ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ພົບເຫັນ ການດໍາເນີນງານ ປອມເງິນ ຂອງ ອີຣ່ານ ຢູ່ ເຢເມນ


ທ່ານ Steven Mnuchin, ລັດຖະມົນຕີກະຊວງການເງິນ ສະຫະລັດ ກ່າວຄໍາປາໄສ ຢູ່ກອງປະຊຸມແຫ່ງນຶ່ງ ຢູ່ນະຄອນ Riyadh ຂອງ Saudi Arabia ໃນວັນທີ 25 ຕຸລາ, 2017.
ທ່ານ Steven Mnuchin, ລັດຖະມົນຕີກະຊວງການເງິນ ສະຫະລັດ ກ່າວຄໍາປາໄສ ຢູ່ກອງປະຊຸມແຫ່ງນຶ່ງ ຢູ່ນະຄອນ Riyadh ຂອງ Saudi Arabia ໃນວັນທີ 25 ຕຸລາ, 2017.

ພວກເຈົ້າໜ້າທີ່ສະຫະລັດ ພົບເຫັນຄວາມພະຍາຍາມຂອງອີຣ່ານ ທີ່ຈະແຜ່ອໍານາດ
ໄປທົ່ວຂົງເຂດພາກຕາເວັນອອກກາງ ໂດຍໃຊ້ໃນອັນທີ່ພວກເຂົາເຈົ້າເອີ້ນວ່າ ການ
ດໍາເນີນງານປອມແປງ, ສະຫລັບຊັບຊ້ອນ "ຂະໜາດໃຫຍ່" ພຽງພໍເພື່ອຕົບຕາພວກ
ອອກກົດໝາຍຊາວ ຢູໂຣບ ຈໍານວນນຶ່ງໄດ້.

ພວກເຈົ້າໜ້າທີ່ກະຊວງການເງິນໃນນະຄອນວໍຊິງຕັນ ໄດ້ເປີດເຜີຍວົງການຫລອກລວງ
ດັ່ງກ່າວໃຫ້ຄົນຮູ້ໃນວັນຈັນວານນີ້ ໂດຍທໍາການລົງໂທດຕໍ່ເຄືອຂ່າຍຂອງບຸກຄົນ ແລະ
ບໍລິສັດ ຊຶ່ງລວມມີ ສອງບໍລິສັດທີ່ຕັ້ງຢູ່ໃນເຢຍຣະມັນ ທີ່ມີການພົວພັນກັບກຳລັງພພິທັກ
ປະຕິວັດຂອງອີຣ່ານ ຫລື IRGC ແລະກອງກໍາລັງພິເສດ Qods ຂອງປະເທດດັ່ງກ່າວ.

ກະຊວງການເງິນເວົ້າວ່າ ອີຣ່ານໃຊ້ບໍລິສັດ ForEnt Technik ແລະ Printing Trade
Center ຫລື PTC ຊຶ່ງເປັນບໍລິສັດແນວໜ້າທີ່ຕັ້ງຢູ່ໃນເຢຍຣະມັນ ເພື່ອຫລອກລວງ
ພວກອອກກົດໝາຍຊາວຢູໂຣບ ເພື່ອເອົາເຈ້ຍທີ່ມີລາຍນໍ້າ, ນໍ້າມຶກທີ່ມີລັກສະນະສະເພາະ
ແລະເຄື່ອງຈັກ.

ການສົ່ງອອກສິ່ງຂອງເຫລົ່ານັ້ນໄປຍັງອີຣ່ານ ປັດຈຸບັນນີ້ ແມ່ນຖືກເກືອດຫ້າມແລ້ວ.

ພວກເຈົ້າໜ້າທີ່ເວົ້າວ່າ ເພາະສະນັ້ນອີຣ່ານອາດຈະສາມາດພິມເງິນຂອງເຢເມນ ທີ່ມີ
ມູນຄ່າເທົ່າກັບຫລາຍໆລ້ານໂດລາໄດ້ແລ້ວ ຊຶ່ງ ກອງກຳລັງ IRGC ຫລັງຈາກນັ້ນໃຊ້
ເພື່ອ "ສະໜັບສະໜຸນ ການເຄື່ອນໄຫວທີ່ເຮັດໃຫ້ຂາດສະຖຽນລະພາບ."

ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານ Steven Mnuchin ເວົ້າວ່າ "ແຜນການ
ນີ້ໄດ້ເຮັດໃຫ້ມີການສໍ້ໂກງ ໃນລະດັບເລິກ ທີ່ກອງກໍາລັງ IRGC ແລະ Qods ຍິນດີທີ່ຈະ
ໃຊ້ເພື່ອຕ້ານກັບບໍລິສັດຕ່າງໆ ຢູ່ໃນຢູໂຣບ, ບັນດາປະເທດຕ່າງໆຢູ່ໃນເຂດອ່າວເປີເຊຍ ແລະປະເທດອື່ນໆໃນໂລກ ເພື່ອສະໜັບສະໜຸນ ການເຄື່ອນໄຫວທີ່ເຮັດໃຫ້ຂາດສະ
ຖຽນລະພາບຂອງຕົນ” ຊຶ່ງທ່ານ Mnuchin ເອີ້ນການກະທໍາດັ່ງກ່າວຂອງເທຫະຣ່ານວ່າ "ເປັນການກະທໍາທີ່ຮັບເອົາບໍ່ໄດ້."

ທ່ານກ່າວເພີ້ມວ່າ ""ແຜນການສໍ້ໂກງນີ້ເຮັດໃຫ້ໃຜກໍຕາມທີ່ເຮັດທຸລະກິດກັບອີຣ່ານປະ
ເຊີນກັບການສ່ຽງໄພຢ່າງໜັກໜ່ວງ." "ກອງກຳລັງ IRGC ສືບຕໍ່ທໍາການເຊື່ອງຊ້ອນການ
ພົວພັນຂອງຕົນຢູ່ໃນເສດຖະກິດຂອງອີຣ່ານ ແລະລີ້ຢູ່ເບື້ອງຫລັງທີ່ມີບໍລິສັດທີ່ຖືກຕ້ອງ
ຕາມກົດໝາຍເປັນສາກບັງໜ້າ ເພື່ອກະທໍາໃຫ້ບັນລຸຈຸດປະສົງອັນຊົ່ວຮ້າຍຂອງຕົນ."

ພວກເຈົ້າໜ້າທີ່ສະຫະລັດໄດ້ກ່າວຫາອີຣ່ານມາເປັນເວລາດົນນານ ວ່າໄດ້ສະໜອງ
ອາວຸດ ໃຫ້ແກ່ກອງກໍາລັງຂອງພວກກະບົດ Houthi ທີ່ຕໍ່ສູ້ເພື່ອຄວບຄຸມເຢເມນໄວ້. ແຕ່ວ່າການລົງໂທດທີ່ວາງອອກມາໃນວັນຈັນວານນີ້ ໄດ້ຊ່ວຍເຮັດໃຫ້ເຫັນຂອບເຂດ ທີ່ພວກເຈົ້າໜ້າທີ່ຕາເວັນຕົກມັກເອີ້ນກັນວ່າ ເປັນການກະທໍາທີ່ແຜ່ອອກໄປຢ່າງກ້າວໄກ ແລະຮ້າຍກາດຂອງກອງກຳລັງ IRGC.

ທ່ານ Matthew Levitt ຢູ່ສະຖາບັນ Washington Institute ສໍາລັບນະໂຍບາຍ
ຕໍ່ຂົງເຂດພາກຕາເວັນອອກໃກ້ເວົ້າວ່າ "ສ່ວນອີຣ່ານເອງ ໂດຍເຮັດພ້ອມກັນກັບກຸ່ມ
Hezbollah ໃນເລບານອນ ທີ່ເປັນຕົວແທນຂອງຕົນນັ້ນ ກໍາລັງຈົມລົງເລິກ ແລະໄດ້
ຈົມລົງເລິກ ຢູ່ໃນທຸລະກິດເຮັດເງິນປອມມາເປັນເວລາດົນນານແລ້ວ." "ການເປີດເຜີຍ
ດັ່ງກ່າວນີ້ ເປັນການເປີດເຜີຍສອງຢ່າງຢູ່ ໃນເລື່ອງດຽວ ຊຶ່ງເປັນການເປີດເຜີຍ ການ
ກະທໍາກໍ່ການຮ້າຍຂອງອົງ ການດັ່ງກ່າວ ແລະທັງເປັນການເປີດເຜີຍທາດແທ້ຂອງ
ການກໍ່ອາດຊະຍາກໍາ ທີ່ອົງການດັ່ງ ກ່າວໄດ້ກະທໍາຢູ່."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG