ຈາກ​ທີ່​ມີ​ການ​ເສຍ​ຊີ​ວິດ​ຂອງ​ນາງ​ມາ​ຊາ ອາ​ມີ​ນີ ອາ​ຍຸ 22 ປີ ​ໃນ​ການ​ຄວບ​ຄຸມໂຕຂອ​ງຕຳຫຼວດ ຜູ້​ທີ່ຖືກ​ຈັບໃນ​ຂໍ້​ກ່າວ​ຫາ​ລະ​ເມີດ​ຕໍ່​ກົດ​ລະ​ບຽບ​ການ​ນຸ່ງ​ເຄື່ອງ. ພວກ​ປະ​ທ້ວງ​ໃນຫຼາຍ​ຫົວ​ເມືອງ​ທົ່ວ​ປະ​ເທດ ໄດ້​ຄັດ​ຄ້ານ​ຕໍ່​ການ​ບັງ​ຄັບ​ໃຫ້​ໃສ່​ຜ້າ​ຄຸມ​ຫົວ ຫຼື ຮີ​ຈາບ​ ໂດຍ​ພວກ​ແມ່​ຍິງ ແລະ​ຮຽກ​ຮ້ອງ​ໃຫ້​ປ່ຽນແປງລະ​ບົບ​ການ​ເມືອງ​ຂອງ​ອີ​ຣ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG