ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ແລະເປັນຜູ້ຈັດລາຍການ ຂອງ VOA ຊາວອີຣ່ານ ແມຊີ ອາລີນຈາດ ຖືກສະເໜີຊື່ໃຫ້​ເປັນ​​ນຶ່ງ ໃນ​ຈຳ​ນວນ​ແມ່​ຍິງ​ປະ​ຈຳປີ ຂອງວາລະສານ TIME


ນາງແມຊີ ອາລີນຈາດ, ນັກຂ່າວ ແລະນັກເຄື່ອນໄຫວ ຊາວອີຣ່ານ-ອາເມຣິກັນ, ໄດ້ຖືກຮັບເລືອກໃຫ້ເປັນນຶ່ງໃນຈໍານວນບັນດາແມ່ຍິງ 12 ຄົນແຫ່ງປີ ຂອງວາລະສານ TIME. (Photograph by Celeste Sloman (@celestesloman) for TIME)
ນາງແມຊີ ອາລີນຈາດ, ນັກຂ່າວ ແລະນັກເຄື່ອນໄຫວ ຊາວອີຣ່ານ-ອາເມຣິກັນ, ໄດ້ຖືກຮັບເລືອກໃຫ້ເປັນນຶ່ງໃນຈໍານວນບັນດາແມ່ຍິງ 12 ຄົນແຫ່ງປີ ຂອງວາລະສານ TIME. (Photograph by Celeste Sloman (@celestesloman) for TIME)

ວາ​ລະ​ສານ​ໄທ​ມ໌ (TIME) ໃນວັນພະຫັດວານນີ້ໄດ້ສະເໜີຊື່ນັກເຄື່ອນໄຫວ ເພື່ອສິດທິມະນຸດຊາວອີຣ່ານ ແລະຜູ້ຈັດລາຍການຂອງ VOA, ທ່ານນາງແມຊີ ອາ-ລີນຈາດ ເຂົ້າໃນລາຍຊື່ຂອງຈໍານວນແມ່ຍິງ 12 ຄົນ ແຫ່ງປີ ສໍາລັບວຽກງານຂອງນາງ ໃນນາມຂອງສິດທິແມ່ຍິງ ຢູ່ໃນປະເທດບ້ານເກີດຂອງນາງ.

ວາລະສານ TIME ເປີດເຜີຍຢູ່ໃນຖະແຫຼງການວ່າ ບັນດາແມ່ຍິງເຫຼົ່ານີ້ ແມ່ນມາຈາກ “ທົ່ວໂລກ ແລະໄດ້ສ້າງຜົນງານທີ່ສໍາຄັນຢູ່ໃນຊຸມຊົນ ແລະ ວິຊາຊີບຕ່າງໆຂອງພວກເຂົາເຈົ້າຕາມລໍາດັບ.”

ບັນນາທິການບໍ​ລິ​ຫານ ທ່ານນານນາ ບາເຈກາລ ພ້ອມດ້ວຍບັນນາທິການ​ອະວຸໂສ ທ່ານລູຊີ ເຟລດ໌ແມນ ກ່າວວ່າ ບັນດາລາຍຊື່ນີ້ “ມີການກວດກາຮູບແບບໃນລະດັບຂອງອິດທິພົນທີ່ສູງທີ່ສຸດ ໂດຍເປັນຜູ້ນໍາທີ່ສໍາຄັນໃນການນໍາໃຊ້ສຽງຂອງພວກເຂົາເຈົ້າເຂົ້າໃນການຕໍ່ສູ້ ເພື່ອໃຫ້ໂລກມີຄວາມເທົ່າທຽມກັນຫຼາຍຂຶ້ນ.”

ດ້ວຍການໂອ້ລົມກັບ VOA ໃນວັນພະຫັດວານນີ້, ນາງອາລີນຈາດ ກ່າວວ່າ ມັນຍາກຫຼາຍທີ່ຈະຮູ້ໄດ້ວ່າ “ຈະເປັນຜູ້ທີ່ມີຄວາມສຸກ ຫຼື ບໍ່.”

ໂດຍການອະທິບາຍກ່ຽວກັບຄວາມຮຸນແຮງ ແລະການກົດຂີ່ຕໍ່​ພວກແມ່ຍິງຢູ່ໃນປະເທດອີ​ຣ່ານນັ້ນ ນາງກ່າວວ່າ “ຢູ່ໃນສະຖານະການຕ່າງໆ ທີ່ເປັນປົກກະຕິແລ້ວ, ສໍາລັບຂ້າພະເຈົ້າ ໃນຖານະແມ່ຍິງທີ່ມາຈາກໝູ່ບ້ານນ້ອຍໆ ທີ່ຕັ້ງຢູ່ທາງພາກເໜືອຂອງອີຣ່ານ, ໄດ້ຖືກຮັບເລືອກ ໃຫ້ມີຊື່ຢູ່ ໃນບັນ​ຊີຂອງແມ່ຍິງແຫ່ງປີ ໂດຍວາລະສານ TIME, ຈະເປັນການນໍາເອົາຄວາມສຸກ ແລະຄວາມດີໃຈທີ່ສຸດມາໃຫ້ຂ້າພະເຈົ້າ. ແຕ່ໃນທຸກໆມື້ນີ້, ສະຖານະການຕ່າງໆເຫຼົ່ານີ້ຢູ່ໃນປະເທດອີຣ່ານ ມັນບໍ່ແມ່ນຊ່ວງເວລາ ທີ່ປົກກະຕິສໍາລັບພວກເຮົາເລີຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG