ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິຣ່ານປະຫານຊີວິດນັກໂທດ


ອິຣ່ານ
ອິຣ່ານ

ອິຣ່ານ​ໄດ້ປະຫານຊີວິດຜູ້ນຳຄົນນຶ່ງຂອງກຸ່ມຫົວຮຸນແຮງມຸສລິມ ຊຸນນີ ທີ່​ໄດ້​ທຳ​ການໂຈມຕີຫລາຍໆບັ້ນ ຢ່າງຮຸນແຮງ
ເຖິງຂັ້ນມີ​ຄົນ​ເສຍຊີວິດ ໃນເຂດຕາເວັນອອກສຽງໃຕ້ຂອງອິຣ່ານນັ້ນ.

ຊື່ມວນຊົນຂອງລັດອິຣ່ານກ່າວວ່າ ນາຍ Abdolmalek Rigi ຜູ້ນຳມຸສ ລິມຊຸນນີດັ່ງກ່າວຖືກແຂນຄໍ ເມື່ອຕອນເຊົ້າ
ຂອງວັນອາທິດມື້ນີ້ຢູ່ໃນຄຸກ Evin ຂອງອິຣ່ານ. ຜູ້ກ່ຽວຖືກສານຕັດສິນວ່າ ມີ​ຄວາມຜິດໃນຂໍ້ຫາກໍ່ ການຮ້າຍ ແລະ
ເປັນສະມາຊິກ​ຂອງກຸ່ມຫົວຮຸນແຮງ Jundallah ຫລື ພວກທະຫານຂອງພະເຈົ້າ. ລາຍງານຂ່າວ​ເວົ້າວ່າ ນາຍຣິກີ ຖືກປະ ຫານຊີວິດຕໍ່ໜ້າພວກຄອບຄົວຂອງຜູ້ເສຍຊີວິດຈຳນວນ​ນຶ່ງ.

ຜູ້ກ່ຽວ​ໄດ້ຖືກໜ່ວຍສືບລັບຂອງອິຣ່ານຈັບໃນເດືອນກຸມພາປີ​ນີ້ ​ເທິງຖ້ຽວ ບິນຈາກດູບາຍ ໄປຍັງກຽກກິດສະຖານ
ຫລາຍເດືອນຫລັງຈາກກຸ່ມຫົວ ຮຸນແຮງມູສລິມຊຸນນີຂອງເຂົາ ອ້າງເອົາຄວາມຮັບຜິດຊອບສຳລັບການ ວາງລະເບີດ
ຂະໜາດໃຫຍ່ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຫລາຍສິບຄົນ.

ກຸ່ມ Jundallah ກ່າວວ່າ ຕົນເປັນຜູ້ຢູ່ເບຶ້ອງຫລັງຂອງການໂຈມຕີ ດ້ວຍລະເບີດໃນເດືອນຕຸລາປີ​ກາຍ ທີ່ແຂວງ
Sistan-Baluchestan ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ 57 ຄົນ ຊຶ່ງໂຮມທັງພວກທະຫານພິທັກການປະຕິວັດຂອງ
ອິຣ່ານນຳ ຫລາຍຄົນ.

XS
SM
MD
LG